ເລກລຳດັບທີ: 3115
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສີສຽດ
Black Catechu
Acacia catechu (L.f.) Willd.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ສີສຽດເໜືອ, ສີສຽດໄທ, ສີສຽດ, ຂີ້ສຽດ, ສີສຽດເຫຼືອງ, ສີສຽດແກ່ນ ແລະ ສະເຈ.ຊື່ສາມັນ: Black Catechu ,Catechu Tree, Cutch tree,Acacia catechu ແລະ Cutch.ຫວຽດນາມ: Keo cao, Keo cau ແລະ Keo catêsu.
ອະນຸກົມວິຖານ
ຊື່ສະກຸນ
Leguminosae
ຊື່ພ້ອງ
Acacia catechu var. catechuoides (Roxb.) Prain
Acacia catechu var. wallichiana P.C. Huang
Acacia catechuoides (Roxb.) Benth.
Acacia sundra (Roxb.) Bedd.
Acacia wallichiana DC.
Mimosa catechu L.f.
Mimosa catechuoides Roxb.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 10-15 ມ, ປາຍຍອດໂລ່ງ, ຕາມລຳຕົ້ນ ແລະ ກິ່ງກ້ານມີໜາມ, ໂຄ້ງງໍອອກເປັນລັກສະນະເປັນຄູ່, ເປືອກສີເທົາເຂັ້ມ ຫຼື ສີເທົາປົນນ້ຳຕານ, ແຕກເປັນກິ່ງຍາວ, ມີແກ່ນໄມ້ເປັນສີນ້ຳຕານແດງ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວ 15-25 ຊມ. ໃບປະສົມຍ່ອຍອອກຮຽງກົງກັນຂ້າມກັນ, ມີ 10-20 ຄູ່. ໃບຍ່ອຍມີ 30-50 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບແຖບ, ກວ້າງ 0.5-1 ມມ, ຍາວ 4-7 ມມ, ໂຄນໃບບ້ຽວ, ຂອບລຽບ ຫຼື ມີຂົນ, ປາຍມົນ, ແຜ່ນໃບກ້ຽງ ຫຼື ມີຂົນເລັກນ້ອຍ. ກ້ານໃບລວມຮູບກົມ, ຍາວ 3-4 ຊມ, ມີຂົນ. ຊໍ່ດອກແບບຮວງເຂົ້າ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວ 5-9 ຊມ. ດອກຍ່ອຍຂະໜາດນ້ອຍ, ສີຂາວ ຫຼື ສີເຫຼືອງ, ດອກບານເຕັມທີກວ້າງ 2-3 ມມ, ມີກິ່ນຫອມ. ກີບດອກມີ 5 ກີບ, ຍາວ 0.2-0.3 ຊມ. ເກສອນເພດຜູ້ຈຳນວນຫຼາຍ, ເປັນສັ້ນນ້ອຍສີຂາວ. ໝາກເປັນຝັກ, ຮູບຂອບຂະໜານ, ຍາວ 5-10 ຊມ, ແຫ້ງແລ້ວແຕກ, ສີນ້ຳຕານເຂັ້ມ ແລະ ເປັນມັນ. ແກ່ນມີ 3-7 ແກ່ນ, ຮູບແປ, ສີນ້ຳຕານອົມຂຽວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ແກ່ນໄມ້: ແກ້ອາການທ້ອງຂີຮາກ, ແກ້ບິດ, ຮັກສາພະຍາດຜິວໜັງ, ປິດທາດ ແລະ ແກ້ລົງແດງ.
  • ເປືອກຕົ້ນ: ແກ້ບິດ, ແກ້ຖອກທ້ອງ, ຮັກສາແຜ ແລະ ແກ້ອາການທ້ອງຂີ້ຮາກ.
  • ແກ່ນ: ຝົນແກ້ພະຍາດຫິດ, ແຜຊ້ຳເຮື້ອ ແລະ ຮັກສາແຜນ້ຳກັດຕີນ.

ສານທີພົບ:

  • ທັງຕົ້ນ: ພົວສານ Epicatechin.
  • ເປືອກ: ພົບສານ Catechol, Gallic acid ແລະ Tannin.
  • ແກນໄມ້: ພົບສານ Catechin ແລະ Dicatechin.
  • ໃບ: ພົບສານ Catechin, Isoacacatechol ແລະ Tannins isoacacatechol acetate.

ຄຸນປະໂຫຍດ:

  • ທັງຕົ້ນ: ໃຊ້ຍ້ອມສີຜ້າ ແລະ ຟອກໜັງ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,