ເລກລຳດັບທີ: 3595
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ທະນີມືຂາວ
White-handed Gibbon

Hylobates lar (Linnaeus, 1771)


ສັດ
ສັດລ້ຽງລູກດ້ວຍນົມ

1 / 1
Image 1


ຊື່ທ້ອງຖີ່ນ:
ຊື່ສາມັນ: White-handed Gibbon ແລະ lar gibbon.ໄທ: ຊະນີມືຂາວ ແລະ ຊະນີທຳມະດາ.

ຊື່ພ້ອງ :

ຊື່ສະກຸນ:
Hylobatidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ທະນີ - Gibbon ຕະກຸນ Hylobatidae

ແມ່ນລີງບໍ່ມີຫາງ, ບໍ່ມີຜົ້ງແກ້ມ, ເປັນກຸ່ມທີ່ມີຄວາມແຕກຕ່າງຈາກກຸ່ມອື່ນຫຼາຍຍ້ອນເປັນສັດທີ່ຫາກິນຢູ່ເທິງຕົ້ນໄມ້, ມີແຂນຍາວຫຼາຍ ແລະ ມີນິ້ວມືຄ້າຍຄືກັບເບັດທີ່ມີຄວາມສາມາດພິເສດໃນການໂອນແຂວນໄປຕາມງ່າໄມ້ຢູ່ໃນຊັ້ນເຮືອນຍອດຕົ້ນໄມ້, ໃນຮູບແບບຂອງການເຄື່ອນໄຫວທີ່ເອີ້ນວ່າ: ການໃຊ້ແຂວນເພື່ອເຄື່ອນໄຫວໄປມາພວກມັນບໍ່ເຄີຍລົງຫາກິນຕາມດິນເລີຍ, ພວກມັນຈະຫາກິນ ແລະ ເຄື່ອນໄຫວໄປມາໃນຍາມກາງເວັນ.  ທະນີຢູ່ເປັນກຸ່ມເປັນຄອບຄົວທີ່ມີເພດດຽວ, ເປັນສັດບົກ, ຊະນິດທະນີສ່ວນຫຼາຍ (ລວມທັງທະນີລາວທັງໝົດ) ຄູ່ປະສົມພັນຂອງມັນຈະຮ້ອງໝາຍເຂດແດນ ເຊິ່ງການຮ້ອງນີ້ຍັງມີຄວາມສຳຄັນໃນການຮັກສາຄູ່ຂອງມັນ. ດ້ວຍປະສົບການ, ພວກເຮົາສາມາດຈຳແນກໄດ້ຈາກແບບສຽງຮ້ອງພິເສດຈາກໄລຍະໄກ. ທະນີມີອັດຕາການເກີດລູກຂ້ອນຂ້າງຕໍ່າ ແລະ ມີການຂະຫຍາຍຕົວຊ້າ (ໃຊ້ເວລາດົນ), ດ້ວຍເຫດນີ້ ມັນຈຶ່ງງ່າຍທີ່ຈະຖືກທໍາລາຍຈາກການລ່າ. ໃນທົ່ວໂລກມີ 11 ຊະນິດໃນ ສປປ ລາວ ມີ 2 ສະກຸນ Hylobales ແລະ Nomascus, ແລະ ມີ 4 ຊະນິດ ຫລື ອາດຈະມີເຖິງ 5 ຊະນິດ.

ສຳລັບ ທະນີມືຂາວ / Hylobates lar ມີການບັນຍາຍໄວ້ດັ່ງນີ້:

ຄວາມຍາວຫົວ ແລະ ລໍາໂຕ: 45-60 ຊມ. ບໍ່ມີຫາງ. ສາມາດຈໍາແນກຈາກທະນີຊະນິດອື່ນໆໄດ້ ໂດຍມັນມີຂອບຂົນອ້ອມຄໍສີຂາວ, ມີໜ້າດຳ, ມີສີຂາວຢູ່ມື ແລະ ຕີນທີ່ມີສິດຳ. ຈຸດພິເສດຫລັກຂອງແຕ່ລະປະເພດຕາມໄວອາຍຸສີຂອງມັນອອກສີຂາວຫາສີນໍ້າຕານອ່ອນ ແລະ ອີກຈາໍນວນໜຶ່ງຈະມີສີນໍ້າຕານເຂັ້ມເກືອບເປັນສີດຳ, ອະໄວຍະວະຈະບໍ່ເປັນສີໝົ່ນ, ປົກກະຕິພາກສ່ວນຫົວ ແລະ ສ່ວນທ້ອງຈະມີສີເຂັ້ມໜ້ອຍ.

ອຸປະນິໄສ: ເປັນສັດບົກ, ຫາກິນກາງເວັນຕາມເທິງຕົ້ນໄມ້. ອາຫານຂອງມັນສ່ວນໃຫຍ່ແມ່ນໝາກໄມ້ ແຕ່ຍັງກິນໃບໄມ້, ແມງໄມ້ ແລະ ດອກໄມ້ເປັນອາຫານນຳອີກ.

ສຽງຮ້ອງ: ໂຕຜູ້ຮ້ອງອອກເປັນປະເພດສຽງງ່າຍໆ ແລະ ສຽງຊ້ຳກັນເປັນຈັງຫວະສັ້ນໆ (ປວດ, ປວດ). ສຽງໂຕແມ່ຈະເປັນປະເພດສຽງຊ້ຳກັນເປັນຈັງວະຍາວໆປ່ຽນສຽງຂຶ້ນ ແລະ ເພີ່ມລະດັບສຽງຈົນຮອດລະດັບສູງສຸດແລ້ວລົງຕ່ຳຕອນສຸດທ້າຍເຊິ່ງມີໄລຍະຮ້ອງປະມານ 18 ວິນາທີ. ນອກຈາກນີ້ຍັງມີສຽງຮ້ອງຕິດຕໍ່ອື່ນໆອີກ.

ຖິ່ນອາໄສ: ພົບເຫັນໃນປ່າດົງດິບໃນພາກຕາເວັນຕົກຂອງແມ່ນ້ຳຂອງ ໄດ້ຮັບລາຍງານວ່າພົບຢູ່ໃນເຂດປ່າສະຫງວນແຫ່ງຊາດນ້ຳປຸຍແຂວງໄຊຍະບູລີ ຈາກເຂດທີ່ເໝາະສົມອື່ນຍັງບໍ່ທັນມີການສຶກສາເທື່ອ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Indonesia, Lao PDR, Malaysia, Myanmar and Thailand
(IUCN, 2024)

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າໂຄກ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ໃກ້ສູນພັນ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ການຄົມມະນາຄົມ
ອາຫານ

ບັນຍາຍການນຳໃຊ້:

ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.


ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ມີນາ
ຕຸລາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Barelli, C., & et_al. (2008). Mating patterns and sexual swellings in pair-living and multimale groups of wild white-handed gibbons, Hylobates lar. Animal Behaviour, 991-1001.
Duckworth, J., & et_al. (1995). WILDLIFE IN LAO PDR. Vientiane capital Laos: IUCN, Vientiane, Lao PDR.
Francis, C. M. (2001). Mammals of Thailand & South-east Asia. Bangkok, Thailand: Asia book.
gbif. (2024, July 25). Global Biodiversity Information Facility. Retrieved from Global Biodiversity Information Facility: https://www.gbif.org/species/521955
iNaturalist. (2024, July 25). inaturalist. Retrieved from naturalist!: https://www.gbif.org/species/5219544
IUCN. (2024, 07 25). IUCN red list. Retrieved from IUCN red list: https://www.iucnredlist.org/species/12548/185202632
Johnson, A., & et_al. (2024). WILDLIFE IN LAO PDR 2024 STATUS REPORT. Vientiane capital, Laos PDR: Wildlife Conservation Society Lao PDR Program.
park, T. N. (2024 , July 25). Thai National park. Retrieved from Thai National park: https://www.thainationalparks.com/
prathumthong, D., & khlaipet, A. (2022). Mammals of nature world heritage Thong Yai Naresuan-Huai Kha khaeng. Thani province, Thailand: National Science Museum Thailand.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,