ເລກລຳດັບທີ: 3110
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-10-02

ກ້ານພູ
Clove

Syzygium aromaticum (L.) Merr. & L.M.Perry


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5


ຊື່ທ້ອງຖີ່ນ:
ໝາກຈອນ, ດອກຈັນ ( Cloves and Clove tree)

ຊື່ພ້ອງ :
Caryophyllus aromaticus L.
Caryophyllus hortensis Noronha
Caryophyllus silvestris Teijsm.
Caryophyllus silvestris Teijsm. ex Hassk.
Eugenia aromatica (L.) Baill.
Eugenia caryophyllata Thunb.
Eugenia caryophyllus (Spreng.) Bullock & S.G.Harrison
Jambosa caryophyllus (Spreng.) Nied.
Myrtus caryophyllus Spreng.

ຊື່ສະກຸນ:
Myrtaceae

ຊະນິດໃກ້ຄຽງ:
ຫວ້າຍອງ/ ຫວ້າຍອງ
ຜັກສະເມັກ / Eugenia
ນົກກຽງ/ Nok Kiang
ໝາກຫວ້າທົ່ງ/ ໝາກຫວ້າທົ່ງ
ດອກຄັນຄາກ/ India Hawthorn
ໝາກຫວ້າ / Jambolan plum

ບັນຍາຍລັກສະນະທາງພືດສາດ:
ຈັດເປັນໄມ້ຢືນຕົ້ນ ສູງຮອດ 20 ມ, ລຽບ, ກິ່ງເປັນແຜ່ນບາງ, ເສັ້ນຜ່າສູນກາງປະມານ 2 ມມ, ລຳຕົ້ນແຂງ, ຜິວລຽບ, ສີຂາວປົນສີເທົາຕັດກັບສີຂອງໃບ.
ໃບອອກຮຽງກົງກັນຂ້າມ, ຜິວໃບດ້ານລຸ່ມສີຂຽວອ່ອນ ຂະໜາດ 8 ຫາ 12 × 3,5 ຫາ 5 ຊມ, ຮູບໄຂ່ປີ້ນ, ໂຄນໃບຮຽວແຫຼມ, ປາຍແຫຼມ ຫຼື ຕິ່ງແຫຼມ ປາຍໃບແຫຼມຄົມ. ກ້ານໃບຍາວ 1.5 ຫາ 2.5 ຊມ, ຮຽວ, ມີເສັ້ນຜ່າສູນກາງປະມານ 1 ມມ, ສີນ້ຳຕານອ່ອນ ສີນ້ຳຕານອ່ອນຕັດກັບສີໃບ.
ຊໍ່ດອກອອກບໍລິເວນປາຍຍອດ ຍາວ 3 ຫາ 5 ຊມ, ແຍກອອກເປັນຊໍ່ແບບແຕກແໜງ (paniculate) ອອກເປັນກິ່ງກ້ານສາຂາ. ດອກຍ່ອຍມີໜ້ອຍ (ປະມານ 15 ດອກ), ອອກກະຈາຍຫ່າງໆບໍລິເວນແກນກາງຊໍ່ດອກ, ຍາວ 2.5 ຫາ 3 ມມ. ໃບປະດັບຊໍ່ດອກ ແລະ ໃບປະດັບດອກເປັນຮູບສາມຫຼ່ຽມ. ດອກສີເຫຼືອງອ່ອນ ມີກ້ານດອກໜາ ແລະ ແຂງແຮງ, ຍາວ 3 ຫາ 7 ມມ. ເຕົ້າໄຂ່ (Hypanthium) ມີສີເທົາ ຫຼື ເປັນເສັ້ນຝອຍຂະໜາດ 11 ຫາ 12x3 ມມ. ກາບດອກຮູບກະຈຸກຄ່ອຍໆຮຽວລົງ ມີກ້ານທຽມທີ່ຊັດເຈນ, ກາບດອກມີ 4 ກີບແຍກກັນອິດສະຫຼະ, ຂະໜາດ 7–8.5 × 7–8 ມມ ຮູບກົມ, ເກສອນເພດຜູ້ດ້ານນອກຍາວ 7–7.5 ມມ, ຖົງລະອອງເກສອນຈັບຂະໜານກັນ. ຄໍເຕົ້າໄຂ່ຍາວປະມານ 4 ມມ, ມີເມັດໄຂ່ປະມານ 16 ເມັດຕໍ່ຫ້ອງ, ຈັບເປັນແຖວຍາວ 2 ແຖວ.
ໝາກສີແດງປົນສີນ້ຳຕານ ຍາວ 2 ຫາ 2.5 ຊມ, ຮູບຮີ. ກີບລ້ຽງເປັນວົງ, ຂອບມີແສກເປັນຄື້ນ. ແກ່ນບໍ່ມີການແສກລະຫວ່າງກາບດອກ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Moluccas. [2]
Distribution of Syzygium aromaticum between 1900 to 2025. Source: [3]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ໜອງບຶງ ແລະ ດິນຖານຕົມ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ

