ເລກລຳດັບທີ: 3198
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອໝ່ວຍ
Mamoi
Gnetum montanum Markgr.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ເໝື່ອຍ, ມ່ວຍ, ມາະມ່ວຍ, ແຮນມວຍ ແລະ ເໝື່ອຍຂາວຈີນ: 买麻藤 mai ma teng.Assamese: Mamei-lata ແລະ Mamoi lota.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Gnetopsida
ອັນດັບ
Gnetales
ຊື່ສະກຸນ
Gnetaceae
ສະກຸນ
Gnetum
ຊະນິດ
Gnetum montanum
ຊື່ພ້ອງ
Gnetum montanum f. montanum
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນລຳເຄືອ ຫຼື ເປັນໄມ້ຟຸ່ມເລື້ອຍຂະໜາດໃຫຍ່, ເນື້ອໄມ້ແຂງ, ບໍລິເວນຂໍ້ພອງບວມ. ໃບດ່ຽວ, ອອກຮຽງສະຫຼັບຕັ້ງສາກ, ຮູບໄຂ່ ຫຼື ຮູບຂອບຂະໜານແກມຮູບໄຂ່, ກວ້າງ 5-6 ຊມ, ຍາວ 13-16 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາ ແລະ ໜ້ຽວຄ້າຍໜັງ. ຊໍ່ດອກແບບຮວງເຂົ້າ, ແຕກແໜ່ງ, ຊໍ່ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ເປັນຊໍ່ແບບຮວງເຂົ້າແຕກແໜ່ງ, ອອກບໍເວນປາຍຍອດ ຫຼື ລຳຕົ້ນ. ດອກຍ່ອຍແຕ່ລະຊໍ່ມີ 8-15 ຊັ້ນ. ເກສອນເພດຜູ້ມີ 8-25 ອັນ, ຮຽງເປັນວົງຮອບຂໍ້. ຊໍ່ດອກເພດແມ່ແຕກແໜ່ງ. ດອກຍ່ອຍມີ 6-14 ຊັ້ນ. ແກ່ນແຕ່ລະຊັ້ນມີ 1-8 ແກ່ນ, ຮູບຮີ, ບໍ່ມີໝາກຫຸ້ມ, ແຕ່ມີກາບບາງໆຫຸ້ມໄວ້, ແກ່ນອ່ອນສີຂຽວເມື່ອແກ່ເປັນສີບົວ.

ພົບຕາມປ່າດົງດິບແຫ້ງແລ້ງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໃບ: ກິນເປັນຜັກໄດ້.
  • ແກ່ນ: ເຮັດໃຫ້ສຸກກິນໄດ້.

ສັບພະຄຸນ:

  • ຮາກ: ຕົ້ມດື່ມແກ້ພິດບາງຊະນິດ ແລະ ແກ້ໄຂ້ມາລາເຣຍ.
  • ລຳຕົ້ນ: ມີສັບພະຄຸນເຮັດໃຫ້ຈິດໃຈຊຸ່ມຊື່ນ, ເຮັດໃຫ້ແຂງແຮງ, ປະສົມກັບເຄືອເອັນອ່ອນຕົ້ມດື່ມແກ້ອາການເມືອຍ, ຕົ້ມດື່ມຊ່ວຍໃນການຢູ່ໄຟຂອງແມ່ລູກອ່ອນຊ່ວຍບຳລຸງຮ່າງກາຍຫຼັງເກີດ, ດື່ມແກ້ອາການເມືອຍ ແລະ ຊ່ວຍເຮັດໃຫ້ເສັ້ນເອັນອ່ອນ.
  • ເປືອກຕົ້ນ: ຕົ້ມດື່ມແກ້ອາການບວມພອງ.
  • ໃບ: ນຳມາຕົ້ມນ້ຳດື່ມຊ່ວຍເຮັດໃຫ້ເລືອດໄຫຼ່ວຽນໄດ້ດີ, ຕົ້ມລ້າງແຜສົດ, ແຜເປືອຍ, ແຜອັກເສບ, ຝີໜອງ ແລະ ຕຸ່ມຊ່ວຍໃຫ້ເລືອດໄຫຼວຽນໄດ້ດີ.

ຄຸນປະໂຫຍດ:

  • ເປືອກ: ມີຄວາມໜຽວ ແລະ ທົນທາສາມາດນຳມາເຮັດເຊືອກໄດ້.
  • ແກ່ນ: ໃຫ້ນ້ຳມັນ ຫຼື ສາມາດໃຊ້ເຮັດໄວນ໌ໄດ້.
  • ເສັ້ນໄຍຈາກເປືອກ: ນຳມາເຮັດເປົາ ແລະ ແຫຈັບປາ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,