- ອານາຈັກ
- Animalia
- ເຫຼົາ
- Chordata
- ຊັ້ນ
- Mammalia
- ອັນດັບ
- Primates
- ຊື່ສະກຸນ
- Cercopithecidae
- ສະກຸນ
- Pygathrix
- ຊະນິດ
- Pygathrix nemaeus (Linnaeus, 1771)
ໂດຍລວມ: ເປັນຄ່າງຂະໜາດໃຫຍ່, ມີແຖບສີນ້ຳຕານແດງ ຮູບເຄິ່ງວົງກົມກວ້າງບໍລິເວນໜ້າເອິກສ່ວນເທິງ, ຂອບສີດຳ ແລະ ຫາງຍາວສີຂາວ.
ຫົວ: ຂົນບໍລິເວນຫົວລຽບ ແລະ ຊີ້ໄປທາງດ້ານຫຼັງ (ບໍ່ມີຈຸກ ຫຼື ຫອນ) ໜ້າຜາກສີນ້ຳຕານແດງສົດໃສ, ມີແຖບສີດຳຢູ່ບໍ່ລິເວນດ້ານຫຼັງ ສ່ວນທີ່ເຫຼືອຂອງຫົວເປັນສີເທົາ. ໜ້າມີສີເຫຼືອງສົດໃສ ໃນຂະນະທີ່ແກ້ມ, ຄາງ ແລະ ລຳຄໍເປັນສີຂາວ. ມື ແລະ ຕີນເປັນສີດຳ.
ຫາງ: ສີຂາວ ແລະ ຍາວເທົ່າ ຫຼື ຍາວກ່ວາຫົວ ແລະ ລຳຕົວລວມກັນ.
ຂົນ: ບໍລິເວນຫຼັງມີສີເທົາປົນລາຍ ແຂນທ່ອນເທິງມີສີເທົາຄ້າຍກັບຫຼັງ, ປາຍແຂນມີສີຂາວ (ໃນສາຍພັນຍ່ອຍ nigripes ຈະມີສີເທົາ). ຕົ້ນຂາເປັນສີດຳ ແລະ ນ່ອງເປັນສີນ້ຳຕານແດງ 7ສີດຳໃນສາຍພັນຍ່ອຍ). ບໍລິເວນກົ້ນ ແລະ ຮອບຫາງເປັນສີຂາວ. ດ້ານລຸ່ມ (ທ້ອງ/ເອິກ) ມີສີນ້ຳຕານປົນສີເຫຼືອງ ແລະ ມີຈຸດສີຂາວ. ມີແຖບສີນ້ຳຕານແດງຮູບເຄິ່ງວົງກົມກວ້າງຢູ່ເທິງໜ້າເອິກ, ຂອບສີດຳ.
ຂະໜາດ: ຄວາມຍາວຫົວ ແລະ ລຳຕົວຂອງຕົວຜູ້ 550-630 ມມ, ຕົວແມ່ຍາວປະມານ 597 ມມ. ຄວາມຍາວຫາງໃນຕົວຜູ້ 600-735 ມມ, ຕົວແມ່ຍາວປະມານ 597 ມມ. ນ້ຳໜັກ 7-10 ກກ.
ຄວາມແຕກຕ່າງລະຫວ່າງເພດຜູ້ ແລະ ເພດແມ່: ມີລັກສະນະຄ້າຍກັນ ບໍ່ມີຄວາມແຕກຕ່າງທີ່ເບິ່ງເຫັນໄດ້ລະຫວ່າງເພດ.
ລູກຂາແດງ (ໄວນ້ອຍ): ສ່ວນໃຫຍ່ເປັນສີຂາວທັງໂຕ. ໃບໜ້າມີສີດຳມີແຖບສີອອ່ນຢູ່ບໍລິເວນໃຕ້ຕາແຕ່ລະຂ້າງ. ຂົນບໍລິເວນຫົວ ແລະ ງອນມີປາຍສີແດງ, ມີແຖບສີດຳພາດລົງມາບໍລິເວນກາງຫຼັງ ແລະ ຮອບຫົວເຂົາ ແລະ ຂາດ້ານລຸ່ມມີສີແດງ.
ແຫຼ່ງທີ່ມາ: [1].
