ເລກລຳດັບທີ: 3609
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ກະຕ່າຍປ່າ
Siamese Hare

Lepus peguensis Blyth, 1855


ສັດ
ສັດລ້ຽງລູກດ້ວຍນົມ

1 / 1
Image 1


ຊື່ທ້ອງຖີ່ນ:
ຊື່ສາມັນ: Siamese Hare ແລະ Burmese Hare.ໄທ: ກະຕ່າຍປ່າພະມ້າ ຫຼື ກະຕ່າຍປ່າໄທ.

ຊື່ພ້ອງ :
Lepus pequensis Blyth, 1855
Lepus siamensis Bonhote, 1902

ຊື່ສະກຸນ:
Leporidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈໍາພວກກະຕ່າຍ: ຕະກຸນ Lagomorpha
     ມີ 2 ຕະກຸນ Ochotomdae (Pikas) ແລະ Lepordae (ກະຕ່າຍ ແລະ ກະຕ່າຍປ່າ) ມີຂະໜາດນ້ອຍ, ເປັນສັດກິນຫຍ້າເປັນອາຫານປົກກະຕິຈະພົບບໍລິເວນທີ່ມີປ່າຫຍາ, ພວກມັນສະແດງໃຫ້ເຫັນຫລາຍວິທີໃນການປັບຕົວ, ປ້ອງກັນ ແລະ ການຫລົບຫລີກສັດຕູ, ທັງໝົດນີ້ແມ່ນການປັບຕົວຢ່າງຄ່ອງແຄ້ວສໍາລັບການເຄື່ອນທີ່ ແລະ ປົບໜີຈາກໄພອັນຕະລາຍຢ່າງວ່ອງໄວ.     ກະຕ່າຍປ່າ: ມີຂາຍາວ, ຫູຍາວ ແລະ ເຄື່ອນໄຫວໄປມາໄດ້ໄວ, ຕາໃຫຍ່ ແລະ ປັບຕົວເຂົ້າຫາແສງ ແລະ ເບິ່ງເຫັນຍາມກາງຄືນ, ກະຕ່າຍປ່າປັບຕົວດ້ວຍການແລ່ນ.
     ກະຕ່າຍ: ຕະກຸນ Leporidae ມີລັກສະນະພິເສດຄືຂາຫລັງຍາວ ແລະ ມີຮູດັງກວາງທັງສອງຢ່າງນີ້ແມ່ນເພື່ອການປັບຕົວເຂົ້າໃນຖິ່ນອາໄສທີ່ເປີດໂລ່ງ. ສ່ວນໃຫຍ່ເປັນຊະນິດທີ່ສ້າງຮັງຢູ່ເທິງດິນເອີ້ນວ່າຮູບແບບ (forms) ໃນທົ່ວໂລກມີ 10 ສະກຸນ ແລະ 44 ຊະນິດ. ໃນ ສປປ ລາວ ມີ 2 ຊະນິດ.
 1. ກະຕ່າຍປ່າ/Lepus peguensis     ຫົວ ແລະ ລໍາຕົວຍາວ: 44-50 ຊມ. ຫາງຍາວ: 7 ຊມ.  ມີຄຸນລັກສະນະພິເສດຄືຕົວໃຫຍ່, ງ່າຍໃນການຈັດຈຳແນກຊະນິດ. ລໍາຕົວບາງສ່ວນເປັນສີເທົາ, ສີຂີ້ເຖົ້າ, ສີນ້ຳຕານ ແລະ ສີແດງ, ກະໂພກເປັນສີເຂັ້ມກວ່າ, ພາກສ່ວນລຸ່ມຕົວເປັນສີຂາວ, ຍົກເວັ້ນພາກສ່ວນເອິກເປັນສີນໍ້າຕານ. ຂາເປັນສີຄຣີມຫາສີແດງ, ຫາງເປັນສີນ້ຳຕານເຂັ້ມ ຫຼື ກົງກັນຂ້າມກັບພາກສ່ວນດ້ານລຸ່ມເປັນສີຂາວ, ຫູຍາວ, ປາຍຫູເປັນສີນຕານເຂັ້ມກວ່າຢ່າງຊັດເຈນ.     ອຸປະນິໄສ: ເປັນສັດຫາກິນກາງຄືນ ຫຼື ຕາເວັນກໍາລັງຈະຂຶ້ນ, ເປັນສັດກິນຫຍ້າເປັນອາຫານ.     ສຽງຮ້ອງ: ?     ຖິ່ນອາໄສ: ຕາມທົ່ງຫຍ້າໂດຍສະເພາະໃນປ່າຈິກ, ປ່າຮັງທີ່ແຫ້ງ ແລະ ໂລ່ງໃນທີ່ແຈ້ງຂະຫຍາຍໄປເຖິງບໍລິເວນທີ່ຖືກທຳລາຍພົບທົ່ວປະເທດໃນ ສປປ ລາວ, ເຖິງຢ່າງໃດກໍຕາມສະພາບທາງພາກເໜືອຍັງຢືນຢັນບໍ່ໄດ້.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global distribution between 1923 to 2024. Native to Cambodia, Laos Myanmar, Thailand and Viet Nam. Source: [3]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ເຂດຜະລິດພືດຜົນເນີນສູງ
ທົ່ງນາ
ທົ່ງຫຍ້າ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ອານຫານ: ຊີ້ນກະຕ່າຍສາມາດນຳມາປະກອບເປັນອາຫານ.



ສັດລ້ຽງ: ປັດຈຸບັນກະຕ່າຍໄດ້ຖືກນຳມາເປັນສັດລ້ຽງທີ່ໜ້າຮັກ



ສິນຄ້າ:  ຕາມຕະຫຼາດບາງທ້ອງຖິ່ນຍັງພົບວ່າມີການຄ້າຂາຍກະຕ່າຍເພື່ອເປັນອາຫານ. ແຕ່ປັດຈຸບັນກະຕ່າຍເປັນສັດລ້ຽງທີ່ໄດ້ຮັບການນິຍົມລ້ຽງຈຶ່ງມີການລ້ຽງຂາຍເປັນສັດລ້ຽງໄດ້.


ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ກຸມພາ
ມີນາ
ເມສາ
ພຶກສະພາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 25 December 2019 by I. Dugdale. Available: https://www.gbif.org/occurrence/3455546596. [Accessed: 29 November 2024]
[2] iNaturalist [Online]. Uploaded on 25 July 2020 by R. B. Quiles. Availa-ble: https://www.gbif.org/pt/occurrence/3008484577. [Accessed: 29 November 2024]
[3] iNaturalist [Online]. Uploaded on 26 November 2022 by J. Ebr and I Ebrova. Available: https://www.gbif.org/occurrence/3988436749. [Ac-cessed: 29 November 2024]

ອ້າງອິງ:
[1] Treatment Bank, “Lepus peguensis, Blyth, 1856,” [Online]. Available: https://treatment.plazi.org/id/03822308B750FFEEFF60FF41FAF0FD0C/2. [Accessed: 03 December 2024]

[2] Know Your Mammals, “Burmese Hare (Lepus peguensis),” [Online]. Available: https://www.knowyourmammals.com/mammal-identification/burmese-hare-lepus-peguensis/. [Accessed: 03 December 2024]

[3] Global Biodiversity Information Facility (GBIF), “Lepus peguensis, Blyth, 1856,” [Online]. Available: https://www.gbif.org/species/2436692. [Accessed: 03 December 2024]

[4] IUCN Red List, “Burmese Hare,” [Online]. Available: https://www.iucnredlist.org/species/41284/45188632.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,