ເລກລຳດັບທີ: 3165
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ມອກບໍ່ວາຍ
Sundew
Drosera burmanni Vahl
ພືດ
ພືດລົ້ມລຸກ
ພືດອວບນ້ຳ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຫຍາດນ້ຳຄ້າງ, ກະດຸມທອງ, ໝອກບໍ່ວາຍ ແລະ ຈອກບໍ່ວາຍ. ອັງກິດ: Sundew.Hindi: मुखजली Mukhajali.Kannada: ಕ್ರಿಮಿಬಮ್ಧ Krimibamdha ແລະ ಹುಳ ಹಿಡಕ ಗಿಡ Hula Hidaka Gida.Marathi: दवबिंदु Davabindu.Assamese: Rod-mukuta.ChinaG 锦地罗.vietnam: Bèo đất, Cỏ bắt ruồi, Cỏ tỹ gà, Cỏ trói gà, Cẩm địa la ແລະ Trường lệ burmann.
ອະນຸກົມວິຖານ
ຊື່ສະກຸນ
Droseraceae
ຊື່ພ້ອງ
Drosera burmanni var. dietrichiana (Rchb.f.) Diels
Drosera dietrichiana Rchb.f.
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກຂະໜາດນ້ອຍ, ອາຍຸຫຼາຍປີ, ເປັນພືດກິນແມງໄມ້. ລຳຕົ້ນສັ້ນ, ສູງ 1-2 ຊມ. ໃບດ່ຽວ, ຮຽງແບບກະຈຸກໃກ້ຮາກ, ອອກວຽນສະຫຼັບເປັນແນວລັດສະໝີ, ຮຽງຊ້ອນຕິດກັນ 2-4 ຊັ້ນ, ເສັ້ນຜ່າສູນກາງ 1-3 ຊມ, ຮູບບ່ວງ ຫຼື ຮູບໄຂ່ປີ້ນ, ໃບປ່ຽນຮູບໄປເຮັດໜ້າທີ່ຈັບແມງໄມ້, ກ້ວາງ 3-4 ມມ, ຍາວ 4-5 ມມ, ໂຄນໃບຮຽວແຫຼມ, ປາຍມົນ, ສີຂຽວອ່ອນປົນແດງ, ຜິວດ້ານເທິງ ແລະ ຂອບໃບມີຂົນຍາວສີແດງ, ປາຍຂົນມີຍົດນ້ຳໜຽວໃສ. ກ້ານໃບສັ້ນ, ຫູໃບຮູບແຖບ, ແຍກເປັນ 2 ແສກ. ຊໍ່ດອກແບບກະຈະ. ກ້ານດອກຮູບກົມ, ຍາວ 5-15 ຊມ, ສີແດງ. ດອກຍ່ອຍສີແດງ, ຈັບຮຽງສະຫຼັບເປັນແຖວດຽວບໍລິເວນປາຍກ້ານ. ກາບດອກມີ 5 ກາບ, ສີຂຽວປົນສີປົນສີນ້ຳຕານແດງ. ກີບດອກມີ 5 ກີບ, ສີຂາວ ຫຼື ສີບົວອ່ອນ. ເກສອນເພດຜູ້ມີ 5 ອັນ, ເກສອນເພດຜູ້ມີ 5 ອັນ, ແຍກຈາກກັນອິດສະຫຼະ. ໝາກຮູບກົມ, ມີຂະໜາດນ້ອຍ, ເມື່ອແຫ້ງແລ້ວແຕກ.

ລັກສະນະວິໄສ: ພົບທົ່ວໄປຕາມທົ່ງຫຍ້າໂລ່ງ, ຕາມດິນຊາຍທີ່ມີຄວາມຊຸ່ມໃນທົ່ງນາ, ມັກນ້ຳປານກາງ ຫຼື ຫຼາຍ ແລະ ມັກອງແດດຕະຫຼອດວັນ.

ການກະຈາຍພັນ: ຂະຫຍາຍພັນດ້ວຍແກ່ນ ແລະ ຂະຫຍາຍຕົວໄດ້ໄວ, ອອກດອກໃນຊ່ວງເດືອນພຶດສະພາ ຫາ ເດືອນທັນວາ.

ພຶດຕິກຳ: ເມື່ອມີແມງໄມ້ມາຕິດຂົນໃບຈະມ້ວນເຂົ້າເພື່ອກົດແມງໄມ້ ແລະ ປ່ອຍນ້ຳຍ່ອຍອອກມາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ທັງຕົ້ນ: ນຳມາຕາກແຫ້ງແລ້ວດອງເຫຼົ້າດື່ມແກ້ທ້ອງໃຄ່, ຕົ້ນສົດບົດໃຫ້ລະອຽດໃຊ້ທາແກ້ກາກເກື້ອນ, ຈຸລັງຜິວໜັງອັກເສບ, ຮັກສາງູກັດ, ນຳມາປຸ່ງເປັນຢາແກ້ບິດ, ຮັກສາຕ່ອມນ້ຳເຫຼືອງອັກເສບ, ແກ້ໄຂ້ມາລາເຣຍ ແລະ ເຮັດໃຫ້ຜິວໜັງແດງຈາກເລືອດຂັງ.
  • ຕົ້ນ: ມີຣົດຊາດຂົມ ຄົນຈີນນິຍົມໃຊ້ເປັນຢາແກ້ບິດ, ແກ້ຕ່ອມນ້ຳເຫຼືອງອັກເສບ, ແກ້ໄຂ້ມາລາເຣຍ ແລະ ໃຊ້ທາຖູໜວດພາຍນອກ.
  • ນ້ຳເມືອກໃສບໍລິເວນປາຍຂົນ: ມີໄວ້ເພື່ອັບແມງໄມ້.

ພືດປະດັບ: ຖືກນຳມາໃຊ້ເປັນພືດປະດັບ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,