ພຶດຕິກຳ: ຂາແດງເປັນສັດຫາກິນກາງເວັນ ແລະ ອາໃສຢູ່ເທິງຕົ້ນໄມ້ເປັນຫຼັກເກືອບຈະບໍ່ລົງມາພື້ນດິນເລີຍ. ພວກມັນເຄື່ອນທີ່ໄປຕາມປາຍຍອດ ໂດຍບໍ່ໄດ້ໃຊ້ການຢາງແບບສີ່ຂາວ ແລະ ການໂຫນກິ່ງໄມ້ ໂດຍການກະໂດດກິ່ງໄມ້ໄດ້ 1,5-1,8 ແມັດ ໂດຍຍົກຂາຂື້ນ ແລະ ຢຽດຂາອອກ. ແຂນຂາທີ່ຍາວ ແລະ ຫາງທີ່ບໍ່ສາມາດໃຊ້ຍຶດຈັບໄດ້ ຊ່ວຍໃນການຊົງຕົວ ແລະ ຄວາມຄ່ອງແຄ້ວ. ລູກນ້ອຍມັກນຈະທົດລອງແກ່ວງຕົວ ແລະ ເຄື່ອນໄຫວຢ່າງມ່ວນຊື່ນ. ເມືອກິນອາຫານ ຫຼື ພັກຜ່ອນພວກມັນຈະນັ່ງ ໂດຍດຶງຂາເຂົ້າມາໃກ້ຕົວ, ໃຊ້ແຂນໃນການເອື້ອມຈັບ ຫຼື ທຳຄວາມສະອາດຂົນ. ພວກມັນອາໃສຢູ່ໃນກຸ່ມສັງຄົມທີ່ມີຄວາມຍືດຍຸນ ຕັ້ງແຕ່ 3-50 ຕົວ ໂດຍບໍ່ມີການປ້ອອງກັນອານາເຂດທີ່ເຂັ້ມງວດ. ການເລຍຂົນໃຫ້ກັນເປັນປັດໄຈສຳຄັນໃນການສ້າງຄວາມຜູກພັນທາງສັງຄົມ ໂດຍຕົວແມ່ (ໂດຍສະເພາະລູກ) ຈະເລຍຂົນໃຫ້ກັນຫຼາຍກ່ວາ ໃນຂະນະທີ່ຕົວຜູ້ມັກແລ່ນຫຼິ້ນຫຼາຍກ່ວາ. [2], [3]
ອາຫານ: ອາຫານສ່ວນໃຫຍ່ຂອງຂາແດງ ສ່ວນໃຫຍ່ແມ່ນໃບໄມ້ ເຖິ່ງວ່າພວກມັນຈະກິນແກ່ນພືດ ແລະ ໄມ້ໄມ້ນຳກໍ່ຕາມ, ພວກມັນເລືອກກິນສະເພາະຊະນິດ ແລະ ອາຍຸບາງຊ່ວງຂອງອາຫານເທົ່ານັ້ນ. ການກິນອາຫານທີ່ບໍ່ເໝາະສົມອາດເຮັດໃຫ້ລະບົບຍ່ອຍອາຫານທີ່ຊັບຊ້ອນຂອງພວກມັນເຮັດວຽດຜິດປົກກະຕິ ເຮັດໃຫ້ພວກມັນມີອາການປ່ວຍຢ່າງຮຸນແຮງ ລື ເຖິ່ງຂັ້ນເສຍຊີວິດໄດ້. ຄວາມໄວຕໍ່ອາຫານນີ້ເຮັດໃຫ້ການລ້ຽງຂາແດງໃນກົງ ເປັນເລື່ອງຍາກຫຼາຍ ແລະ ຕ້ອງໄດ້ອາໃສຖິ່ນຕາມທຳມະຊາດເປັນສ່ວນໃຫຍ່. [4]. [5]
ການສືບພັນ: ຂາແດງຕົວແມ່ຈະຕົກໄຂທຸກເດືອນເປັນເວລາ 1-3 ວັນ ເມື່ອລະດັບຮໍໂມນເອສໂຕເຈັນຂື້ນສູງສຸດ, ເຊິ່ງສັງເກດໄດ້ຈາກການບວມ ແລະ ແດງບໍລິເວນອາໄວຍະວະເພດ ແລະ ຮູທະວານໜັກ. ການສືບພັນຈະເລີ່ມຕົ້ນໂດຍທັງສອງເພດຜ່ານພຶດຕິກຳການເບິ່ງຕາ ແລະ ສົ່ງສຽງ, ການຖືພາຈະມີສີແດງຈົນກ່ວາຈະເກີດລູກ. ການຖືພາໃຊ້ເວລາປະມານ 6,5 ເດືອນ ໂດຍຈະເກີດລູກພຽງໂຕດຽວ (ນ້ຳໜັກ 450 ກຼາມ) ທີ່ມີສີສັນສະເພາະຕົວສຳຫຼັບຂາແດງເມື່ອຍັງນ້ອຍ, ລູກຈະເກາະຕິດແມ່, ກິນນົມ ແລະ ຈະເລີ່ມກິນອາຫານແຂງເມື່ອອາຍຸໄດ້ 