ການນຳໃຊ້
ປະເພດການນຳໃຊ້:
ພືດປະດັບ
ບໍ່ແນະນຳໃຫ້ໃຊ້
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ກ້ານພູສະກັດຈາກດອກບານແຫ້ງຂອງຕົ້ນກ້ານພູ ນອກຈາກດອກບານແລ້ວສ່ວນອື່ນໆຂອງກ້ານພູ ເຊັ່ນ ໝາກ, ກ້ານດອກ ແລະ ໃບ ຍັງໃຊ້ໃນການຜະລິດນ້ຳມັນກ້ານພູອີກດ້ວຍ [1]. ດອກບານທີ່ແຫ້ງນຳມາໃຊ້ເປັນເຄື່ອງເທດໃນອາຫານຫຼາກຫຼາຍຊະນິດ ລວມທັງເຄັກແອັບເປິ້ນ ແລະ ຊີ້ນບົດ, ບາງຄັ້ງນຳມາຍ້ຳຫຼັງອາຫານເພື່ອເພີ່ມກິ່ນຫອມ, ນ້ຳມັນຫອມລະເຫີຍທີ່ສະກັດກ້ານພູຍັງຖືກນຳມາໃຊ້ໄດ້ແພ່ຫຼາຍເປັນສານແຕ່ງກິ່ນໃນຜະລິດຕະພັນເບເກີລີ, ໝາກຝຮັ່ງ, ໄອສະຄີມ, ແຈວ ແລະ ເຂົ້າໜົມຫວານ. [8]
ສະໝຸນໄພ: ກ້ານພູ ແລະ ນ້ຳມັນຫອມລະເຫີຍເປັນທີ່ນິຍົມໃຊ້ກັນຢ່າງແຜ່ຫຼາຍໃນຢາສະໝຸນໄພແບບດັງເດີມ, ເປັນສະໝຸນໄພທີ່ມີຣົດຮ້ອນມີລິດກະຕຸ້ນ ແລະ ມີຄຸນສົມບັດຂ້າເຊື້ອຢ່າງເຂັ້ມຂຸ້ນ ເປັນທີ່ຮູ້ກັນດີວ່າຊ່ວຍບັນເທົາອາການເຈັບປວດ, ຫຼຸດອາການປຸ້ນທ້ອງ ແລະ ປວດຮາກ, ຊ່ວຍຍ່ອຍອາຫານ, ຂ້າພະຍາດພິດໃນລຳໄສ້ ແລະ ກະຕຸ້ນການຫົດຕົວຂອງມົດລູກ, ກ້ານພູນິຍົມຊົງດື່ມເປັນຊາເພື່ອຮັກສາແຜພາຍໃນ, ອາການບໍ່ສະບາຍທ້ອງ, ໜາວສັ່ນ ແລະ ເພີ່ມສະມັດທະພາບທາງເພດ. ການຍ້ຳດອກຕູມແຫ້ງຈະຊ່ວຍໃຫ້ລົມຫາຍໃຈສົດຊື່ນ ແລະ ບັນເທົາອາການເຈັບແຂ້ວ, ເຈັບຫົວ, ເປັນຫວັດ, ພະຍາດຂໍ້ອັກເສບ ແລະ ພະຍາດເກົ້າ, ນອກຈາກນີ້ຍັງມີປະສິດທິພາບໃນການຮັກສາແຜໃນກະເພາະອາຫານ, ຮອຍຝົກຊ້ຳ, ແຜໄຟໄໝ້, ຫຼອດລົມອັກເສບ, ພະຍາດຫອບຫືດ, ການຕິດເຊື້ອເລັກນ້ອຍ ແລະ ອາການຈຸກສຽດ ແລະ ບາງຄັ້ງໃຊ້ຮັດສາອາການປວດຮາກ. ທີ່ໜ້າສັງເກດຄື ສານປະກອບສອງຊະນິດທີ່ບໍ່ຄ່ອຍເປັນທີ່ຮູ້ຈັກໃນນ້ຳມັນກ້ານພູໄດ້ສະແດງໃຫ້ເຫັນເຖິງລິດໃນການຕ້ານເຊື້ອແບັກທິເຣຍທີ່ດີ ແລະ ຈຸລິນຊີເຊິ່ງເປັນຕົວທີ່ເຮັດໃຫ້ເກີດມີຄາບ ແລະ ພະຍາດເຫືອກ. [8]
