ຕົ້ນທອງແມວ
Asiatic beechberry
Gmelina elliptica Sm.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຊ້ອງແມວໃຫຍ່, ຊ້ອງແມວນ້ຳ, ຊໍ້ແມວ, ຊອງແມວ, ຊ້ອງແມວ, ຊ້ອງແມວຄວາຍ, ຈິງຈ່າຍ, ຈີ້ງຈ່າຍ, ຍອງຂະໜຸນ, ໜຸນ, ຈິ້ງຈໍ້, ຍວງຂະໜຸນ ແລະ ປະງາງໍ້.ອັງກິດ: Asiatic beechberry, badhara bush, common bulang, oval-leafed gmelina ແລະ parrot's beak.ຫວຽດນາມ: Tu hú lá bầu dục ແລະ Lõi thọ leo.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Lamiales
- ຊື່ສະກຸນ
- Lamiaceae
- ສະກຸນ
- Gmelina
- ຊະນິດ
- Gmelina elliptica
ຊື່ພ້ອງ
Gmelina asiatica var. villosa (Roxb.) Bakh.
Gmelina villosa Roxb.
Gmelina villosa Roxb.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5.5-9 ມ, ກິ່ງກ້ານມີລັກສະນະຄ້າຍເຄືອສາມາດເລືອໄປພາດພີງກັບຕົ້ນໄມ້ອື່ນໄດ້, ມີໜາມແຂງກະຈາຍຢູ່ທົ່ວກິ່ງກ້ານ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກກັນ, ຮູບໄຂ່ ຫຼື ຮູບຮີ, ກວ້າງ 3-5 ຊມ, ຍາວ 3-10 ຊມ, ໂຄນໃບແຫຼມ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼື ມີຕິ່ງໜາມ. ຊໍ່ດອກແບບແຕກແໜ່ງຂະໜາດນ້ອຍ. ດອກຍ່ອຍຮູບລຳໂພງ, ສີເຫຼືອງ. ກີບດອກເຊື່ອມຕິດກັນເປັນຮູບຊົງກະບອກ, ປາຍແຍກເປັນ 4 ແສກສັ້ນ, ຮູບໄຂ່, ຂະໜາດບໍ່ເທົ່າກັນ, ກີບນ້ອຍມີ 3 ກີບ, ກີບໃຫຍ່ 1 ກີບ. ເກສອນເພດຜູ້ມີ 4 ອັນ, ແບ່ງເປັນ 2 ຄູ່, ຍາວບໍ່ເທົ່າກັນ. ເຕົ້າໄຂ່ຈັບເທິງ. ໝາກມີເນື້ອ, ຮູບຮີ ຫຼື ຮູບໄຂ່ປີ້ນ, ໝາກອ່ອນສີຂຽວ, ໝາກແກ່ຈະປ່ຽນເປັນສີເຫຼືອງ, ເນື້ອອົມນ້ຳ, ກາບດອກຕິດທົນ. ແກ່ນມີ 1 ແກ່ນ, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ຜິວກ້ຽງ.
ພົບທົ່ວໄປ: ຕາມປ່າໂຄກ ແລະ ປ່າຝັ່ງນ້ຳ.
ພົບທົ່ວໄປ: ຕາມປ່າໂຄກ ແລະ ປ່າຝັ່ງນ້ຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ສັບພະຄຸນ:
- ຮາກ: ມີລົດເຢັນແກ້ອາການເປັນກະໄສ, ແກ້ອາການຮ້ອນໃນ, ໃຊ້ເປັນຢາຮັກສາຕາ, ໃຊ້ເປັນຢາແກ້ພິດຝີພາຍໃນ, ໃຊ້ເປັນຢາດັບພິດທຸກຊະນິດ, ປະສົມກັບຮາກຕົ້ນຕິດຕໍ່ ແລະ ຮາກກະຈຽບຕົ້ມດື່ມແກ້ປວດເມື່ອຍ, ບຳລຸງເລືອດ ແລະ ຂັບນ້ຳຄາວປາຫຼັງເກີດ.
- ໃບ: ນຳມາຕຳໃຫ້ລະອຽດແລ້ວນຳມາພອກຫົວແກ້ອາການເຈັບຫົວ, ນຳມາຕົ້ມເອົານ້ຳອົມ ຫຼື ໃຊ້ບ້ວນປາກແກ້ອາການເຈັບແຂ້ວ, ແກ້ເຫງືອກບວມ, ໃຊ້ຮັບປະທານເປັນຢາຖ່າຍພະຍາດພິດ ແລະ ແກ້ອາການບວມ.
- ໃບ ແລະ ຮາກ: ນຳມາຕຳໃຫ້ລະອຽດແລ້ວຄັ້ນເອົານ້ຳແລ້ວນຳມາຢອດຫູແກ້ອາການອັກເສບ, ເຈັບຫູ ແລະ ໃຊ້ຢອດໃສ່ແຜ່ຊ່ວຍຮັກສາແຜ.
- ດອກ: ນຳມາຄັ້ນນ້ຳຢອດແກ້ຕາຟາງ ແລະ ຕາເປັນຕໍ້ແກ້ວຕາ.
ຄຸນປະໂຫຍດ:
- ໃບ: ນຳມາຕຳພອກຫົວແກ້ຜົມລົ່ນ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
de Kok, R. (2012). A revision of the genus Gmelina (Lamiaceae). Kew Bulletin, 67(3): 293-329.
Boonyanuphap, J., Kongmeesup, I. (2016). Carbon stock of teak plantation in subtropical region of lower northern Thailand. Naresuan University journal: science and technology, 24(1).
Junsongduang, A., Balslev, H., Inta, A., Jampeetong, A., Wangpakapattanawong, P. (2013). Medicinal plants from swidden fallows and sacred forest of the Karen and the Lawa in Thailand. Junsongduang et al. Journal of Ethnobiology and Ethnomedicine, 9: 44.
Boonyanuphap, J., Kongmeesup, I. (2016). Carbon stock of teak plantation in subtropical region of lower northern Thailand. Naresuan University journal: science and technology, 24(1).
Junsongduang, A., Balslev, H., Inta, A., Jampeetong, A., Wangpakapattanawong, P. (2013). Medicinal plants from swidden fallows and sacred forest of the Karen and the Lawa in Thailand. Junsongduang et al. Journal of Ethnobiology and Ethnomedicine, 9: 44.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,