2 ເດືອນ ໂດຍໄດ້ຮັບການສະໜັບສະໜູນຈາກແມ່. ສີຂນຈະເລີ່ມປ່ຽນ ເມື່ອອາຍຸ 8-18 ເດືອນ ໂດຍສີຂົນບໍລິເວນໃບໜ້າຂອງຕົວເຕັມໄວຈະປະກົດເມື່ອມີອາຍຸ 2 ປີ. ຕົວແມ່ຈະໂຕເຕັມໄວເມື່ອອາຍຸ 4-6 ປີ, ຕົວຜູ້ເມື່ອອາຍຸ 4-9 ປີ ແລະ ໃນທີ່ສຸດທັງສອງເພດກໍ່ຈະແຍກຍ້າຍອອກຈາກກຸ່ມທີ່ເກີດມາ, ບາງຄັ້ງອາດເຂົ້າຮ່ວມກຸ່ມຊົ່ວຄາວ ຫຼື ກຸ່ມໂສດກ່ອນຈະຮ່ວຕົວກັນສືບພັນ. [2]
Global distribution of Pygathrix nemaeus between 1908 to 2026. Source: [7]
ຈາກການບັນທຶກໃນ GBIF ພົບແຫຼ່ງທີ່ຢູ່ອາໃສຂອງຄາງຊະນິດນີ້ ໃນອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ ເຊິ່ງຄອບຄຸມໃນພື້ນທີ່ ເມືອງນາກາຍ, ຍົມມະລາດ ແລະ ບົວລະພາ, ແຂວງ ຄຳມ່ວນ, ລວມທັງ ເມືອງປາກເຊ, ແຂວງ ຈຳປາສັກ ແລະ ເມືອງຄຳເກີດ, ແຂວງ ບໍລິຄຳໄຊ [7]. ໃນປະເທດລາວມີການບັນທຶກຄາງຊະນິດຕັ້ງແຕ່ ປ່າສະຫງວນແຂວງ ພູຈອມວອຍ (ເດີມຊື່ສ່ວນຂະຫຍາຍນ້ຳເທີນ; 18°38′N) ທາງໃຕ້ໄປຈົນຮອດຊາຍແດນກຳປູເຈຍ (14°25′N). ລວມທັງອຸທິຍານແຫ່ງຊາດຫີນໜາມໜໍ່ ເຊິ່ງຕັ້ງຢູ່ພື້ນທີ່ ເມືອງ ບົວລະພາ, ແຂວງ ຄຳມ່ວນ, ລາວ. [6]
ຂາແດງມີຄວາມສຳພັນກັບປາດົງດິບຊຸ່ມ ແລະ ເຄິ່ງປ່າດົງດິບຊຸ່ມ ທັງປ່າເກົ່າ ແລະ ປ່າໃໝ່, ພົບໄດ້ທັງປ່າປ່ຽນໃບ ແລະ ປ່າປະສົມປ່ຍນໃບ-ປາແປກ, ຕັ້ງແຕ່ພື້ນທີ່ທົ່ງພຽງຕ່ຳໄປຈົນຮອດພູສູງ (ພົບໄດ້ສູງຮອດ 1,600 ແມັດ ເໜືອລະດັບນ້ຳທະເລ ໃນລາວ). ນອກຈາກນີ້ຍັງພົບໃນປ່າຫີນປູນ ເຊັ່ນ ອຸທິຍານແຫ່ງຊາດຫີນນ້ຳໜໍ່ ແລະ ອຸທິຍານແຫ່ງຊາດຟອງນາ-ເກບັງ. ຈຳເປັນຕ້ອງມີການສຶກສາເພີ່ມເຕີມ ເພື່ອຊີ້ແຈງລະບົບນິເວດຂອງສາຍພັນນີ້ ລວມທັງຂອບເຂດການຫາກິນ, ຂະໜາດກຸ່ມ, ອາຫານ ແລະ ຄວາມຕ້ອງທາງໂພຊະນາການ. [6]
ຂາແດງເປັນຊະນິດພັນສະເພາະຖິ່ນຂອງລາວ, ຫວຽດນາມ ແລະ ກຳປູເຈຍ. [5]
ບັນຊີ IUCN: ຂາແດງ ຈັດຢູ່ໃນປະເພດໃກ້ສູນພັນສູງ ໂດຍຄາດວ່າຈຳນວນປະຊາກອນຫຼຸດລົງຫຼາຍກ່ວາ 80% ໃນຊ່ວງສາມຊົ່ວອາຍຸຄົນທີ່ຜ່ານມາ (36 ປີ) ເນື່ອງຈາກການສູນເສຍປ່າໄມ້ຈາກການສ້າງເຂື່ອນ, ຫົນທາງ ແລະ ພື້ນທີ່ເພາະປູກທາງກະສິກຳ ທົ່ວບໍລິເວນທີ່ຢູ່ອາໃສ ລວມທັງການລ່າຢ່າງໜັກເພື່ອການຄ້າສັດປ່າ. ຄາດວ່າການຫຼຸດລົງນີ້ຈະຍັງຄົງດຳເນີນຕໍ່ໄປໃນອັດຕາທີ່ໃກ້ຄຽງກັນ ຫຼື ສູງກ່ວາ ເລັກນ້ອຍໃນອີກ 36 ປີທາງໜ້າ. [6]