ບໍ່ແນະນຳໃຫ້ໃຊ້: ເນື່ອງຈາກນ້ຳມັນກ້ານພູມີລິດທີ່ຮ້າຍແຮງ ຄວນເຈືອຈາງດ້ວຍນ້ຳມັນພືດໃນປະລິມານທີ່ເທົ່າກັນ ກ່ອນໃຊ້ສຳຫຼັບເດັກນ້ອຍ, ແນະນຳໃຫ້ເຈືອຈາງນ້ອຍກ່ວານີ້ ຄວນຫຼີກລຽງການໃຊ້ໃນລະຫວ່າງຕັ້ງຄັນ ຫຼື ຜູ້ທີ່ມີຜິວແພ້ງ່າຍ ນອກຈາກນີ້ມັກໃຊ້ການຊົງຈາກຍອດອ່ອນ ແລະ ດອກບານທີ່ແຫ້ງເປັນຢາກະຕຸ້ນຄວນລະວັງ. [10]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ກຸມພາ
ມີນາ
ເມສາ
ພຶກສະພາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Taha Yassin, M., Al-Askar, A.A., Abdel-Fattah Mostafa, A., El-Sheikh, M.A. (2020). Bioactivity of Syzygium aromaticum (L.) Merr. & L.M.Perry extracts as potential antimicrobial and anticancer agents. Journal of King Saud University - Science, 32(8).
Afanyibo, Y.-G., Anani, K., Esseh, K., Sadji, Y., Idoh, K., Koudouvo, K., Agbonon, A., Améyapoh, Y., Tozo, K., Gbeassor, M. (2018). Antimicrobial Activities of Syzygium aromaticum (L.) Merr. & L.M. Perry (Myrtaceae) Fruit Extracts on Six Standard Microorganisms and Their Clinical Counterpart. Open Access Library Journal, 5: 49-51.
Mahulette, A.S., Hariyadi, Yahya, S., Wachjar, A., Alfian, A. (2019). Morphological Traits of Maluku Native Forest Clove (Syzygium aromaticum L. Merr & Perry.). Journal of Tropical Crop Science, 6(2).
Ariyanti, E.E., Irawanto, R., Hapsari, L., Mudiana, D. (2012). Distribution of Syzygium spp. (Klampok) in some areas of Bromo Tengger Semeru National Park, East Java. Proc Soc Indon Biodiv Intl Conf, 1: 135-142.

ຜູ້ສ້າງ Factsheet:
Duangkhae KEONOY

ຜູ້ກວດສອບ Factsheet:
,