ເລກລຳດັບທີ: 3543
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ພ້າວໂຄກ
Thai sago
Cycas siamensis Miq.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ

ບໍ່ມີຮູບ

ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ປົ່ງ ແລະ ພ້າວໂຄກ ໄທ: ປົ່ງຫຼ່ຽມ, ກຸ້ນຜົງ, ຕານປັດຕະນີ, ປົ່ງປ່າ, ຜັກກູດບົກ ແລະ Thai sago ຈີນ: 戈洛科德 ແລະ 苏西的眼睛 ຫວຽດ: Thiên tuế xiêm ແລະ Tuế rừng khộp.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Cycadopsida
ອັນດັບ
Cycadales
ຊື່ສະກຸນ
Cycadaceae
ສະກຸນ
Cycas
ຊະນິດ
Cycas siamensis
ຊື່ພ້ອງ
Cycas baguanheensis L.K.Fu & S.Z.Cheng
Cycas immersa Craib
Cycas intermedia B.S.Williams
Cycas panzhihuaensis L.Zhou & S.Y.Yang
Cycas siamensis subsp. siamensis
Epicycas siamensis (Miq.) de Laub.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ. ລຳຕົ້ນມີລັກສະນະຄ້າຍຕົ້ນປາມ, ສູງ 0.5-2 ແມັດ, ລຳຕົ້ນມີຊ່ອງວ່າງພາຍໃນ, ມີເກັດຫຸ້ມຍອດ, ເປືອກຕົ້ນມີເກັດສີນ້ຳຕານ ຫຼື ແຕກເປັນຮ່ອງຕາມຍາວ. ໃບປະສົມຂັ້ນໜື່ງແບບຂົນນົກປາຍຄີກ, ອອກວຽສະຫຼັບ, ອອກແໜ້ນບໍລິເວນປາຍຂອງລຳຕົ້ນ, ຍາວ 0.6-1.2 ມ. ກ້ານໃບຍາວ 10-30 ຊມ, ມີໜາມ. ໃບຍ່ອຍມີ 70-100 ຄູ່, ຮຽງສະຫຼັບ ຫຼື ເກືອບຮຽງກົງກັນຂ້າມ, ຮູບແຖບ, ປາຍແຫຼມເປັນໜາມ, ແຜ່ນໃບໜາ, ໃບອອ່ນມີຂົນສັ້ນອ່ອນນຸ້ມກະຈາຍຢ່າງໜາແໜ້ນ, ບໍມີເສັ້ນໃບຍ່ອຍ, ໃບຍ່ອຍຊ່ວງລຸ່ມຫຼຸດຂະໜາດເປັນໜາມ, ສີຂຽວເຂັ້ມ ຫຼື ສີເທົາ. ຊໍ່ດອກແຍກເພດຕ່າງຕົ້ນກັນ. ຊໍ່ດອກເພດຜູ້ອອກບໍລິເວນຍອດ, ຮູບຂອບຂະໜານ, ກ້ວາງ 6-8 ຊມ, ຍາວ 10-20 ຊມ, ມີກິ່ນເໝັ່ນສຸນ. ຊໍ່ດອກເພດແມ່ອອກໃຕ້ໃບ ແລະ ອອກແພເປັນກຸ່ມຄ້າຍກະຈຸກແບບກຸລາບຊ້ອນ, ກ້ວາງ 10-20 ຊມ, ຂອບເປັນວັກເລິກຄ້າຍໜາມ, ມີຂົນສີນ້ຳຕານອົມເຫຼືອງປົກຄຸມໜາແໜ້ນ, ດ້ານລຸ່ມມີໄຂ່ອອ່ນຕິດຢູ່. ໝາກ (ບໍ່ມີໝາກຫຸ້ມແກ່ນ). ແກ່ນຮູບກົມ ຫຼື ຮູບຮີ, ຂະໜາດ 3-3.7 ຊມ, ມີແມັດໄຂ່ 2 ເມັດ, ເມື່ອແກ່ມີສີເຫຼືອງອົມສົ້ມ, ດ້ານໃນມີຊັ້ນເສັ້ນໄຍ.