ບັນຊີ CITEST: ຂາແດງຈັດຢູ່ໃນບັນຊີທີ່ I ຂອງ CITES ໝາຍຄວາມວ່າການຄ້າລະຫວ່າງປະເທດຂອງສາຍພັນນີ້ ເປັນສິ່ງຕ້ອງຫ້າມ ຍົກເວັ້ນໃນກໍລະນີພິເສດ. ໄດ້ມີການປະເມີນຢູ່ໃນບັນຊີທີ່ I ໃນໄລຍະທຳອິດຂອງການດຳເນີນອານຸສັນຍາ CITES (1975) ເຊິ່ງສະທ້ອນໃຫ້ເຫັນເຖິ່ງຄວາມສ່ຽງໃນການອານຸລັກທີ່ສູງ. [1]
ບັນຊີສັດປ່າຂອງລາວ, 2024: ຂາແດງໄດ້ຮັບການຂື້ນທະບຽນຢ່າງເປັນທາງການ ໃນບັນຊີສັດປ່າປະເພດຫ່ວງຫ້າມບັນຊີທີ່ I ພາຍໃຕ້ກົດໝາຍສັດປ່າຂອງ ສປປ ລາວ, ເຊິ່ງໝາຍຄວາວ່າໄດ້ຮັບການຄຸ້ມຄອງໃນລະດັບສູງສຸດຂອງປະເທດ. ໄດ້ຮັບການຍອມຄັ້ງທຳອິດໃນບັນຊີສັດປ່າຂອງລາວສະບັນທຳອິດ ປີ 2007-2008 ແລະ ສະຖານະການຄຸ້ມຄອງ ໄດ້ຮັບການຢືນຢັນອີກຄັ້ງໃນກົດໝາຍວ່າດ້ວຍສັດປ່າສະບັບປັບປຸ່ງ ທີ່ລັດທະບານໄດ້ຮອງຮັບໃນວັນທີ່ 17 ກໍລະກົດ 2023 ແລະ ປະກາດນຳໃຊ້ເມື່ອ 30 ສິງຫາ 2023. [8]
ບັນຊີ CITES: ການໃຊ້ປະໂຫຍດເພື່ອການລິໂພກທຸກຮູບແບບ (ໜັງ, ກະດູກ, ການລ່າ) ຖືກຄວບຄຸມຢ່າງເຂັ້ມງວດ ຫຼື ຂໍຫ້າມພາຍໃຕ້ບັນຊີທີ່ I ຂອງ CITES ການໃຊ້ປະໂຫຍດທີ່ບໍ່ແມ່ນບໍລິໂພກ (ການທ່ອງທ່ຽວທາງນິເວດ, ສັນຍາລັກທາງວັດທະນະທຳ, ບົດບາດທາງນິເວດວິທະຍາ) ໄດ້ຮັບການສົ່ງເສີມໃຫ້ເປັນທາງເລືອກທີ່ຢືນຍົງ. [1]
ກົດໝາຍລາວ: ພາຍໃຕ້ກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳຂອງລາວ ຂາແດງ (Pygathrix nemaeus) ຖືກຈັດຢູ່ໃນບັນຊີທີ່ I (ປະເພດທີ່ I ເປັນສັດຫວງຫ້າມ) ເຊິ່ງເປັນລະດັບການຄຸ້ມຄອງສູງສຸດໃນລາວ ທຽບເທົ່າກັບການຫ້າມທີ່ເຂັ້ມງວດທີ່ສຸດ. [9]
- ຫ້າມລ່າ ຫຼື ຈັບ: ບຸກຄົນທົ່ວໄປຫ້າມຂ້າ, ດັກຈັບ ຫຼື ລ່າເສືອລາຍຫີນອອ່ນ ເດັດຂາດ.
- ຫ້າມຄ້າຂາຍ ຫຼື ຂົນສົ່ງ: ການຂາຍ, ການຊື້, ການຂົນສົ່ງ ຫຼື ການແລກປ່ຽນເສືອລາຍຫີນອອ່ນ ຫຼື ສິ້ນສ່ວນຂອງເສືອລາຍຫີນອອ່ນເປັນສິ່ງຜິດກົດໝາຍ.
- ຫ້າມຄອບຄອງ: ການລ້ຽງເສືອລາຍຫີນອອ່ນ ບໍ່ວ່າຈະຍັງມີຊີວິດຢູ່ ຫຼື ຕາຍແລ້ວ ຫຼື ສິ້ນສ່ວນໃດໆ ຂອງຮ່າງກາຍຂອງມັນ ຖືເປັນສິ່ງຕ້ອງຫ້າມ.
- ຫ້າມນຳໃຊ້ໃນຜະລິດຕະພັນ: ໜັງ, ກະດູກ ຫຼື ອານຸພັນອື່ນໆ, ຫ້າມນຳໄປໃຊ້ເພື່ອການຄ້າ ຫຼື ສ່ວນບຸກຄົນ.
- ບົດລົງໂທດທີ່ເຂັ້ມງວດ: ການຝ່າຝືນອາດສົ່ງຜົນໃຫ້ຖືກປັບເປັນຈຳນວນຫຼາຍ ແລະ ຕິດຄຸກຕາມກົດໝາຍລາວ.
ທີມງານຂອງພາເຂົ້າລາວຂໍປະຕິເສດຢ່າງເດັດຂາດຕໍ່ການລ່າ ຫຼື ການໃຊ້ສັດປ່າ ຫຼື ສັດສາຍພັນທີ່ໃກ້ສູນພັນ ເຊິ່ງຖືກລະບຸວ່າເປັນສັດຕ້ອງຫ້າມໃນລາຍຊື່ລະຫວ່າງປະເທດ ຫຼື ໃນກົດໝາຍຂອງ ສປປ ລາວ.
ຊະນິດພັນໃນປ່າ:
ສະພາບໂດຍລວມ:
ຂາແດງຈັດຢູ່ໃນລາຍຊື່ບັນຊີສັດປ່າປະເພດທີ່ I ຂອງ CITES.
- ໃນລາວ: ສັດຊະນິດນີ້ໄດ້ຮັບການຄຸ້ມຄອງພາຍໃຕ້ບັນຊີຫ້າມນຳໃຊ້ ໃນບັນຊີລາຍຊື່ສັດໃກ້ສູນພັນແຫ່ງຊາດ ແລະ ກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳ (2007)
- ໃນຫວຽດນາມ: ສັດຊະນິດນີ້ໄດ້ຮັບການຄຸ້ມຄອງຕາມກົດໝາຍ ພາຍໃຕ້ບັນຊີ 1B ບົດບັນຍັດກົດໝາຍແຫ່ງຊາດຂໍ້ທີ່ 32 (2006) ແລະ ບັນຊີທີ່ I ຂອງກົດໝາຍແຫ່ງຊາດ ຂໍ້ທີ່ 160 (2013).
- ໃນກຳປູເຈຍ: ສັດຊະນິດນີ້ຖືກຈັດຢູ່ໃນບັນຊີສັດ “ຫາຍາກ” ພາຍໃຕ້ກົດໝາຍປ່າໄມ້ (2002).
ຄາງຊະນິດນີ້ພົບໄດ້ໃນພື້ນທີ່ປ່າສະຫງວນແຫ່ງຊາດ (NPAs) ຫຼາຍແຫ່ງທົ່ວເຂດກະຈາຍພັນ. ແຕ່ເຖິ່ງຢ່າງໃກໍ່ຕາມ ການມີສ່ວນຮ່ວມຈາກນາໆຊາດ ພື້ນທີ່ປ່າສະຫງວນແຫ່ງຊາດ ມັກໄດ້ຮັບການຈັດການທີ່ບໍ່ດີ. ໃນປີ 2015 ຄວາມພາຍາຍາມໃນການອານຸລັກທີ່ກຳລັງດຳເນີນຢູ່ ເຊິ່ງມີ ຂາແດງຢູ່ໄດ້ແກ່:
- ໃນລາວ: ເຂດອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ; ເຂດອຸທິຍານແຫ່ງຊາດຫີນໜາມໜໍ່, ປ່າສະຫງວນແຫ່ງຊາດລະວິງ-ລະວຽນ, ທາງເຊື່ອມຕໍ່ລະຫວ່າງປ່າສະຫງວນແຫ່ງຊາດເຊປຽນຫາປ່າສະຫງວນດົງອຳພັນ ແລະ ປ່າສະຫງວນດົງອຳພັນ ຫາ ປ່າສະຫງວນເຊຊັບ, ປ່າສະຫງວນແຫ່ງຊາດເຊຊັບ, ປ່າສະຫງວນແຂວງ ຄູນເຊໜອງມ້າ ມີບັນທຶກຈາກປີ 1990 ສຳຫຼັບພື້ນທີ່ອື່ນໆ ແຕ່ຫຼາຍແຫ່ງຍັງບໍ່ໄດ້ຮັບສຳຫຼວດຊ້ຳ ແລະ ຄວາມຄົງຢູ່ຂອງສາຍພັນໃນພື້ນທີ່ເຫຼົ່ານັ້ນຍັງບໍ່ແນ່ນອນ.
