ເລກລຳດັບທີ: 3077
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ຊ້າງໂມງ
Potato Tree

Solanum erianthum D. Don

ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ

1 / 1
Image 1

ຊື່ທ້ອງຖີ່ນ:
ລາວ: ກໍສະລາງໂມງ, ຜ່າແປ້ງ ແລະ ຊ້າງໂມງໄທ: ສ້າງແປ້ງ, ດັບຢາງ, ຂາກະອ້າຍ, ຂາຕ່າຍ, ຫູຄວາຍ, ສັບແປ້ງ, ຝ່າແປ້ງ, ສະແປ້ງ ແລະ ສາງໂມງອັງກິດ: Potato Tree, Wild Tobacco, Canary Nightshade, Mullein Nightshade, Velvet Nightshade, Turkey Berry ແລະ Salvadoraຈີນ: 假烟叶树ຫວຽດນາມ: Ngoi, Cà hôi ແລະ Co sà lang

ຊື່ພ້ອງ :
Solanum erianthum var. adulterinum (G. Don) Baker & Simmonds

ຊື່ສະກຸນ:
Solanaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງ 1-4 ຊມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ເປືອກຕົ້ນເປັນສີຂາວ, ທຸກສ່ວນຂອງລຳຕົ້ນມີຂົນສີຂາວກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ກວ້າງ 8-13 ຊມ, ຍາວ 10-25 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບອ່ອນນຸ້ມ ແລະ ມີຂົນປົກຄຸມຢ່າງໜາແໜ້ນ, ຜິວໃບດ້ານເທິງເປັນສີຂາວ, ຜິວໃບດ້ານລຸ່ມສີຂຽວປົນຂາວ. ກ້ານໃບຍາວປະມານ 3-6 ຊມ, ມີຂົນຂາວປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈາງ, ອອກບໍລິເວນປາຍກິ່ງ. ກ້ານຊໍ່ດອກຍາວ 5-10 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີມີຂະໜາດ 2 ຊມ, ສີຂາວ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກເປັນ 5 ແສກ, ຮູບສາມຫຼ່ຽມ, ສີຂຽວອ່ອນ. ກີບດອກມີ 5 ກີບ, ຮູບຫອກ ຫຼື ຮູບໄຂ່. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ຖານດອກ, ສີເຫຼືອງ. ເຕົ້າໄຂ່ຈັບເທິງ. ໝາກຮູບກົມ, ຂະໜາດປະມານ 1.5 ຊມ, ຜິວມີຂົນຂຸຍສີຂາວກະຈາຍຢ່າງໜາແໜ້ນ. ແກ່ນຮູບກົມ, ຈຳນວນຫຼາຍ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ຊະນິດພັນ CITES:
N/A

ບັນຊີສັດປ່າຂອງລາວ :
N/A

ບັນຊີ NTFP:
N/A

ບັນຊີໄມ້:
N/A

ບັນຍາຍການອະນຸຮັກ:
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ

ບັນຍາຍການນຳໃຊ້:

ສັບພະຄຸນ:

ຮາກ: ເປັນຢາຫຼຸດລະດັບນ້ຳຕານໃນເລືອດ, ແກ້ອາການຖອກທ້ອງ, ອາການທ້ອງບິດ, ໃຊ້ເປັນຢາຂັບປະຈຳເດືອນຂອງແມ່ຍິງ, ເປັນໜອງ, ມີນ້ຳຄາວປາ,

ຍອດອ່ອນ: ໃຊ້ແຊ່ກັບເຄືອຕົດໝາ ແລະ ຕົ້ນຄູນດື່ມເປັນຢາແກ້ທ້ອງອືດ.

ໃບ: ໃຊ້ເປັນຢາຮັກສາພະຍາດວັນນະໂລກທີ່ຕ່ອມນ້ຳເຫຼືອງຕາມບໍລິເວນຄໍ, ແກ້ອາການເຈັບຫົວ, ເຈັບແຂ້ວ, ນຳມາຕົ້ມອາບໃນແມ່ຍິງຫຼັງຄອດລູກຊ່ວຍໃຫ້ມົດລູກເຂົ້າອູ່ໄວຂຶ້ນ, ໃຊ້ເປັນຢາຮັກສາອາການຕົວບວມ, ໃບໃຊ້ຫ້າມເລືອດ, ໃຊ້ພອກຮັກສາແຜໄຟໄໝ້, ແຜເປື່ອຍ, ແຜເປື່ອຍໃນປາກ, ແຜໃນດັງ, ຜິວໜັງອັກເສບ, ຮັກສາກາກເກື້ອນ, ຝີ, ແກ້ຝົກຊ້ຳ ແລະ ຮັກສາພະຍາດເກົ່າ.

ຮາກ ແລະ ໃບ: ນຳມາທັບແຊ່ກັບໝາກແຄ້ງຂົມດື່ມແກ້ອາການປ່ວນທ້ອງ, ປວດຮາກ ແລະ ອາຫານເປັນພິດ.

