ເລກລຳດັບທີ: 3611
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ກະດ່າງ
Black Giant Squirrel

Ratufa bicolor (Sparrman, 1778)


ສັດ
ສັດລ້ຽງລູກດ້ວຍນົມ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ລາວ: ກະດ້າງ ແລະ ກະຮອກຫມໍ້.ໄທ: ພະຍາກະຮອດດຳ.ຊື່ສາມັນ: Black Giant Squirrel ແລະ Malayan giant squirrel.

ຊື່ພ້ອງ :
Ratufa tennentii (Layard, 1849)
Sciurus bicolor (Sparrmann, 1778)

ຊື່ສະກຸນ:
Sciuridae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈໍາພວກສັດກັດແຫ້ນ - Rodents: ເຜົ່າ Rodenta
     ເປັນເຜົ່າທີ່ໃຫຍ່ທີ່ສຸດຂອງສັດລ້ຽງລູກດ້ວຍນົມທົ່ວໂລກ, ບັນຈຸດ້ວຍ 35 ຕະກຸນ, ມີປະມານ 352 ສະກຸນ ແລະ ມີຫລາຍກວ່າ 1,700 ຊະນິດ. ມີແຂ້ວໜ້າ 1 ຊຸດ, ຢູ່ຄາງກະໄຕລຸ່ມ ແລະ ເທິງ, ເປັນຄຸນລັກສະນະພິເສດແຍກອອກດ້ວຍຮ່ອງທີ່ຍາວ (ບໍ່ມີແຂ້ວໝາກແງ), ແຂ້ວເທິງ ແລະ ລຸ່ມແມ່ນມີຄວາມແຂງແກ່ນ, ເປັນຊະນິດທີ່ສາມາດກິນແກ່ນ ແລະ ພືດຜັກຊະນິດອື່ນໆທີ່ໜຽວ. ໃນ ສປປ ລາວມີ 5 ຕະກຸນ ຄື ກະຮອກ (Sciuridae), ໜູໄຜ່ (Rhizomuidae), ໜູ (Muridae), ເໝັນ, ຫອນ (Hystricidae) ແລະ ກະຍູ (Laonatidae). ຕະກຸນ Muridae ມີ 30 ຊະນິດທີ່ມີການບັນທຶກໄດ້ໃນ ສປປ ລາວ.
     ກະຮອກ: ຕະກູນ Sciuridae ເປັນສັດກັດແຫ້ນທີ່ໃຫຍ່, ມີຫາງຍາວເປັນພົ້ວ, ມີຕາ ແລະ ຫູໃຫຍ່ອາດເປັນສັດຫາກິນທັງກາງເວັນ ແລະ ກາງຄືນ, ຢູ່ຕາມຕົ້ນໄມ້ ຫຼື ອາໄສໃນດິນ. ສ່ວນໃຫຍ່ເປັນພວກທີ່ກິນຫຍ້າຊັ້ນຫນຶ່ງ, ຊະນິດທີ່ຢູ່ຕາມຕົ້ນໄມ້ຈະສ້າງຮັງຢູ່ຕາມຜົ້ງຕົ້ນໄມ້ ຫຼື ໃນທີ່ໂລ່ງກັບກິ່ງໄມ້ ແລະ ໃບໄມ້. ແບ່ງອອກເປັນ 2 ຕະກຸນຍ່ອຍຄື: Sciurinae ປະກອບດ້ວຍກະຮອກທີ່ຫາກິນກາງເວັນ ແລະ ຕະກຸນ Petauristinae ປະກອບດ້ວຍບ້າງຫາກິນກາງຄືນ.
    ກະຮອກ - Diurnalnon-flying squirrels: ຕະກຸນຍ່ອຍຂອງ Sciuridae ດັ່ງນັ້ນບອກໄດ້ເລີຍວ່າກະຮອກມີຫລາຍຊະນິດທີ່ຢູ່ໃນຕະກຸນຍ່ອຍນີ້ຍັງຫລົງກັນຢູ່ເພາະມັນຄ້າຍຄືກັນ. ສາມາດຈຳແນກດ້ວຍສີຂອງລໍາຕົວທີ່ແຕກຕ່າງກັນ. ສ່ວນໃຫຍ່ຢູ່ຕາມຕົ້ນໄມ້ ຫຼື ຕາມພື້ນດິນ, ບາງຄັ້ງ ແລະ ບາງເທື່ອເບິ່ງຍາກເພາະມີສິ່ງທີ່ປົກຄຸມຢູ່. ສ່ວນຫນຶ່ງ ຈາກກະຮອກຍັກດໍາ, ທຸກຊະນິດຍັງອຸດົມສົມບູນ ແລະ ຍັງຢູ່ໃນແຫຼ່ງທີ່ຢູ່ອາໄສທີ່ອຸດົມສົມບູນ, ເຖິງແມ່ນວ່າຈະປະເຊີນໜ້າກັບຄວາມກົດດັນຈາກຜູ້ລ່າ. ຢູ່ໃນ ສປປ ລາວມີ 8 ສະກຸນ ແລະ 9 ຊະນິດ.
    1. ກະດ່າງ / Ratufa bicolor     ຫົວ ແລະ ລໍາຕົວຍາວ: 37 ຊມ. ຫາງຍາວ: 46 ຊມ. ເປັນກະຮອກທີ່ໃຫຍ່, ສ່ວນເທິງຂອງລໍາຕົວເປັນສີດໍາ ຫຼື ນໍ້າຕານເຂັ້ມ ແລະ ກົງກັນຂ້າມດ້ານລຸ່ມຂອງລໍາຕົວເປັນສີເຫຼືອງຫາສີຄຣີມ ແລະ ຢູ່ໜ້າມີເຄື່ອງໝາຍ     ອຸປະນິໄສ: ເປັນສັດຫາກິນຍາມກາງເວັນ, ເປັນສັດຂີ້ຢ້ານ, ອາດພົບໃນບ່ອນທີ່ມີສິ່ງປົກຄຸມ, ບາງຄັ້ງຄາວຈະລົງມາຢູ່ດິນ. ໃນເວລາທີ່ມັນເຄື່ອນທີ່ຍ່າງວ່ອງໄວຜ່ານຕົ້ນໄມ້ຫາງຂອງມັນຈະຢຽດຊື່, ແຕ່ວ່າໃນເວລາມັນນັ່ງລົງເທິງງ່າໄມ້ຫາງຂອງມັນຈະຕັ້ງຂຶ້ນ. ກິນໝາກໄມ້ ແລະ ແກ່ນໄມ້ແຫ້ງທີ່ມີເປືອກແຂງເປັນອາຫານ.     ສຽງຮ້ອງ: ສຽງຫຍາບ ແລະ ໄວໄດ້ຍິນໄກຄ້າຍສຽງດັງ ຈິກຈິກຈິກ ເອີ້ນວ່າ ສຽງປຸກ.     ຖິ່ນອາໄສ: ພົບຕາມປ່າດົງດິບທຸກຊະນິດ ແລະ ປ່າຊົ່ວຄາວຢູ່ໃນທຸກຊ່ວງຂອງລະດັບຄວາມສູງຈາກໜ້ານໍ້າທະເລທົ່ວປະເທດ, ປົກກະຕິມັນມັກອາໄສໃນປ່າຊັ້ນໜຶ່ງ ແລະ ຊັ້ນສອງ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Gloabal distribution between 1833 to 202024. Native to Bangladesh, Bhutan, Cambodia, China, India, Indonesia, Laos, Malaysia, Myanmar, Nepal, hailand and Viet Nam.
Source: [4]

