ເລກລຳດັບທີ: 3058
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອກະເຈາະນາງສີດາ
ເຄືອກະເຈາະນາງສີດາ
Aristolochia pothieri Pierre ex Lecomte
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ກຣະເຊົ້າທຸງທອງ.ຫວຽດນາມ: Sơn dịch pothier.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Piperales
ຊື່ສະກຸນ
Aristolochiaceae
ສະກຸນ
Aristolochia
ຊະນິດ
Aristolochia pothieri
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນລຳເລືອ, ຍາວ 1-2 ມ, ມີຂົນກະຈາຍຢູ່ທົ່ວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ກວ້າງ ຫຼື ຮູບຫົວໃຈ, ມີ 3 ພູ, ກວ້າງ 12-14 ຊມ, ຍາວ 11-15 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບສີຂຽວອົມເທົາ ຫຼື ສີຂຽວອ່ອນ, ມີຂົນປົກຄຸມທັງສອງດ້ານ. ກ້ານໃບຍາວ 3-4 ຊມ. ຊໍ່ດອກແບບກະຈຸກ, ອອກບໍລິເວນງ່າມໃບ. ດອກຍ່ອຍມີ 5-20 ດອກ, ຮູບຄ້າຍຫຼອດ, ກວ້າງປະມານ 1-2 ຊມ, ສີຂຽວປົນສີນ້ຳຕານ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0.5-1.5 ຊມ, ປາຍກີບບານອອກ, ຮູບຂອບຂະໜານ ຫຼື ຮູບໃບພາຍ, ຍາວ 1.3-1.8 ຊມ. ເກສອນເພດຜູ້ຈັບຢູ່ເສົາເກສອນ, ຍາວປະມານ 2 ມມ. ໝາກຮູບໄຂ່ກວ້າງ, ຍາວ 4-4.5 ຊມ. ກ້ານໝາກຍາວ 3-6 ຊມ. ແກ່ນຮູບ 3 ຫຼ່ຽມ, ຍາວ 3-8 ມມ, ລວມມີປີກ, ມີປຸ່ມດ້ານດຽວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:
ຫົວໃຕ້ດິນ: ຕັດຕົ້ມດື່ມເປັນຢາບຳລຸງກຳລັງ ແລະ ເປັນຢາອາຍຸວັນນະ.
ໃບ: ຕຳເປັນຢາພອກພາຍນອກ, ຕຳພອກຫົວຊ່ວຍຫຼຸດໄຂ້, ພອກແກ້ພະຍາດຜິວໜັງບາງຊະນິດ ຫຼື ນຳມາເຜົາໄຟໃຫ້ຮ້ອນແລ້ວວາງເທິງທ້ອງ ຫຼື ຜິວໜັງແກ້ອາການບວມ.
ພືດປະດັບ: ນິຍົມປູກເປັນໄມ້ປະດັບ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,