- ໃນຫວຽດນາມ: ເຂດປ່າສະຫງວນແຫ່ງຊາດເສົາລາສອງແຫ່ງ, ປະສະຫງວນບາກມາ, ເຂດອານຸລັກແຫ່ງຊາດຊອນຕ້າ, ອຸທິຍານແຫ່ງຊາດຊາດຟອງຍາ-ເກບັງ, ອຸທິຍານແຫ່ງຊາດມອນເລ, ເຂດປ່າສະຫງວນແຫ່ງຊາດຟອງດຽນ ແລະ ປ່າສະຫງວນແຫ່ງຊາດດັກຣອງ.
- ໃນກຳປູເຈຍ: ອຸທິຍານແຫ່ງຊາດວິຣາເຊຍ.
ແຫຼ່ງຂໍ້ມູນ: [6]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ຂ່າແດງປະເຊີນກັບໄພຂົ່ມຂູ່ລັກສອງປະການໄດ້ແກ່ ການລ່າ ແລະ ການສູນເສຍແຫຼ່ງທີ່ຢູ່ອາໃສ. ການລ່າຍັງເປັນໄພຂົ່ມຂູ່ທີ່ຮ້າຍແຮງທີ່ສຸດ ໂດຍມີສາເຫດມາຈາກການບໍລິໂພກໃນທ້ອງຖິ່ນ, ຢາພື້ນເມືອງ ແລະ ການຄ້າຂາຍສັດປ່າ ລວມທັງການຄ້າສັດລ້ຽງແບບສວຍໂອກາດ. ໃນລາວທັງຜູ້ລ່າສັດຄົນລາວ ແລະ ຄົນຫວຽດນາມ ມີສ່ວນກ່ຽວຂ້ອງ, ໃນຂະນະທີ່ຫວຽດນາມ ຂາແດງມີມູນຄ່າສູງຈາກການກິນຊີ້ນ ແລະ ໃຊ້ເປັນຢາ. ການສູນເສຍແຫຼ່ງທີ່ຢູ່ອາໃສ ຈາກການຈັດໄມ້ເພື່ອການເຮັດກະສິກຳ (ສວນກາເຟ, ຢາງພາລາ, ໝາກມ່ວງຫິມະພານ), ການຂຸດຄົ້ນບໍແຮ່, ພະລັງງານໄຟຟ້ານ້ຳ ແລະ ໂຄງການພັດທະນາໂຄງສ້າງພື້ນຖານ, ເຮັດໃຫ້ປ່າແຍກເປັນສ່ວນຕ່າງໆ ເຮັດໃຫ້ນັກລ່າສາມາດເຂົ້າເຖິງໄດ້ງ່າຍ. [6]
ການຕິດຕາມປະຊາກອນ:
ໃນລາວ: ຍັງຄົງມີປະຊາກອນຫຼົງເຫຼືອຢູ່ຫຼາຍທີ່ສຸດໃນໂລກ ໂດຍສະເພາະໃນອຸທິຍານແຫ່ງຊາດນາກາຍນ້ຳເທີນ ແລະ ອຸທິຍານແຫ່ງຊາດຫີນນ້ຳໜໍ່. ໂດຍອຸທິຍານແຫ່ງຊາດນາການນ້ຳເທີນຄາດວ່າ ມີປະຊາກອນຫຼາຍກ່ວາ 4,500 ກຸ່ມ, ກະຈາຍຢູ່ໃນພື້ນທີ່ປະມານ 1,600 ຕາແມັດ. ໃນອຸທິຍານແຫ່ງຊາດເຊຊັບ ຍັງຄົງມີຈຳນວນຫຼາຍພໍສົມຄວນ ພື້ນທີ່ປ່າຫ່າງໄກອາດຍັງມີປະຊາກອນຈຳນວນຫຼາຍຢູ່. ເຖິ່ງວ່າຈະຂາດຂໍ້ມູນປະມານການກໍ່ຕາມ ເຖິ່ງຢ່າງໃດກໍ່ຕາມ ປະຊາກອນຂອງພວກມັນຫຼຸດລົງຫຼາຍໃນໄລ່ຍະທົດສັດຕະວັດທີ່ຜ່ານມາ.
ໃນຫວຽດນາມ: ຈຳນວນປະຊາກອນຫຼຸດລົງຫຼາຍ ເນື່ອງຈາກການລ່າ ແລະ ການສູນເສຍແຫຼ່ງທີ່ຢູ່ອາໃສ. ການສຳຫຼວດພົບວ່າມີປະຊາກອນໜ້ອຍກ່ວາ 30 ຕົວໃນອຸທິຍານແຫ່ງຊາດບັກມາ 30-70 ຕົວ ໃນເຂດປ່າສະຫງວນແຫ່ງຊາດດັກຣອງ ແລະ ມີພຽງບາງກຸ່ມໃນເຂດປາສະຫງວນແຫ່ງຊາດບັກຮວງຮວາ. ອຸທິຍານແຫ່ງຊາດພົງນາ-ກາບັງ ອາດມີປະຊາກອນຫຼາຍຮອດ 2.000 ໂຕ (ເຊິ່ງອາດເປັນການປະມານສູງເກີນໄປ), ໃນຂະນະທີ່ອຸທິຍານແຫ່ງຊາດຊອນຕາມີປະຊາກອນປະມານ 200 ຕົວໃນພື້ນທີ່ຢູ່ອາໃສພຽງປະມານ 50 ຕາກິໂລແມັດເທົ່ານັ້ນ, ສະຖານທີ່ອື່ນໆ (ອຸທິຍານແຫ່ງຊາດຊູມອມເຣຍ, ເຂດກັນຊົນຂອງປ່າສະຫງວນແຫ່ງຊາດຟອງດຽນ ແລະ ອຸທິຍານແຫ່ງຊາດບັດມາ) ມີປະຊາກອນຈຳນວນໜ້ອຍ ຫຼື ບໍ່ຊັດເຈນກ
ໃນກຳປູເຈຍ: ພົບຊະນິດທີ່ສາມາດລະບຸພັນທຸກຳໄດ້ ແຕ່ມີລັກສະນະທາງສັຖານວິທະຍາທີ່ຜິດປົກກະຕິໃນອຸທິຍານແຫ່ງຊາດສະຕິວິຣາເຊຍ ແລະ ປ່າໃນເມືອງວວນໄຊ ຖືວ່າມີປະຊາກອນຂະໜາດໃຫຍ່ ເນື່ອງຂາກການພົບເຫັນຫຼາຍຄັ້ງ ເຖິ່ງວ່າຈະມີການບັນທຶກການປະສົມພັນຂ້າມສາຍພັນກັບຄາງສີເທົາແລ້ວກໍ່ຕາມ.
ແຫຼ່ງຂໍ້ມູນ: [6].
ການເກັບກູ້ແບບຍືນຍົງ: ອົງກອນອານຸລັກທີ່ເນັ້ນການສຶກສາ ແລະ ການອານຸລັກສາຍພັນໂດຍສະເພາະ ໄດ້ແກ່: ໂຄງການອານຸລັກ (Anoulak) ໃນອຸທິຍານແຫ່ງຊາດນາກາຍນໍ້າເທີນປະເທດລາວ (www.conservationlaos.com); ສະຖາບັນນິເວດວິທະຍາພາກໃຕ້ (SIE) ໃນອຸທິຍານແຫ່ງຊາດຊອນຕຣາ ປະເທດຫວຽດນາມ, GreenViet ໃນອຸທິຍານແຫ່ງຊາດຊອນຕຣາ ປະເທດຫວຽດນາມ (http://en.greenviet.org/); ມູນລະນິທິ Douc Langu ໃນຫວຽດນາມ (http://douclangur.org/); ແສນສູນຊ່ວຍເຫຼືອລີງໃກ້ສູນພັນ (ປະຊາກອນທີ່ຖືກກັກຂັງ) ໃນຫວຽດນາມ. [6]
ກົດໝາຍ ແລະ ນະໂຍບາຍ:
1. ຂໍບັງຄັບພາຍໃຕ້ກົດໝາຍໃນບັນຊີທີ່ I ຂອງ CITES:
- ຫ້າມໃນການຄ້າຂາຍເຂົາແຮດທົ່ວໂລກ: ບໍ່ມີຕະຫຼາດລະຫວ່າງປະເທດທີ່ຖືກົດໝາຍສຳຫຼັບເຂົາແຮດນໍດຽວ ຫຼື ອານຸພາກຕ່າງໆຂອງແຮນໍດຽວ.
- ຂໍ້ຈຳກັດໃນການເພາະລ້ຽງໃນກົງ: ການເຄື່ອນຫຍ້າຍສັດແຕ່ລະຕົວເພື່ອວັດຖຸປະສົງໃນການອານຸລັກ ຈະຕ້ອງໄດ້ຮັບການຄວບຄຸມ ແລະ ອານຸຍາດຢ່າງເຂັ້ມງວດພາຍໃຕ້ CITES.