ເຂດກະຈາຍພັນໃນລາວ :
ເຂດສາຍພູຫຼວງພາກເໜືອ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າໂຄກ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ໃກ້ຖືກຄຸກຄາມ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ຫ້າມນຳໃຊ້

ບັນຍາຍການນຳໃຊ້:

ອາຫານ: ຊີ້ນເປັນອາຫານທີ່ປະຊາຊົນນິຍົມຮັບປະທານ.

ສິນຄ້າ: ມັກພົບເຫັນວ່າງຂາຍເປັນສິິນຄ້າຢູ່ຕາມຕະຫຼາດທ້ອງຖິ່ນຕ່າງໆ (ໂຕສົດ ແລະ ແຫ້ງ) ເຮັດໃຫ້ມີຄວາມສ່ຽງສູງຕໍ່ການສູນພັນ.



 


ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 04 February 2022 by S. Bidouze. Available: https://www.gbif.org/occurrence/4519234522. [Accessed: 03 December 2024]
[2] iNaturalist [Online]. Uploaded on 02 January 2024 by D. Mitriyaro-nov. Available: https://www.gbif.org/occurrence/4510345958. [Ac-cessed: 03 December 2024]
[3] iNaturalist [Online]. Uploaded on 17 January 2024 by Emanon. Avail-able: https://www.gbif.org/occurrence/4519223367. [Accessed: 03 De-cember 2024]

ອ້າງອິງ:
[1] India Biodiversity portal, “Ratufa bicolor (Sparrman, 1778),” [Online]. Available: https://indiabiodiversity.org/species/show/238526. [Ac-cessed: 03 December 2024]

[2] Animal diversity Web, “Ratufa bicolor,” [Online]. Available: https://animaldiversity.org/accounts/Ratufa_bicolor/. [Accessed: 03 January 2024]

[3] D. Pratumthong and A. Khlaipet, “Mammals of Natural Worl Heritage Thung Yai Naresuan – Huai kha khaeng,” Pathum Thani: National Muse-um Thailand, July, 2022.

[4] Global Biodiversity Information Facility (GBIF), “Ratufa bicolor (Sparrman, 1778),” [Online]. Available: https://www.gbif.org/species/2437566. [Accessed: 03 December 2024]

[5] IUCN Red list, “Black Giant Squirrel,” [Online]. Available: https://www.iucnredlist.org/species/19377/22261810.

[6] ສະພາແຫ່ງຊາດ. (2023) ກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸງ)

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,