ອອກດອກໃນຊ່ວງ: ເດືອນ ກຸມພາ ຫາ ເດືອນ ພືດສະພາ

ການກະຈາຍພັນ: ພົບຕາມປ່າໂຄກ, ປ່າປະສົມ ແລະ ປ່າພູເຂົາຫີນປູນ, ຄວາມສູງລະດັບໜ້ານ້ຳທະເລ 100-400 ແມັດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ແກ່ນ: ອຸດົມໄປດ້ວຍຄາໂບໄຮເດດໃຊ້ຮັບປະທານ ແລະ ເຮັດເປັນສາຄູ. ແກ່ນດິບມີພິດ, ເຮົາສາມາດກຳຈັດພິດໄດ້ໂດຍການຊອຍເປັນແຜ່ນບາງໆ ແລະ ນຳໄປຕາກໃຫ້ແຫ້ງຫຼັງຈາກນັ້ນກໍນ້ຳໄປແຊ່ນ້ຳແລ້ງກໍນຳໄປຕາກແຫ້ງອຶີກຄັ້ງກໍ່ສາມາດກຳຈັດພິດໄດ້ແລ້ວ.
  • ໃບອ່ອນ: ສາມາດກິນໄດ້ໂດຍນຳມາຕົ້ມເປັນຜັກກັບແຈ່ວ ແລະ ໃຊ້ຜະລິດໝາກຝຣັ່ງ.

ສັບພະຄຸນ:

  • ໝາກຝຣັ່ງ: ທີ່ໄດ້ຈາກພືດໃຊ້ເປັນຢາຮັກສາແຜ່ທີ່ເປັນໜອງ, ຮັກສາມະເຣັງ, ເປັນຢາແກ້ພິດງູ ແລະ ແມງໄມ້ກັດໄດ້ດີ.
  • ເກສອນ: ເປັນຢາເສບຕິດ.
  • ເປືອກ ແລະ ແກ່ນ: ນຳມາບົດພອກຮັກສາແຜ ແລະ ແກ້ບວມ.
  • ໃບອ່ອນ: ແກ້ທ້ອງອືດ-ທ້ອງເຟີ້. ພືດປະດັບ: • ທັ້ງຕົ້ນ: ປູກເປັນໄມ້ປະດັບ.

ສິນຄ້າ: ປັດຈຸບັນໄດ້ຮັບການນິຍົມນຳມາປູກເປັນໄມ້ປະດັບຈຶ່ງກາຍເປັນສິນຄ້າທີ່ຕະຫຼາດຕ້ອງການ.

ຄຸນປະໂຫຍດ:

  • ຮາກ: ມີປົມ, ມີກິ່ງແຜ່ຝ່ອຍຊ່ວຍຈັບໃນໂຕເຈນໃນດິນໄດ້ດີ
  • ນ້ຳຢາງ: ໃຊ້ເປັນຢາ ແລະ ກາວ.
  • ເປືອກ: ໃຊ້ເປັນກາວ.
  • ແກ່ນ: ນຳມາຮ້ອຍເປັນເຄືອງຫຼິ້ນ ຫຼື ສັ່ນໃຫ້ມີສຽງ.

ໝາຍເຫດ: ສາຍພັນນີ້ເປັນພິດຖ້າຫາກບໍ່ໄດ້ກຳຈັດກ່ອນອາດເກີດອັນຕະລາຍໄດ້, ສານພິດທີ່ພົບມີ 2 ຊະນິດຫຼັກຄື: cycasin ແລະ macrozamin. ສານເຫຼົ່ານີ້ເປັນພິດຮ້າຍແຮງຕໍ່ມະນຸດ ແລະ ສັດອື່ນໆ. ຖ້າຫາກໄດ້ຮັບສານເຫຼົ່ານີ້ເຂົ້າໄປໃນປະລິມານຫຼາຍຈະມີຜົນຕໍຕັບ ແລະ ເຮັດໃຫ້ເກີດມິເຣັງໄດ້, ຖ້າຫາກທາດໄດ້ຮັບທາກເຫຼົ່ານີ້ເປັນເວລານານ ແລະ ຈະສະສົມເຮັດໃຫ້ເກີດຄວາມຜິດປົກກະຕິທາງລະບົບປະສາດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,