ດອກຮ່ວງເຂົ້າ
Dancing Ladies
Globba schomburgkii Hook.fil.
ພືດ
ພືດລົ້ມລຸກ
ດອກໄມ້
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ກ້ວຍຜີ, ກະຊາຍຜີ, ກະຊາຍລິງ, ຂະມີ້ນ, ຂະມີ້ນຜີ, ຫວ້ານຂະມີ້ນ ແລະ ຫວ້ານນ້ຳອັງກິດ: Dancing Ladies ແລະ Dancing Girl Gingerຈີນ: 双翅舞花姜ຫວຽດນາມ: Lô ba schomburgk
ອະນຸກົມວິຖານ
- ຊື່ສະກຸນ
- Zingiberaceae
ຊື່ພ້ອງ
Globba chinensis K.Schum.
Globba schomburgkii var. schomburgkii
Globba schomburgkii var. schomburgkii
ບັນຍາຍລັກສະນະທາງພືດສາດ
ຈັດເປັນພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ນເປັນລຳເຫງົ້າຢູ່ໃຕ້ດິນ, ລຳຕົ້ນທຽມຢູ່ເໜືອດິນ, ສູງ 30-50 ຊມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກວ້າງ 1.8-4 ຊມ, ຍາວ 8-20 ຊມ, ໂຄນໃບຮູບຫຼິ່ມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອອ່ນ. ກ້ານໃບຮູບກົມ, ຍາວປະມານ 5 ມມ. ຊໍ່ດອກແບບກະຈະ ຫຼື ຊໍ່ກະຈຸກແບບແຕກແໜງ, ຊໍ່ຍ່ອຍເປັນຊໍ່ແບບກະຈະ, ອອກຕາມປາຍຍອດ, ຍາວ 7-12 ຊມ. ໃບປະດັບຊໍ່ດອກຮູບໄຂ່ ຫຼື ຮູບໄຂ່ປີ້ນ, ສີຂຽວ. ດອກຍ່ອຍຈຳນວນຫຼາຍ, ສີເຫຼືອງປົນສີສົ້ມ. ໃບປະດັບດອກຮູບເກືອບກົມ ຫຼື ຮູບຫອກ, ຍາວປະມານ 8 ມມ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວປະມານ 5 ມມ, ປາຍແຍກເປັນແສກຕື້ນດ້ານດຽວ, ປາຍສຸດມີ 3 ແສກ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວປະມານ 1 ຊມ, ປາຍແຍກອອກເປັນ 3 ແສກ, ຮູບໄຂ່, ຍາວປະມານ 5 ມມ, ປາຍໂຄ້ງ, ກີບປາກຄ້າຍຮູບຫົວໃຈ, ປາຍຮຽວແຫຼມ ຫຼື ມົນ, ສີເຫຼືອງ, ກາງກີບມີແຕ້ມສີສົ້ມ, ກີບຄູ່ຂ້າງຮູບໄຂ່ປີ້ນ. ເກສອນເພດຜູ້ຍາວປະມານ 1.4 ຊມ, ປາຍແຍກອອກເປັນ 2 ຄູ່. ເຕົ້າໄຂ່ຍາວປະມານ 3 ມມ. ໝາກມີ 3 ພູ, ຍາວປະມານ 6 ມມ, ຜິວຂຸຂະ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ສັບພະຄຸນ:
ເຫງົ້າ, ໃບ ແລະ ລຳຕົ້ນ: ຮັກສາອາການໄຂ້ຮ້ອນ ແລະ ຮັກສາປາດົງຂໍ່.
ຫົວ: ຊ່ວຍແກ້ໄຂ້, ຂັບລົມໃນລຳໄສ້, ຊ່ວຍຖອນພິດໄຂ້ຕ່າງໆ, ແກ້ອາການຈຸກສຽດ ແລະ ແໜ້ນທ້ອງ, ແກ້ອາການນອນບໍ່ຫຼັບ ແລະ ແກ້ອາການປ່ວນທ້ອງປວດຮາກ.
ທັງຕົ້ນ: ຕົ້ມດື່ມແກ້ໄຂ້.
ພືດປະດັບ: ດອກມີຄວາມສວຍງາມ ແລະ ເຊື່ອກັນວ່າຈະຊ່ວຍເສີມສະເໜ່ເພາະສະນັ້ນຈຶ່ງນິຍົມນຳມາປູກເປັນໄມ້ປະດັບ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Tanaka, N., Tagane, Sh., Chhang, Ph., Yahara, T. (2015). A Purple Flowered New Globba (Zingiberaceae), G. bokorensis, from Southern Cambodia. Bull. Natl. Mus. Nat. Sci., Ser. B, 41(4): 155–159.
Aslam, M.Sh., Ahmad, M.S. (2017). Ethno botanical Uses of Globba Species: A brief Review. Muhammad Shahzad Aslam, et al, BAOJ Pharm Sci., 3(2): 2-7.
Mamiyil, S., Sanoj, E. (2005). Conservation of Indian Gingers in the Calicut University Botanical. Conservation of Indian Gingers in the Calicut University Botanical Garden.
Sangvirotjanapat, S., ĐĂNG, T.H., Newman, M.F. (2020). Ten new species of Globba section Globba from continental South-East Asia. Thai forest Bull., Bot. 48(2): 212–233.
Aslam, M.Sh., Ahmad, M.S. (2017). Ethno botanical Uses of Globba Species: A brief Review. Muhammad Shahzad Aslam, et al, BAOJ Pharm Sci., 3(2): 2-7.
Mamiyil, S., Sanoj, E. (2005). Conservation of Indian Gingers in the Calicut University Botanical. Conservation of Indian Gingers in the Calicut University Botanical Garden.
Sangvirotjanapat, S., ĐĂNG, T.H., Newman, M.F. (2020). Ten new species of Globba section Globba from continental South-East Asia. Thai forest Bull., Bot. 48(2): 212–233.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,