ເປືອກ: ໃຊ້ເປັນຢາຮັກສາພະຍາດຜິວໜັງ

ທັງຕົ້ນ: ໃຊ້ເປັນຢາຮັກສາອາການອັກເສບຈາກແຜໄຟໄໝ້

ຂໍ້ມູນທາງວິທະຍາສາດ:

ລຳຕົ້ນ: ສານເຄມີທີ່ພົບໄດ້ແກ່ diosgenin, solamargine, solasodine, solasodine monoglucoside, solasonine ແລະ solaverbascine, solaverine.

ໃບ: ພົບສານ tomatidenol.

ກິ່ງ, ໃບ ແລະ ໝາກ: ພົບສານ diosgenin ແລະ solasodine.

ກິ່ງ ແລະ ໃບ: ພົບສານ solasonine.

ໃບ ແລະ ຮາກ: ພົບສານ solamergine, solasodine monoglucoside ແລະ solasonine.

ສານ: solasoine, solasodine, solamergine ແລະ tomatideno ສາມາດຢັບຢັ້ງເຊື້ອບາງຊະນິດ ເຊັນ Claviceps. Rhizoctonia, Piricularia, Polypordus ແລະ Sclerotinia, ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຕ້ານເຊື້ອແບັກທິເຣຍ.

ສານສະກັດຈາກໃບ ແລະ ກິ່ງ:  ໂດຍວີທີການຕົ້ມບໍ່ມີຜົນກະທົບຕໍ່ລຳໄສ້ໃຫຍ່, ແຕ່ມີຜົນເຮັດໃຫ້ລຳໄສ້ນ້ອຍເຄັ່ງຕົວ, ນອກນີ້ຍັງສາມາດກະຕຸ້ນກ້າມຊີ້ນລາຍບໍລິເວນໜ້າທ້ອງ ແລະ ຕ່ອມມົດລູກອ່ອນໆ, ເຮັດໃຫ້ຫົວໃຈບີບຕົວໄວ ແລະ ມີຜົນກະທົບຕໍ່ລະບົບປະສາດສ່ວນກາງ.

ໝາກ: ມີສານໃນກຸ່ມສະເຕີຣອຍທີ່ມີຊື່ວ່າ Solasodine ໃນປະລິມານສູງ ສາມາດນຳໄປສັງເຄາະເປັນຢາຄຸມກຳເນີດໄດ້.

ປີ 1991 ປະເທດແມັກຊີໂກໄດ້ທົດສອບສານສະກັດຈາກຕົ້ນຊ້າງໂມ້ງພົບວ່າສາມາດຫຼຸດລະດັບນ້ຳຕານໃນເລືອດໄດ້ຮອດ 21.1% ຫຼາຍກ່ວາ  tolbutamide ທີ່ໄດ້ພຽງ 14.3%.

ສິ່ງທີ່ຄວນລະວັງ.

ໃບ: ຖ້າໃຊ້ໃນປະລິມານຫຼາຍສາມາດເຮັດໃຫ້ແທ້ງລູກໄດ້.

ຄຸນປະໂຫຍດ:

ໃບ: ນຳມາໃສ່ໃນເລົ້າໄກ່ຊ່ວຍໄລ່ໄຮ, ນຳມາທັບແລ້ວໃຊ້ລ້າງຈານ, ໃຊ້ຮອງແຜ່ນຖົ່ວເນົ່າເພື່ອບໍ່ໃຫ້ຖົ່ວເນົ່າຕິດກັບແຜ່ງຕາກ.

ລຳຕົ້ນ: ນຳມາເຮັດຖ່ານເປັນໜື້ ແລະ ເປັນຟືນ.

ໝາກ: ນຳມາຕຳແລ້ວຄັ້ນເອົານ້ຳໃຫ້ງົວ ຫຼື ຄວາຍກິນເປັນຢາຮັກສາພະຍາດຂີ້ຂາວ.

ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Xavier, T.F., Auxilia, A., Selvi, M.S. (2013). Antibacterial and phytochemical screening of Solanum erianthum D. Don. J. Nat. Prod. Plant Resour., 3(2): 131-133.
Babalola, O., Agbi, J., Badiora, A., Areola, O. (2016). Protective Effects of Solanum erianthum D. Don Leaf Extract on Lead-Induced Toxicity in Adult Wistar Rats. Journal of Applied Pharmaceutical Science, 6 (10): 113-123.
Chou, S.-C., Huang, T.-J., Lin, E.-H., Huang, C.-H., Chou, C.-H. (2012). Antihepatitis B Virus Constituents of Solanum erianthum. Natural Product Communications, 9(2): 153-156.
Kaunda, J.S., Zhang, Y.‑J. (2019). The Genus Solanum: An Ethnopharmacological, Phytochemical and Biological Properties Review. Natural Products and Bioprospecting, 9: 77–137.

ຜູ້ສ້າງ Factsheet:
N/A

ຜູ້ກວດສອບ Factsheet: