ເລກລຳດັບທີ: 3579
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-06-19

ລີງເສນ
Stump-tailed Macaque

Macaca arctoides (I.Geoffroy Saint-Hilaire, 1831)


ສັດ
ສັດລ້ຽງລູກດ້ວຍນົມ

1 / 1
Image 1


ຊື່ທ້ອງຖີ່ນ:
ລີງໂທນ, ແວລະ ປອມຢີ່ມ (ກືມມຸ) ( Stumptail Macaque and Bear Macaque)

ຊື່ພ້ອງ :
Macaca brunneus (Anderson, 1871)
Macaca harmandi (Trouessart, 1897)
Macaca melanotus (Ogilby, 1839)
Macaca melli (Matschie, 1912)
Macaca rufescens (Anderson, 1872)
Macaca speciosus (Murie, 1875)
Macaca ursinus (Gervais, 1854)
Macacus arctoides (Geoffroy, 1831)
Macacus arctoides subsp. melli Matschie, 1912
Macacus brunneus Anderson, 1871
Macacus harmandi Trouessart, 1897
Macacus rufescens Anderson, 1872
Macacus speciosus Murie, 1875
Macacus ursinus Gervais, 1854
Papio melanotus Ogilby, 1839

ຊື່ສະກຸນ:
Cercopithecidae

ຊະນິດໃກ້ຄຽງ:
ລີງຫາງຍາວ / Long-tailed Macaque
ລີງກັງ / Pig-tailed Macaque
ລີງວອກ/ Rhesus Macaque
ລີງຜົມແບ່ງ/ Assamese Macaque

ບັນຍາຍລັກສະນະທາງພືດສາດ:
ຂົນຂອງພວກມັນມີສີນ້ຳຕານ ຫຼື ສີແດງ, ເຫຼືອມ ແລະ ຄ້າຍວ່າມີສີດຳຢູ່ດ້ານຫຼັງ, ຂາດ້ານອກທັງສອງຂ້າງມີສີດຽວກັບລຳຕົວ ຫຼື ສີຈາງກ່ວາເລັກນ້ອຍ. ຫາຂ້ອນຂ້າງສັ້ນ ໂດຍມີຂົນດ້ານລຸ່ມຫາງເປັນສີເຂັ້ມກ່ວາ ແລະ ບາງກ່ວາຂົນບໍລິເວນທ້ອງ. ຂົນບໍລິເວນຫົວຈະມີສີອ່ອນ ເຊິ່ງຈະອອກຈາກກາງຫົວລົງໄປດ້ານຂ້າງ ຫາດ້ານຫຼັງ, ບໍລິເວນໜ້າຜາມີຂົນສີນ້ຳຕານສັ້ນ ເຮັດໃຫ້ເບິ່ງຄືລ້ານ, ໜວດ ແລະ ເຄົາບໍລິເວນຄາງຈະມີສີອ່ອນກ່ວາດ້ານຫຼັງ ແລະ ໜ້າ. ບໍລິເວນໂນກແກ້ມມີຂົນບາງໆ ເຊິ່ງຈະເຜີຍໃຫ້ເຫັນຜິວສີບົວປົນແດງ.
ໂຕຜູ້ຈະມີຂະໜາດໃຫຍ່ກ່ວາຕົວແມ່ ໂດຍຈະສູງລະຫວ່າງ 51,7 ຫາ 65 ຊມ. ຫາງມີຄວາມຍາວ 1,7 ຫາ 8 ຊມ., ແລະ ມີນ້ຳໜັກລະຫວ່າງ 9,7 ຫາ 10,2 ກກ. ໃນຂະນະທີ່ຕົວແມ່ມີຄວມຍາວລະຫວ່າງ 48,5 ຫາ 58,5 ຊມ. ແລະ ມີນ້ຳໜັກ 7,5 ຫາ 9,1 ກກ.
ພຶດຕິກຳ: ລີງເສນສື່ສານກັນໂດຍໃຊ້ສຽງຮ້ອງ ແລະ ທ່າທາງເປັນຫຼັກ, ຕົວຜູ້ຈ່າຝູງຈະສົ່ງສຽງ “ຄຳລາມ” ເພື່ອຂູ່ຂວັນຜູ້ລ່າ, ໃນຄະນະທີ່ລູກລີງຈະໃຊ້ສຽງ “ສຽງຫວີດ” ເພື່ອສົ່ງສັນຍານຂໍຄວາມຊ່ວຍເຫຼືອ ຫຼື ເອີ້ນຫາແມ່. ແມ່ລີງຈະເປັນຜູ້ດູແລຫຼັກ, ແມ່ລີງທຸກຕົວໃນກຸ່ມຈະປົກປ້ອງ ແລະ ດູແລລູກ ໂດຍສະເພາະລູກລູງຂອງຕົວທີ່ມີຕ່ຳແໜ່ງສູງກ່ວາ ອາດຈະໄດ້ຮັບປະໂຫຍດທາງສັຄົມ ເຊັ່ນ ຄວາມຮ້າຍແຮງທີ່ຫຼຸດລົງ ແລະ ຄວາມອົດທົນທີ່ຫຼາຍຂື້ນ, ໂດຍການຊ່ວຍເຫຼືອລູກລີງຂອງແມ່ທີ່ມີຕ່ຳແໜ່ງສູງຂື້ນ. [3]
ການສືບພັນ: ໂດຍທົ່ວໄປແລ້ວຕົວຜູ້ຈະມີພຶດິກຳທາງເພດທີ່ກະຕືລືລົ້ນກ່ວາຕົວແມ່, ມັນຈະສົບຕາກັບຕົວແມ່ ແລະ ສະແດງອະໄວຍະວະເພດຂອງມັນກ່ອນຈະເຂົ້າມາໃກ້ ແລະ ນັ່ງລົງຂ້າງໆ ໂດຍມັກຈະກັດແຂ້ວ ແລະ ສະແດງໜ້າບູດບື້ງ ໃນລະຫວ່າງການປະສົມພັນ, ສະມາຊິກໃນກຸ່ມອື່ນໆ ມັກຈະລົບກວນຄູ່ປະສົມພັນ. [4]
ອາຫານ: ອາຫານຂອງລີງເສນ ປະກອບມີພືດເປັນຫຼັກ ໄດ້ແກ່ ໝາກໄມ້, ແກ່ນ, ດອກ, ໃບ ແລະ ຮາກ, ນອກຈາກນີ້ຍັງຂຸດຫົວ ແລະ ຮາກໃນດິນກິນອີກດ້ວຍ. [5]
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia, China, India, Laos, Malaysia, Myanmar, Thailand and Viet Nam: [8]
ຊະນິດພັນພື້ນໃນ ກໍາປູເຈຍ, ຈີນ, ອິນເດຍ, ລາວ, ມາເລຍເຊຍ, ມຽນມາ, ໄທ ແລະ ຫວຽດນາມ. [8]

Global distribution between 1899 to 2025. Source: [6].

ເຂດກະຈາຍພັນໃນລາວ :
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າແປກປະສົມປ່າໃບກ້ວາງ
ປ່າປູກ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງສູນພັນ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ

ການນຳໃຊ້
ປະເພດການນຳໃຊ້:
ຫ້າມນຳໃຊ້

ບັນຍາຍການນຳໃຊ້:

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] India Biodiversity [Online]. Uploaded by 06 April 2014 by R. J. Basu-matary. Available: https://indiabiodiversity.org/observation/show/1751303. [Accessed: February 4, 2025]
[2] iNaturalist [Online]. Uploaded on 16 July 2022 by Th. Y. Sukruan. Available: https://www.gbif.org/occurrence/3873379795. [Accessed: February 4, 2025]
[3] iNaturalist [Online]. Uploaded on 22 January 2020 by Kusariqqu. Available: https://www.gbif.org/occurrence/3903432249. [Accessed: February 4, 2025]

ອ້າງອິງ:
[1] D. Pratumthong and A. P. Khlaipet, “Mammals of Natural World Her-itage Thung Yai Naresuan – Huai Kha Khaeng,” Pathum Thani, Thailand: Na-tional Science Thailand, July 2022.
[2] Thai National Park, “Macaca arctoides,” [Online]. Available: https://www.thainationalparks.com/species/stump-tailed-macaque. [Accessed: February 4, 2025]
[3] India Biodiversity, “Macaca arctoides (I.Geoffroy SaiHilaire,1831), [Online]. Available: https://indiabiodiversity.org/species/show/238502. [Accessed: February 4, 2025]
[4] Animal Diversity, “Macaca arctoides,” [Online]. Available: https://animaldiversity.org/accounts/Macaca_arctoides/. [Accessed: February 4, 2025]
[5] Treat Ment Bank, “Macaca arctoides (Geoffroy Saint-Hilaire, 1831),” [Online]. Available: https://treatment.plazi.org/id/CE199B17FFD1FFD5FA3660AAF930F8B9. [Accessed: February 4, 2025]
[6] Global Biodiversity Information Facility, “Macaca arctoides (Geoffroy Saint-Hilaire, 1831),” [Online]. Available: https://www.gbif.org/species/2436605. [Accessed: February 4, 2025]
[7] IUCN. (2020 September, 16). IUCN red list. Retrieved from IUCN red list web site: https://www.iucnredlist.org/species/12548/185202632.
[8] ສະພາແຫ່ງຊາດ. (2023) ກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸງ)

ຜູ້ສ້າງ Factsheet:
Duangkhae KEONOY

ຜູ້ກວດສອບ Factsheet:
,