ເລກລຳດັບທີ: 3565
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19
ໜູຂິວນ້ອຍ
Short-tailed gymnure
Hylomys suillus S. Müller, 1840
ສັດ
ສັດລ້ຽງລູກດ້ວຍນົມ
×
ຊື່ທ້ອງຖີ່ນ:
ຊື່ສາມັນ: short-tailed gymnure, Pig-tailed Shrew ແລະ Lesser gymnure
ມາເລຍເຊຍ: Salak Ba'a ແລະ Tikus Babi
ໄທ: ໜູຜີຫາງໝູ
ຊື່ພ້ອງ
:
ຊື່ສະກຸນ:
Erinaceidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ຈໍາພວກຫນູ - Insectivores:1. ເຜົ່າ Insectivora: ເປັນສັດຂະໜາດນ້ອຍທີ່ມີໜ້ານ້ອຍແຫຼມຍາວ ແລະ ມີການເຄື່ອນ ໄຫວໄປມາຫຼາຍ, ໂດຍທົ່ວໄປຈະມີແຂນຂາສັ້ນທີ່ມີ 5 ນິ້ວ, ສະມາຊິກ ທັງໝົດສາມາດຍ່າງ ແລະ ແລ່ນໄດ້ຕາມການເຄື່ອນໄຫວປົກກະຕິຂອງ ພວກມັນ. ຕາ ແລະ ຫູຂ້ອນຂ້າງນ້ອຍ ແລະ ພາກສ່ວນນອກທີ່ປາກົດ ໃຫ້ເຫັນໄດ້ຍາກ, ສັດຈຳພວກນີ້ດໍາລົງຊີວິດຂຶ້ນກັບອະໄວຍະວະຮັບ ກິ່ນທີ່ຊອກຫາເຫຍື່ອ ສະມາຊິກຂອງເຫຼົ່ານີ້ສ່ວນໃຫຍ່ມັກຢູ່ໂດດດຽວ ແລະ ຫາກິນກາງຄືນ, ໃນທົ່ວໂລກມີ 6 ຕະກູນປະກອບດ້ວຍໜູຂິວ ແລະ ເໝັ້ນ (ຕະກູນ Erinaceidei). ໜູງວງ (ຕະກູນ Talpidae), ຕຸ່ນ (ຕະກູນ Chrysochloridlae), ສັດກິນແມງໄມ້ (Soricidae), ໜູງວງແຫຼມ (Selenodotidae) ນາກຫາງເປັດ (Temecidae), ມີຫຼາຍກວ່າ 60 ສະກຸນ ແລະ 345 ຊະນິດ, ໃນ ສປປ ລາວມີ 3 ຕະກູນ, 9 ສະກຸນ ແລະ 16 ຊະນິດ.2. ໜູຂິວ - Gymnure ແລະ ໜູ - Hedgehogs:
ຕະກູນ Erinaceidae ຕະກູນນີ້ປະກອບດ້ວຍ ຕະກຸນຍ່ອຍ Galerinae ເຊິ່ງປະກອບດ້ວຍ 5 ສະກຸນຂອງໜູຂີວ (ຫາງບໍ່ມີຂົນ) ທີ່ ເປັນສັດສະເພາະຖິ່ນຂອງເຂດອິນໂດ-ມາເລ ແລະ ຕະກູນຍ່ອຍ Erinaceinae (Hedgehoges). ໜູຂິວເປັນສັດກິນແມງໄມ້, ມີສົບຍາວ, ໃນທົ່ວໂລກມີທັງໝົດ 6 ສະກຸນ ເຊິ່ງ ມີ 12 ຊະນິດ, ໃນລາວມີ 3 ຊະນິດທີ່ມາຈາກ 2 ສະກຸນ.
ໜູຂິວນ້ອຍ (Hylomys suillus)
ຫົວ ແລະ ລຳຕົວຍາວ: 12-13.9 ຊມ. ຫາງຍາວ: 1.9-3 ຊມ
ເປັນໜູຂິວທີ່ມີຂະໜາດນ້ອຍທີ່ສຸດ, ທີ່ມີໜ້າເປັນມູມຫຼ່ຽມທີ່ຊັດເຈນປາຍສຸດຂອງຫົວຄ້າຍຄືງວງຊ້າງ, ມີປາກຢູ່ປາຍ, ບໍລິເວນຮອບຫູບໍ່ມີຂົນ.ພາກສ່ວນທ້ອງມີຂົນສີນ້ຳຕານອົມເຫຼືອງ ແລະ ສີເຫຼືອງອ່ອນ. ມີຂົນສັ້ນແປແຫຼມເທິງຜິວໜັງເຊິ່ງບໍ່ສັງເກດເຫັນເມື່ອພົບໃນພາກສະໜາມ. ມີຫາງນ້ອຍ, ສັ້ນກວ່າຄວາມຍາວຂອງສ່ວນຫົວ ແລະ ລຳຕົວ 25% ອຸປະນິໄສ: ເປັນສັດບົກຫາກິນກາງເວັນ. ກິນຈຳພວກຂີ້ກະເດືອນດິນ ແລະ ແມງໄມ້ທີ່ຢູ່ເທິງໜ້າດິນ ໂດຍສະເພາະບໍລິເວນໃກ້ນ້ຳຫ້ວຍ ແລະ ຮ່ອງ. ສ້ຽງຮ້ງ: ຖິ່ນອາໄສ: ມັກຢູ່ຕາມປ່າຕຶບທີ່ກຳລັງເຕີບໃຫຍ່ຢູ່ຕາມເທິງພູສູງ ແລະ ຕ່ຳ, ນອກຈາກນັ້ນຍັງມັກຢູ່ຕາມປ່າປະສົມ ແລະ ປ່າຂຽວຕະຫຼອດປີ, ຢູ່ເຂດເນີນສູງທົ່ວປະເທດ. ມີການບັນທຶກໄດ້ຈາກແຂວງຜົ້ງສາລີ, ແຂວງຊຽງຂວາງ, ປ່າສະຫງວນແຫ່ງຊາດດົງຫົວສາວ ແລະ ບ່ອນອື່ນໆທີ່ຢູ່ລະດັບສູງກວ່າໜ້ານ້ຳທະເລ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດພູສູງພາກເໜືອຂອງລາວ

ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ປະຊາຊົນທ້ອງຖີ່ນນຳໃຊ້ເປັນອາຫານ ແລະ ຂາຍຕາມຕະຫຼາດທ້ອງຖີ່ນບາງໂອກາດເທົ່ານັ້ນ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ຈອຫ໌ນ ພາຣ໌, ກະມົນ ໂກມົນຜະລິດ ແລະ ມົງຄົນ ວົງກາລາສິນ. (1999). ສັດລຽງລູກດ້ວຍນ້ຳນົມໃນປະເທດລາວ. ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.
Ruedi, M., Chapuisat, M., Iskandar, D. (1994). Taxonomic Status of Hylomys parvus and Hylomys suillus (Insectivora: Erinaceidae): Biochemical and Morphological Analyses. Journal of Mammalogy, 75(4): 965–978.
Genoud, M., Ruedi, M. (1996). Rate of metabolism, temperature regulations, and evaporative water loss in the lesser gymnure Hylomys suillus (Insectivora, Mammalia). Journal of Zoology, 240(2): 309-316.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: