ເລກລຳດັບທີ: 3379
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສົ້ມກຸ້ງໃບປາມ
Palm's Leat Begonia
Begonia palmata D.Don
ພືດ
ພືດລົ້ມລຸກ
ພືດອວບນ້ຳ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ສົ້ມກຸ້ງ.ຈີນ: 裂叶秋海棠.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Cucurbitales
ຊື່ສະກຸນ
Begoniaceae
ສະກຸນ
Begonia
ຊະນິດ
Begonia palmata
ຊື່ພ້ອງ
Begonia bowringiana Champ. ex Benth.
Begonia crassisetulosa (Irmsch.) F.A.Barkley & Golding
Begonia edulis var. henryi H.Lév.
Begonia ferruginea Hayata
Begonia laciniata Roxb.
Begonia laciniata var. bowringiana (Champ. ex Benth.) A.DC.
Begonia laciniata subsp. bowringiana (Champ. ex Benth.) Irmsch.
Begonia laciniata var. crassisetulosa Irmsch.
Begonia laciniata subsp. crassisetulosa Irmsch.
Begonia laciniata subsp. difformis Irmsch.
Begonia laciniata subsp. flava (C.B.Clarke) Irmsch.
Begonia laciniata var. flava C.B.Clarke
Begonia laciniata subsp. khasiana Irmsch.
Begonia laciniata subsp. laevifolia Irmsch.
Begonia laciniata var. nepalensis A.DC.
Begonia laciniata subsp. nepalensis (A.DC.) Irmsch.
Begonia laciniata subsp. principalis Irmsch.
Begonia laciniata var. tuberculosa C.B.Clarke
Begonia palmata var. bowringiana (Champ. ex Benth.) Golding & Kareg.
Begonia palmata var. crassisetulosaa (Irmsch.) Golding & Kareg.
Begonia palmata var. difformis (Irmsch.) Golding & Kareg.
Begonia palmata var. khasiana (Irmsch.) Golding & Kareg.
Begonia palmata var. laevifolia (Irmsch.) Golding & Kareg.
Begonia palmata var. palmata
Begonia palmata var. principalis (Irmsch.) Golding & Kareg.
Begonia randaiensis Sasaki
Begonia roylei K.Koch
Doratometra bowringiana (Champ. ex Benth.) Seem.
ບັນຍາຍລັກສະນະທາງພືດສາດ
ພືດລົ້ມລຸກ, ມີເຫງົ້າເລືອ, ລຳຕົ້ນສູງໄດ້ຮອດ 1 ແມັດ, ມີຂົນຍາວກະຈາຍທົ່ວລຳຕົ້ນ, ຫູໃບ ແລະ ກ້ານໃບຢ່າງໜາແໜ້ນ, ສີນ້ຳຕານແດງ. ຫູໃບຮູບໄຂ່ແຄບ, ຍາວປະມານ 2.5 ຊມ, ຫຼົ່ນງ່າຍ. ໃບຮູບໄຂ່, ກວ້າງ ແລະ ຍາວປະມານ 30 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວ, ປາຍແຍກເປັນພູແຫຼມ. ກ້ານໃບຍາວປະມານ 4 ຊມ. ຊໍ່ດອກແບບແຕກແໜ່ງສັ້ນ, ອອກບໍລິເວນງ່າມໃບ ແລະ ປາຍຍອດ. ກ້ານຊໍ່ດອກຍາວປະມານ 15 ຊມ. ໃບປະດັບຮູບໄຂ່, ຍາວປະມານ 1.5 ຊມ, ຫຼົ່ນໄວ, ຂອບມີຂົນຂຸຍ. ດອກຍ່ອຍສີບົວ, ດອກແຍກເພດ. ດອກເພດຜູ້ມີກີບລວມ 4 ກີບ, ຄູ່ນອກຮູບໄຂ່ປີ້ນ, ຍາວ 1-2.5 ຊມ, ຄູ່ໃນຮູບຮີ ຫຼື ຮູບຫອກ, ຍາວ 0.7-2 ຊມ, ກ້ານຊູຖົງລະອອງແຍກກັນ, ຍາວ 1-2.5 ມມ. ດອກເພດແມ່ມີກີບລວມ 5-6 ກີບ, ຮູບກົມ ຫຼື ຮູບຫອກແກມຮູບໄຂ່, ຍາວ 0.8-2.5 ຊມ. ເຕົ້າໄຂ່ມີຂົນຍາວ, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວປະມານ 5 ມມ, ປາຍແຍກອອກເປັນແງ່ມ ແລະ ບິດວຽນເລັກນ້ອຍ. ໝາກຮູບສາມຫຼ່ຽມ, ປີກຄູ່ລຸ່ມຮູບຮີ ຫຼື ຮູບຂອບຂະໜານ, ຍາວ 1.5-3 ຊມ, ປີກຄູ່ຂ້າງຍາວປະມານ 5 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໃບ ແລະ ຍອດ: ໃຊ້ກິນເປັນສົ້ມ ແລະ ຍັງສາມາດນຳມາໃສ່ແກ່ງສົ້ມເພື່ອເພີ່ມລົດຊາດ.

ສັບພະຄຸນ:

  • ຮາກ: antiphlogistic ແລະ astringent ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ, ຕົ້ມເປັນຢາຮັກສາອາການເລືອດອອກ, ໝົດປະຈຳເດືອນ ແລະ ເລືອດຄ້າງໃນຮ່າງກາຍ.

ພືດປະດັບ: ນິຍົມປູກເປັນພືດປະດັບ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,