ເລກລຳດັບທີ: 3043
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕີນກັບແກ້
Wild Daisy
Tridax procumbens (L.) L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕີນກັບແກ້, ຫຍ້າຕີນຕຸກໂຕ, ຫຍ້າຕີນຕຸບໂຕ ແລະ ຫຍ້າທຽນເສດຖີອັງກິດ: Wild Daisy, coat buttons, cadillo chisaca, tridax, Mexican daisy ແລະ Tridax daisyຈີນ: 羽芒菊 ແລະ 中美高
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Tridax
ຊະນິດ
Tridax procumbens
ຊື່ພ້ອງ
Tridax procumbens var. canescens (Rich. ex Pers.) DC.
Tridax procumbens var. ovatifolia B.L.Rob. ex B.L.Rob. & Greenm.
Tridax procumbens var. procumbens
ບັນຍາຍລັກສະນະທາງພືດສາດ
ຈັດເປັນພືດລົ້ມລຸກ. ລຳຕົ້ນເລືອໄປຕາມໜ້າດິນ, ສູງ 30-50 ຊມ, ມີຂົນອ່ອນນຸ້ມປົກຄຸມ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຫອກ, ກວ້າງປະມານ 2 ຊມ, ຍາວປະມານ 3 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍບໍ່ສະໝໍ່າສະເໜີ, ປາຍແຫຼມ, ຜິວມີຂົນສີເຫຼືອງອ່ອນປົກຄຸມທັງສອງດ້ານ. ຊໍ່ດອກແບບກະຈຸກກົມ, ອອກບໍລິເວນງ່າມໃບ, ມີຂະໜາດ 9-11 ມມ, ສີເຫຼືອງ. ກ້ານຊໍ່ດອກຮູບກົມ, ຍາວ 10-20 ຊມ, ມີຂົນປົກຄຸມຢ່າງໜາແໜ້ນ. ດອກຍ່ອຍຈຳນວນຫຼາຍ, ຈັບແໜ້ນໃນຖານດອກດຽວກັນ, ມີທັງດອກແຍກເພດ ແລະ ດອກສົມບູນເພດໃນຊໍ່ດອກ ຫຼື ຖານດອກດຽວກັນ. ດອກວົງນອກເປັນດອກເພດແມ່, ມີລັກສະນະຄ້າຍກີບ, ຮູບຂອບຂະໜານ ຫຼື ຮູບໄຂ່, ປາຍແຍກອອກເປັນ 3 ແສກ, ສີຂາວນວນ. ດອກວົງໃນເປັນດອກສົມບູນເພດ, ສີເຫຼືອງ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 8 ມມ. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ຫຼອດກີບດອກ. ເຕົ້າໄຂ່ເຈັບເທິງ, ປາຍຮວງຮັບແຍກເປັນ 2 ແສກ. ໝາກແຫ້ງແລ້ວບໍ່ແຕກ, ເປືອກໜຽວ, ມີຂົນສີນ້ຳຕານປົກຄຸມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:
ໃບ: ຕົ້ມເປັນຜັກກິນເປັນອາຫານ.
ສັບພະຄຸນ:
ໃບ: ໃຊ້ເປັນຢາຂ້າເຊື້ອ, ໃຊ້ຫ້າມເລືອດ, ແກ້ກາຝາກ, ໃຊ້ພອກຮັກສາຝີ, ຕຳພອກຮັກສາອາການເຈັບ, ແກ້ອາການຂໍ້ອັກເສບ, ຮັກສາອາການເຈັບຕາມກະດູກ, ຮັກສາຫວັດ, ແກ້ອາການເຈັບທ້ອງບິດ, ຖອກທ້ອງ ແລະ ໃຊ້ປະຄົບພາຍນອກແກ້ອາການບວມຂອງລິດຊີດວງທະວານ.
ຜົງໃບ: ນຳມາປະສົມກັບ Cicer arietium ນຳມາຮັບປະທານຮັກສາພະຍາດເບົາຫວານ.
ນ້ຳຢາງ: ໃຊ້ທາແກ້ອາການບວມ ແລະ ຮັກສາແຜ.
ພືດປະດັບ: ດອກມີຄວາມສວຍງາມຈຶ່ງນິຍົມປູກເປັນພືດປະດັບທົ່ງຫຍ້າ ຫຼື ສວນສາທາລະນະລັດ.
ຄຸນປະໂຫຍດ:
ຕົ້ນອ່ອນ: ໃຊ້ເປັນອາຫານຂອງສັດ.
ໃຊ້ເປັນພືດປົກຄຸມດິນ.
ໃບ: ສາມາດຂ້າແມງໄມ້, ກາຝາກໄດ້ ແລະ ຍັງໃຊ້ບຳລຸງເສັ້ນຜົມໄດ້.
ຄວັນທີ່ເກີດຈາກການເຜົາໄໝ້ຊ່ວຍໃນການໄລ່ຍຸງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,