ເລກລຳດັບທີ: 3049
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ດອກເຂົ້າປະດັບດິນ
ດອກເຂົ້າປະດັບດິນ

Utricularia hirta Klein ex Link


ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ຫຍ້າຝ່ອຍ.ຈີນ: 毛挖耳草.

ຊື່ພ້ອງ :

ຊື່ສະກຸນ:
Lentibulariaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນພືດລົ້ມລຸກ, ເກີດຕາມພະລານຫີນ ຫຼື ເຂດທີ່ມີຄວາມຊຸ່ມ, ຈັດເປັນພືດກິນແມງໄມ້. ລຳຕົ້ນ ແລະ ໃບມີຖົງຈັບແມງໄມ້, ທຸກພາກສ່ວນຂອງລຳຕົ້ນມີຂົນເປັນຝອຍ, ຍາວປະມານ 1 ມມ ຫຼື ຍາວ 2-4 ມມ. ໃບດ່ຽວ, ຮຽງສະຫຼັບ, ຮູບໄຂ່ປີ້ນ ຫຼື ຮູບແຖບ, ຍາວ 1-2 ຊມ, ປາຍແສກແຂ້ວ, ກ້ານໃບສ່ວນຫຼາຍຍາວກວ່າໃບ, ຊ່ວງອອກດອກບໍ່ມີໃບ, ກັບດັກແມງໄມ້ຈັບເທິງໃບ, ຂະໜາດນ້ອຍ. ຊໍ່ດອກແບບກະຈະ ຫຼື ເປັນຊໍ່ດ່ຽວ, ຍາວປະມານ 5-10 ຊມ, ມີຂົນຍາວສີຂາວ. ດອກຍ່ອຍມີ 1-6 ດອກ, ຍາວ 0.3-1 ຊມ, ສີມ່ວງ ຫຼື ສີນ້ຳເງິນ. ໃບປະດັບດອກມີ 2 ຊັ້ນ, ຮຽງວຽນສະຫຼັບ, ວົງຊັ້ນນອກຮູບແຖບ, ຊັ້ນໃນຮູບແຖບ, ຍາວປະມານ 1 ມມ, ມີຂົນສີຂາວ. ກາບດອກຮູບໄຂ່, ມີຂົນ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 2 ກີບ, ກີບລຸ່ມຮູບໄຂ່ ຫຼື ຮູບກົມ, ກີບເທິງຂະໜາດນ້ອຍ, ປາຍກີບວ້ຳຕື້ນ, ມີເດືອຍຮູບຫຼິ່ມ, ຍາວປະມານ 4 ມມ, ຈັບຕັ້ງສາກກັບກີບດ້ານເທິງ. ເກສອນເພດຜູ້ມີ 2 ອັນ, ຈັບຢູ່ຖານດອກ. ເຕົ້າໄຂ່ຈັບເທິງ, ຜິວລຽບ. ຜົນຮູບກົມ ຫຼື ຮູບຮີ, ຂະໜາດປະມານ 2 ມມ. ແກ່ນຈຳນວນຫຼາຍ, ຂະໜາດນ້ອຍ, ມີລັກສະນະເປັນດ່າງແຫ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ

ບັນຍາຍການນຳໃຊ້:

ສັບພະຄຸນ:

ນຳມາປຸງເປັນຢາບຳລຸງຮ່າງກາຍ.

ຈັດເປັນພືດຫາຍາກທີ່ເກີດຢູ່ເຂດໜາວ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Vipunngoun, N., Masuthon, S. (2004). Comparative Morphology of Insectivorous Plants Genus Utricularia L. in Phu Phan National Park, Sakonnakhon Province. Department of Botany, Faculty of Science, Kasetsart University, Bangkok 10900.
Natarajan, K., Kottaimuthu, R., Balasubramanian, V., Alex Pandian, P., Malaisamy, M., Ponnuchamy, R. (2008). A Note on the Identity of Carnivorous Plants of Karungalakudi, Tamil Nadu, India. Ethnobotanical Leaflets 12(10): 73-77.
Raja, P., Soosairaj, S., Dhatchanamoorthy, N., Tagore, J.K. (2015). Floristic composition of aquatic angiosperms in different wetlands of Pudukkottai district of Tamil Nadu, India. Asian Journal of Plant Science and Research, 5(12):6-12.
de Morais Resende, I.L., Chaves, L.J., Rizzo, J.Â. (2013). Floristic and phytosociological analysis of palm swamps in the central part of the Brazilian savanna. Acta Botanica Brasilica 27(1): 205-225.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: