ເລກລຳດັບທີ: 3063
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຂົ້າສານໃຫຍ່
Khao San Yai
Cynanchum pulchellum (Roxb.) Liede & Khanum
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ເຂົ້າສານໃຫຍ່, ໂອເຄືອ ແລະ ເຂົ້າສານເຄືອໄທ: ເຄືອຄິກ, ເຂົ້າສານ, ໄຄ້ເຄືອ, ເຂົ້າສານດອກໃຫຍ່, ເມືອສານ, ເຄືອເຂົາໜັງ ແລະ ມະໂອເຄືອຈີນ: 大花藤ຫວຽດນາມ: Trâm hùng đẹp ແລະ Đại hoa đằng
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Cynanchum
ຊະນິດ
Cynanchum pulchellum
ຊື່ພ້ອງ
Asclepias pulchella (Wall.) Roxb.
Oxystelma pulchellum (Wall.) D.Dietr.
Pergularia campanulata Buch.-Ham. ex Wall.
Raphistemma pulchellum Wall.
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນເປັນລຳເຄືອ, ກ້ຽວພັນຕາມຕົ້ນໄມ້ອື່ນ, ມີຂໍ້, ຂະໜາດນ້ອຍ, ຜິວກ້ຽງ, ທຸກພາກສ່ວນຂອງລຳຕົ້ນມີຢາງສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບຫົວໃຈ, ກວ້າງ 4-5 ຊມ, ຍາວ 6-20 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ ຫຼື ຍາວເປັນຫາງ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງມີຂົນອອກເປັນກະຈຸບໍລິເວນໂຄນເສັ້ນກາງໃບ. ກ້ານໃບຮຽວນ້ອຍ, ຍາວ 4-12 ຊມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບ. ກ້ານຊໍ່ດອກຍາວປະມານ 5-10 ຊມ. ດອກຍ່ອຍມີ 4-10 ດອກ, ດອກຍານເຕັມທີມີຂະໜາດ 3-4 ຊມ, ສີຂາວ ຫຼື ສີຄີມ, ມີກິ່ນຫອມ. ກ້ານດອກຍ່ອຍມີຂະໜາດນ້ອຍ ແລະ ຍາວ 2-5 ຊມ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 3-4 ມມ, ປາຍແຍກອອກເປັນ 5 ກາບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຂອບບາງ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ຍາວ 12-18 ມມ, ປາຍແຍກອອກເປັນ 5 ແສກ, ສີຂາວ. ເກສອນເພດຜູ້ໂຄນເຊື່ອມຕິດກັນເປັນເສົາ, ປາຍແຍກອອກ 5 ອັນ, ຍາວ 10-12 ມມ. ໝາກກຸ່ມ, ເປັນຝັກຄູ່, ມີລັກສະນະໂຄ້ງເລັກນ້ອຍ, ຍາວປະມານ 15 ຊມ. ແກ່ນຈຳນວນຫຼາຍ, ຮູບໄຂ່, ມີຂົນຟູ, ຍາວປະມານ 4 ຊມ, ຂົນສີຂາວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:
ດອກ ແລະ ໝາກ: ສາມາດນຳມາປຸງແຕ່ງເປັນອາຫານໄດ້.
ສັບພະຄຸນ:
ຮາກ: ໃຊ້ປຸງເປັນຢາຍອດຮັກສາຕາແກ້ອາການເຈັບຕາ, ຕາແດງ ແລະ ຕາມົວ.
ແກ່ນ: ມີສານ Cardiac glycoside ເຊື່ອງເປັນພິດຕໍ່ຫົວໃຈ, ແຕ່ສາມາດນຳມາຮັກສາອາການໄຂ້ ແລະ ຊ່ວຍຂັບເຫື່ອໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,