ເລກລຳດັບທີ: 3057
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ທອງແຮດ
ທອງແຮດ

Blachia siamensis Gagnep.


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ກຣະຊິດ, ກາຊື້ມ, ຂີແຣດ, ຂີ້ແຣດຄວນ, ອີແຣດ, ຂີແຣດເມຍ, ໄຂ່ນົກກະທາ, ໜາມແຈງ ແລະ ຂ່ອຍໜາມ.

ຊື່ພ້ອງ :

ຊື່ສະກຸນ:
Euphorbiaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 5 ມ, ມີຂົນສັ້ນນຸ້ມຕາມກ້ານໃບ, ຊໍ່ດອກ, ເຕົ້າໄຂ່ ແລະ ໝາກ. ໃບດ່ຽວ, ຈັບວຽນສະຫຼັບ, ຮູບສີ່ຫຼ່ຽມ ຫຼື ຮູບໄຂ່, ຍາວ 2-4.5 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ແລະ ມີຂົນຂຸຍ, ປາຍຮຽວແຫຼມ, ເສັ້ນກາງໃບນູນທັງສອງດ້ານ. ຊໍ່ດອກແບບດິ້ວຄັນຮົ່ມ, ຍາວ 1.5-2 ຊມ, ດອກຍ່ອຍເປັນດອກແຍກເພດ. ດອກເພດຜູ້ມີຂະໜາດເສັ້ນຜ່າສູນກາງ 4-5 ມມ. ກ້ານດອກຍາວ 1-1.5 ຊມ. ກາບດອກ ແລະ ກີບດອກຮູບກົມ, ຂະໜາດປະມານ 1.5 ມມ. ເກສອນເພດຜູ້ມີ 14-21 ອັນ, ກ້ານຊູລະອອງຍາວປະມານ 3 ມມ. ດອກເພດແມ່ມີເສັ້ນຜ່າສູນກາງ 1-3.5 ມມ. ກ້ານດອກຍາວ 0.5-2.5 ຊມ. ກາບດອກຮູບສາມຫຼ່ຽມ, ຍາວ 2-4 ມມ, ຂອບມີຂົນຂຸຍ. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບຍາວ 5-6 ມມ. ໝາກແຫ້ງແລ້ວແຕກ, ມີ 3 ພູ, ເສັ້ນຜ່າສູນກາງ 0.8-1 ຊມ. ແກ່ນຮູບຮີ, ຍາວປະມານ 6 ມມ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ

ບັນຍາຍການນຳໃຊ້:

ສັບພະຄຸນ: 




  • ຮາກ ຫຼື ລຳຕົ້ນ: ຕົ້ມດື່ມແກ້ຫືດ.

  • ຮາກ ແລະ ເນື້ອໄມ້: ຊ່ວຍຂັບປັດສະວະ. 

  • ໃບ: ລົດເຟື່ອນຕຳກັບເຂົ້າສານຄັ້ນເອົານ້ຳດື່ມເຮັດໃຫ້ປວດຮາກຖອນພິດເບື່ອເມົາ ຫຼື ອາຫານບໍ່ຍ່ອຍ.



ພືດປະດັບ: ນິຍົມນຳມາປູກເປັນພືດປະດັບຕາມສ່ວນຕ່າງໆ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Maxwell, J.F. (2009). Vegetation and vascular flora of the Mekong River, Kratie and Steung Treng Provinces, Cambodia. Maejo International Journal of Science and Technology, 3(01), 143-211.
Aggimarangsee, N., Sitasuwan, N., Trisonthi, C., Brockelman, W.Y. (2005). Diversity of Medicinal Plants at Khao Lommuak in Prachuap Khiri Khan Province, Thailand. Bioprospecting & Ethnopharmacology, 3(1).
Francisco-Ortega, J., Wang, F.-G., Wang, Z.-S., Xing, F.-W., Liu, H., Xu, H., Xu, W.-X., Luo, Y.-B., Song, X.-Q., Gale, S., Boufford, D.E., Maunder, M., An, S.-Q. (2010). Endemic Seed Plant Species from Hainan Island: A Checklist. Bot. Rev. 76:295–345.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: