ຕົ້ນໃບງົວ
ຕົ້ນໃບງົວ
Picrasma javanica Blume
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ກອມຂົມ, ກະລຳເພາະຕົ້ນ, ໝາຊົນ, ຫງີນ້ຳ, ຫຍີນ້ຳໃບນ້ອຍ, ດຳ, ດີງູຕົ້ນ, ຕະພ້ານກົ້ນ, ເນຍປະໂຈະ, ໝາກປໍຈໍ ແລະ ໝາກກອມ.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Sapindales
- ຊື່ສະກຸນ
- Simaroubaceae
- ສະກຸນ
- Picrasma
- ຊະນິດ
- Picrasma javanica
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດກາງ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 20 ມ, ລຳຕົ້ນມັກບິດເປັນຮ່ອງຂະໜາດນ້ອຍ, ເປືອກນອກບາງ, ລຽບ, ສີເທົາ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3-7 ໃບ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 1.5-2.5 ຊມ, ຍາວ 4.5-6 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ຍອດອ່ອນສີນ້ຳຕານແດງ, ມີຫູໃບຂະໜາດໃຫຍ່. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີຂຽວປົນສີເຫຼືອງ, ດອກແຍກເພດໃນຕົ້ນດຽວກັນ. ໝາກຮູບກົມ, ອອກເປັນກຸ່ມລະ 2-4 ໜ່ວຍ, ມີຂະໜາດ 0.8-1 ຊມ, ສີຂຽວປົນສີເທົາ ຫຼື ສີຟ້າ, ເນື້ອອົມນ້ຳ, ກາບດອກຕິດຈົນເປັນໝາກ, ໝາກສີຂຽວແລ້ວຈະປ່ຽນເປັນສີມ່ວງ ແລະ ປ່ຽນເປັນສີດຳເມື່ອແກ່. ແກ່ນມີ 1 ແກ່ນ, ເນື້ອແຂງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ສັບພະຄຸນ:
- ເປືອກຕົ້ນ: ແກ້ໄຂ້ມາຣາເລຍ.
- ສານອັນຄຣານອຍຈາກເປືອກ: ສາມາດກົດປະສາດສ່ວນກາງ ແລະ ຊ່ວຍຫຼຸດໄຂ້ໄດ້ປານກາງ.
- ໝາກ: ບົດເປັນຢາລ້າງຄໍເດັກ ແລະ ແກ້ອາການເຈັບຄໍ
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Grierson, A.J.C. & Long, D.G. (2001). Flora of Bhutan 2: 1-1675. Royal Botanic Gardens, Edinburgh.
Newman, M., Ketphanh, S., Svengsuksa, B., Thomas, P., Sengdala, K., Lamxay, V. & Armstrong, K. (2007). A checklist of the vascular plants of Lao PDR: 1-394. Royal Botanic Gardens, Edinburgh.
Kress, W.J., DeFilipps, R.A., Farr, E. & Kyi, D.Y.Y. (2003). A Checklist of the Trees, Shrubs, Herbs and Climbers of Myanmar Contributions from the United States National Herbarium 45: 1-590. Smithsonian Institution.
Newman, M., Ketphanh, S., Svengsuksa, B., Thomas, P., Sengdala, K., Lamxay, V. & Armstrong, K. (2007). A checklist of the vascular plants of Lao PDR: 1-394. Royal Botanic Gardens, Edinburgh.
Kress, W.J., DeFilipps, R.A., Farr, E. & Kyi, D.Y.Y. (2003). A Checklist of the Trees, Shrubs, Herbs and Climbers of Myanmar Contributions from the United States National Herbarium 45: 1-590. Smithsonian Institution.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,