- ລຳດຳຄວາມສຳຄັນໃນການບັງຄັບໃຊ້ກົດໝາຍ: ປະເທດຕ່າງໆ (ເຊັ່ນ: ອິນໂດເນເຊຍ) ຈຳເປັນຕ້ອງຖືວ່າການລ່າສັດ ແລະ ການຄ້າສັດປ່າຜິດກົດໝາຍເປັນອາດສະຍາກຳທີ່ຮ້າຍແຮງກ່ຽວກັບສັດປ່າ.
ແຫຼ່ງຂໍ້ມູນ: [1]
2. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
- ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
- ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
- ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
- ການທາລຸນນະກຳສັດທຸກຮູບແບບ
- ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
- ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
- ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
- ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
- ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [9]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
[2] iNaturalist [Online]. Uploaded in May 2026 by Thành Phan. Available: https://www.inaturalist.org/observations/357402996. [Accessed 20 August 2026].
[3] iNaturalist [Online]. Uploaded in June 2026 by Thành Phan. Available: https://www.inaturalist.org/observations/368901326. [Accessed 20 August 2026].
[4] iNaturalist [Online]. Uploaded in September 2025 by Yui Hong Chiu. Available: https://www.inaturalist.org/observations/312929919. [Accessed 20 August 2026].
[5] iNaturalist [Online]. Uploaded in September 2024 by billyschofield. Available: https://www.inaturalist.org/observations/243526144. [Accessed 20 August 2026].
[2] New England Primate Conservancy, “Red-shanked douc langur (Pygathrix nemaeus),” New England Primate Conservancy. [Online]. Available: https://neprimateconservancy.org/red-shanked-douc-langur/. [Accessed: Aug. 21, 2026].
[3] T. Lippold, “Red-shanked douc diet,” [PDF]. [Online]. Available: https://static1.1.sqspcdn.com/static/f/1200343/28563608/1670694152677/PC36_Lippold_Red-shanked_douc_diet.pdf. [Accessed: Aug. 21, 2026].
[4] WWF, “Introducing the douc: Pygathrix nemaeus, Pygathrix nigripes, Pygathrix cinereus,” WWF. [Online]. Available: https://wwf.panda.org/wwf_news/?22877/Introducing-the-douc-iPygathrix-nemaeus-Pygathrix-nigripes-Pygathrix-cinereusi. [Accessed: Aug. 21, 2026].
[5] Observation.org, “Pygathrix nemaeus (Red-shanked douc),” Observation.org. [Online]. Available: https://observation.org/species/87049/. [Accessed: Aug. 21, 2026].
[6] IUCN, “Pygathrix nemaeus (Red-shanked douc),” The IUCN Red List of Threatened Species. [Online]. Available: https://www.iucnredlist.org/species/39826/17941247#habitat-ecology. [Accessed: Aug. 21, 2026].
[7] GBIF Secretariat, “Pygathrix nemaeus (Linnaeus, 1771),” GBIF Backbone Taxonomy. [Online]. Available: https://www.gbif.org/taxon/4QNHF. [Accessed: Aug. 21, 2026].
[8] Lao People's Democratic Republic, “Legal document on wildlife and aquatic species,” [Online]. Available: https://phakhaolao.la/wp-content/uploads/2025/02/legal_lo_la_20240507095315-1.pdf. [Accessed: Aug. 21, 2026].
[9] Pha Khao Lao, “Lao wildlife document (lao224786),” [Online]. Available: https://phakhaolao.la/wp-content/uploads/2026/07/lao224786.pdf. [Accessed: Aug. 21, 2026].
https://wwf.panda.org/wwf_news/?22877/Introducing-the-douc-iPygathrix-nemaeus-Pygathrix-nigripes-Pygathrix-cinereusi
https://www.monaconatureencyclopedia.com/pygathrix-nemaeus/?lang=en
https://www.primatewatching.com/p-nemaeus
https://observation.org/species/87049/
https://www.iucnredlist.org/species/39826/17941247#habitat-ecology
https://www.gbif.org/taxon/4QNHF
https://www.conservationlaos.com/wp-content/uploads/2019/05/Coudrat-Duckworth-Timmins-2012-Distribution-and-Conservation-Status-of-the-Red-Shanked-Douc-Pygathrix-nemaeus-in-Lao-PDR-An-Upda.pdf
https://www.cambridge.org/core/services/aop-cambridge-core/content/view/3A826166675625B7E721F548471FE84D/S0030605313000124a.pdf/conservation-of-the-red-shanked-douc-pygathrix-nemaeus-in-lao-peoples-democratic-republic-density-estimates-based-on-distance-sampling-and-habitat-suitability-modelling.pdf
https://www.researchgate.net/publication/271208445_A_new_primate_record_for_Cambodia_Pygathrix_nemaeus