ເລກລຳດັບທີ: 3022
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ກະພີ້ຈັນ
Thit Pagan
Millettia brandisiana Kurz
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ກະພີ້ຈັນ, ຈັນ, ປີ້ຈັ່ນ ແລະ ພີ້ຈັນ.ຫວຽດນາມ: Thàn mát brandis ແລະ Mát brandis
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Millettia
ຊະນິດ
Millettia brandisiana
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 8-20 ມ, ເປືອກຂ້ອນຂ້າງລຽບ ຫຼື ແຕກເປັນເກັດຂະໜາດນ້ອຍ, ສີເທົາປົນສີນ້ຳຕານ, ເນື້ອໄມ້ສີນ້ຳຕານອົມເຫຼືອງ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກວຽນສະຫຼັບ, ຍາວ 10-18 ຊມ. ກ້ານໃບລວມຍາວ 5-7 ຊມ. ໃບຍ່ອຍມີ 6-10 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ, ກວ້າງ 0.8-1.7 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ໃບອ່ອນ ແລະ ຍອດມີສີນ້ຳຕານອົມແດງ, ມີຂົນອ່ອນນຸ້ມ. ກ້ານໃບຍ່ອຍຍາວ 2-3 ມມ, ມີຂົນສັ້ນອ່ອນນຸ້ມກະຈາຍທົ່ວ. ຊໍ່ດອກແບບແຕກແໜ່ງ, ອອກຕາມປາຍກິ່ງ ແລະ ກິ່ງກ້ານ, ຍາວ 7-22 ຊມ. ດອກຍ່ອຍມີ 15-20 ດອກ, ດອກບານເຕັມທີກວ້າງ 1.5-2 ຊມ, ສີມ່ວງເຂັ້ມ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ຍາວ 0.4-0.5 ຊມ, ປາຍແຍກອອກເປັນ 5 ແສກ, ດ້ານນອກມີຂົນປົກຄຸມຢ່າງໜາແໜ້ນ. ກີບດອກມີ 5 ກີບ, 4 ກີບຮູບຂອບຂະໜານ, ກວ້າງ 0.3-0.5 ຊມ, ຍາວ 1-1.5 ຊມ, 1 ກີບຮູບກົມບິດວຽນ, ກວ້າງປະມານ 1.5 ຊມ, ຍາວ 1.8-2 ຊມ. ເກສອນເພດຜູ້ມີ 10 ອັນ, ບໍ່ສະເໜີກັນ. ໝາກເປັນຝັກແຫ້ງແລ້ວແຕກ, ຮູບຂອບຂະໜານ, ປາຍແຫຼມ, ກວ້າງ 2-2.5 ຊມ, ຍາວ 10-14 ຊມ, ຂອບໜາແຂງ, ສີນ້ຳຕານປົນສີເຫຼືອງ. ແກ່ນມີ 3-5 ແກ່ນ, ຮູບກົມ, ກວ້າງ 0.8-1 ຊມ, ສີນ້ຳຕານປົນສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ, ສິ່ງປູກສ້າງ

ອາຫານ:
ໃບອ່ອນ: ກິນເປັນອາຫານໄດ້.
ສັບພະຄຸນ:
ເປືອກຕົ້ນ: ຕົ້ມລ້າງຮັກສາແຜຊຳເຮື້ອ.
ລຳຕົ້ນ: ຕົ້ມດື່ມບຳລຸງເລືອດ.
ແກ່ນໄມ້: ຕົ້ນມດື່ມຊ່ວຍບຳລຸງກຳລັງ, ບຳລຸງຮ່າງກາຍ, ບຳລຸງເລືອດ, ບຳລຸງທາດ ແລະ ຊ່ວຍຈະເລີນອາຫານ.
ສິ່ງກໍສ້າງ:
ເນື້ອໄມ້: ໃຊ້ໃນການກໍ່ສ້າງ, ເຮັດເຍື່ອກະດາດ ແລະ ດອກໄມ້ປະດິດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,