ຕົ້ນຕັ້ງຕໍ່
bladdernut family
Turpinia pomifera (Roxb.) DC.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໝາກກອກພຣານ, ຂເປີຍ, ໂຄນາເຄ, ຊໍເສ່, ໝາກກ້ວຍ, ໝາກກອກຟານ, ລູກອ້າ ແລະ ລວກ.ຫວຽດນາມ: : Côi rào, Côi pom, Cọc rào, Xương cá, Long, Ko u linh ແລະ Chum.ຈີນ: 下级列表, 大果山香圆(原变种 ແລະ 山麻风树.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Crossosomatales
- ຊື່ສະກຸນ
- Staphyleaceae
- ສະກຸນ
- Dalrympelea
- ຊະນິດ
- Dalrympelea pomifera
ຊື່ພ້ອງ
Dalrympelea pomifera Roxb.
Turpinia pomifera var. pomifera
Turpinia pomifera var. pomifera
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 25 ມ, ເປືອກນອກລຽບ ຫຼື ແຕກເປັນເກັດ, ສີເທົາປົນສີນ້ຳຕານ, ເປືອກໃນສີນ້ຳຕານ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ. ໃບຍ່ອຍມີ 9-10 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 3-5 ຊມ, ຍາວປະ 7-15 ຊມ, ໂຄນໃບຮຽວແຫຼມ ຫຼື ບ້ຽວ, ຂອບແສກແຂ້ວເລື່ອຍບໍ່ສະໝໍ່າສະເໝີ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ຍອດ ແລະ ໃບອ່ອນມີສີມ່ວງ. ຫູໃບຮູບຫອກ, ຍາວປະມານ 7 ມມ, ປາຍຮຽວແຫຼມ, ຫຼົ່ນງ່າຍ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບ ຫຼື ງ່າມໃບໃກ້ກັບປາຍກິ່ງ, ຊໍ່ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ຍາວ 30-40 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຍາວປະມານ 7 ມມ, ຜິວເກືອບກ້ຽງ. ກາບດອກມີ 5 ກາບ, ຮູບໄຂ່, ຍາວປະມານ 2 ມມ, ສີຂາວປົນສີຂຽວ. ເກສອນເພດຜູ້ມີ 6 ອັນ, ໂຄນກ້ານເກສອນເຊື່ອມຕິດກັນ, ຜິວລຽບ. ໝາກຕິດເປັນຊໍ່, ຍາວ 5-9 ຊມ, ມີ 1-3 ໝາກຕໍ່ຊໍ່, ຮູບກົມ, ກວ້າງ 1.7-2 ຊມ, ຍາວ 4.5-5 ຊມ, ເປືອກໜາ, ລຽບ, ໝາກສຸກເປັນສີເຫຼືອງປົນສີຂຽວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ:
ໃບອ່ອນ ແລະ ຍອດ: ເຮັດໃຫ້ສຸກເປັນອາຫານໄດ້.
ໝາກສຸກ: ສາມາດກິນໄດ້.
ສັບພະຄຸນ:
ໃບ ແລະ ເປືອກ: ໃຊ້ທາພາຍນອກແກ້ອາການບວມຈາກພະຍາດໄຂ່ຂໍ້ອັກເສບ.
ຄຸນປະໂຫຍດ:
ໝາກ: ໃຊ້ໃນການຍ້ອມສີເຄື່ອງຈັກສານ.
ໝາກສຸກ: ເປັນອາຫານຂອງຟານ ແລະ ກວາງ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Nor-Ezzawanis, A.T. (2010). New Combinations in Malaysian Staphyleaceae. Gardens’ Bulletin Singapore 62 (1): 127-133.
Putiyanan, S., Maxwell, J.F. (2007). Survey and Herbarium Specimens of Medicinal Vascular Flora of Doi Chiang Dao. CMU. J. Nat. Sci. 6(1): 159-167.
Tadwalkar, M.D., Joglekar, A.M., Mhaskar, M., Kanade, R.B., Chaavan, B., Watve, A.V., Ganeshaiah, K.N., Patwardhan, A.A. (2012). Dispersal modes of woody species from the northern Western Ghats, India. Tropical Ecology 53(1): 53-67.
Rahman, N., Sarker, MD.A.A., Uddin, S.N. (2018). One hundred and three new additions to the Anginosperm flora of lawachara national Park, bangladesh. Bull. Bangladesh National Herb. 6: 71-88.
Murtem, G., Chaudhry, P. (2016). An ethnobotanical note on wild edible plants of Upper Eastern Himalaya, India. Brazilian Journal of Biological Sciences, 3(5): 63-81.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,