ໝາກຂັນທະລົດ
Soursop
Annona muricata Linn.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ທຸລຽນເທດ, ທຸລຽນແຂກ, ມະທຸລຽນ, ໝາກສຽດຫຼົບ, ໝາກພິລົດ, ທຸລຽນນ້ຳ, ທຸລຽນນົກ, ທຸລຽນເບົາ, ທຸລຽນຣໍປາ ແລະ ຣໍປາ.ອັງກິດ: Soursop ແລະ Prickly custard apple.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Magnoliales
- ຊື່ສະກຸນ
- Annonaceae
- ສະກຸນ
- Annona
- ຊະນິດ
- Annona muricata
ຊື່ພ້ອງ
Annona muricata var. borinquensis Morales
Annona muricata f. mirabilis R.E.Fr.
Annona muricata f. mirabilis R.E.Fr.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນຕັ້ງຊື່, ສູງປະມານ 10 ມ, ເປືອກສີນ້ຳຕານ, ຕາມກິ່ງອ່ອນມີຈະມີຂົນສີນ້ຳຕານແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ປີ້ນ, ກວ້າງ 4.3-7 ຊມ, ຍາວ 5-15 ຊມ, ໂຄນໃບມົນ, ຂອບລຽບ, ປາຍຕິ່ງໜາມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ໃບຊີກມີກິ່ນເໝັ່ນ. ດອກດ່ຽວ, ອອກຕາມງ່າມໃບ, ອອກຈຸດດຽວກັນ 3-4 ດອກ, ສີເຫຼືອງແກມຂຽວ, ກິ່ນຫອມ. ກາບດອກມີ 3 ກາບ, ຮູບສາມຫຼ່ຽມ, ປາຍແຫຼມ, ສີຂຽວອ່ອນ. ກີບດອກມີ 6 ກີບ, ອວບໜາ, ແບ່ງອອກເປັນ 2 ຊັ້ນ, ກວ້າງປະມານ 2 ຊມ, ຍາວ 2-3 ຊມ. ເກສອນເພດຜູ້ ແລະ ເຕົ້າໄຂ່ຈຳນວນຫຼາຍ. ໝາກກຸ່ມ, ຮູບກົມ ຫຼື ຮູບໄຂ່, ໂຄນກວ້າງ, ປາຍແຫຼມ, ເປືອກໜາໜຽວ, ແລະ ມີໜາມໂຄ້ງງໍສັ້ນໆ, ກວ້າງ 12-20 ຊມ, ຍາວ 15-30 ຊມ, ໜັກປະມານ 0.5-3 ກິໂລ, ໝາກອ່ອນເປັນສີຂຽວເຂັ້ມ, ໝາກສຸກເປັນສີເຫຼືອງ, ເນືື້ອມີຣົດຫວານສົ້ມ. ແກ່ນມີຈຳນວນຫຼາຍ, ສີນ້ຳຕານດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ:
- ໝາກ: ໃຊ້ກິນເປັນໝາກໄມ້ໄດ້.
ສັບພະຄຸນ:
- ໃບ: ໃຊ້ເປັນຊາຊົງດື່ມແກ້ອາການຄຽດ, ຊ່ວຍລະງັບຄວາມຄຽດ, ຫຼຸດຄວາມດັນເລືອດ, ຊ່ວຍຫຼຸດອາການເຈັບປວດ ແລະ ຫຼຸດອາການເຄັງທ້ອງ, ເຮັດໃຫ້ນອນຫຼັບສະບາຍ, ໃຊ້ເປັນຢາລະງັບປະສາດ, ຊ່ວຍບຳລຸງຫົວໃຈ, ນຳມາຕົ້ມດື່ມຮັກສາອາການເຈັບຂໍ້, ເຈັບປາຍປະສາດ, ແກ້ອາການເຈັບຫົວ, ນອນບໍ່ຫຼັບ, ຖົງນ້ຳຍຽວອັກເສບ, ເບົາຫວານ, ຄວາມດັນເລືອດສູງ, ຊ່ວຍກະຕຸ້ນນ້ຳນົມຫຼັງເກີດ, ຮັກສາແຜ ແລະ ຫ້າມເລືອດ, ຮັກສາພະຍາດກະເພາະ, ຂ້າພະຍາດພິດ, ເຊື້ອແບກທິເຣຍ, ຮັກສາເລືອດອອກຕາມຫວ່າງແຂ້ວ, ແກ້ອາການຖອກທ້ອງ, ຕົ້ມດື່ມເພື່ອໃຫ້ຄອດລູກງ່າຍ ແລະ ແກ້ອາການທ້ອງອືດ.
- ແກ່ນ: ແກ້ອາການເຈັບທ້ອງບິດ, ເຮັດໃຫ້ປວດຮາກ ແລະ ຮັກສາແຜ.
ສານທີພົບ:
- ສານສະກັດເຫຼົ້າຈາກໃບ: ພົບສານກຸ່ມ annonaceous acetogenins ແລະ ສານກຸ່ມ isoquinoline alkaloids ເຊິ່ງສານກຸ່ມ annonaceous acetogenins ມີຫຼາຍກ່ວາ 30 ຊະນິດຄື annonacin (ພົບກ່ວາ 70%), annonacin-10-one, annonacin A, annomutacin, isoannonacin isoannonain-10-one, annomuricin C, annopentocins A-C, annocatacin A ແລະ B, Bullatacin, goniothalamicin, gigantetrocin A, gigantetronenin, muricoreacin, murihexocin A-C, muricatetrocins A ແລະ B, muricatocins A-C, annohexocin, annomuricins A ແລະ B. ສ່ວນສານກຸ່ມ isoquinoline alkaloids ທີພົບໄດ້ແກ່ reticuline, coclaurine, coreximine, atherosperminine, stepharine, anomurine ແລະ anomuricin.
ຄຸນຄ່າທາງດ້ານໂພສະນາການຕໍ່ 100 ກຼາມ:
- ໝາກ: ພະລັງງານ 60 Kcal, ຄາໂບໄຮເດດ 16.84 ກຼາມ, ນ້ຳຕານ 13.54 ກຼາມ, ເສັ້ນໄຍ 3.3 ກຼາມ, ໄຂມັນ 0.30 ກຼາມ, ໂປຣຕີນ 1.00 ກຼາມ, ວິຕາມິນບີ1 0.070 ມິນລີກຼາມ 6%, ວິຕາມິນບີ2 0.050 ມິນລີກຼາມ 4%, ວິຕາມິນບີ3 0.900 ມິນລີກຼາມ 6%, ວິຕາມິນບີ6 0.059 ມິນລີກຼາມ 5%, ວິຕາມິນບີ9 14 ໄມໂຄຣກຼາມ 4%, ວິຕາມິນຊີ 20.6 ມິນລີກຼາມ 25%, ແຄລຊຽມ 14 ມິນລີກຼາມ 1%, ທາດເຫຼັກ 0.6 ມິນລີກຼາມ 5%, ແມັກນີຊຽມ 21 ມິນລີກຼາມ 6%, ຟອສຟໍຣັສ 27 ມິນລີກຼາມ 4%, ໂພແທກຊຽມ 278 ມິນລີກຼາມ 6% ແລະ ສັງກະສີ 0.1 ມິນລີກຼາມ 1%.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Badrie, N., Schauss, A.G. (2009). Soursop (Annona muricata L.): Composition, Nutritional Value, Medicinal Uses, and Toxicology. Academic Press, 621-643.
Alwan, I.A., Lim, V., Samad, N.A., Widyawati, T., Yusoff, N.A. (2020). Effect of Annona Muricata L. on Metabolic Parameters in Diabetes Mellitus: A Systematic Review. Scopus Journal Metrics CiteScore, 1(3).
Zainal Hasan, A.E., Bermawie, N., Julistiono, H., Riyanti, E.I., Hasim, H., Suhendar, U. (2020). Phytochemical screening and anti-breastcancer activities of Annona muricata (L.) Leaf extracts. Archives, 2: 23-30.
Alwan, I.A., Lim, V., Samad, N.A., Widyawati, T., Yusoff, N.A. (2020). Effect of Annona Muricata L. on Metabolic Parameters in Diabetes Mellitus: A Systematic Review. Scopus Journal Metrics CiteScore, 1(3).
Zainal Hasan, A.E., Bermawie, N., Julistiono, H., Riyanti, E.I., Hasim, H., Suhendar, U. (2020). Phytochemical screening and anti-breastcancer activities of Annona muricata (L.) Leaf extracts. Archives, 2: 23-30.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,