ເລກລຳດັບທີ: 2966
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: N/A
ໝາກໝາດແດງ
Mark Mard daeng
Zanthoxylum acanthopodium DC.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກໝາດ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Rutaceae
ສະກຸນ
Zanthoxylum
ຊະນິດ
Zanthoxylum acanthopodium
ຊື່ພ້ອງ
Aubertia timbor Buch.-Ham.
Aubertia timbor Buch.-Ham. ex Wall.
Fagara acanthopodium (DC.) M.Hiroe
Zanthoxylum acanthopodium var. acanthopodium
Zanthoxylum acanthopodium var. oligotrichum Z.M.Tan
Zanthoxylum acanthopodium var. timbor Buch.-Ham.
Zanthoxylum acanthopodium var. timbor Buch.-Ham. ex Hook.fil.
Zanthoxylum acanthopodium var. villosum C.C.Huang
Zanthoxylum alatum Wall.
Zanthoxylum timbor Wall.
ຊະນິດໃກ້ຄຽງ
ໝາກໝາດ/ Winged Prickly Ash
ໝາກແຄ່ນ/ Cape yellowwood
ຊາຫຼີວ/ Sa Liew
ບັນຍາຍລັກສະນະທາງພືດສາດ
ພືດນີ້ຈັດເປັນໄມ້ຟຸ່ມເລືອ, ມີເນື້ອໄມ້ແຂງ, ຫຼື ເປັນໄມ້ຢືນຕົ້ນຂະໜາດນ້ອຍທີ່ສູງປະມານ 6 ມ. ເປືອກມີສີດຳອົມສີເທົາ. ກິ່ງອ່ອນ ( branchlets) ປົກຄຸມດ້ວຍຂົນອ່ອນສີນ້ຳຕານຕອນທຳອິດ ແຕ່ອາດຈະຄ່ອຍໆຫາຍໄປຈົນເກືອບລຽບ. ກິ່ງເຫຼົ່ານີ້ມັກຈະມີໜາມຂະໜາດນ້ອຍແຫຼມຄົມ ຊ່ວຍປົກປ້ອງຕົ້ນໄມ້.
ໃບປະກອບແບບຂົນນົກ, ມີໃບຍ່ອຍຂະໜາດນ້ອຍ 3 ຫາ 9 ໃບ, ອອກຮຽງກົງກັນຂ້າມກັນຕາມກ້ານໃບຫຼັກທີ່ເອີ້ນວ່າ rachis, ກ້ານໃບຫຼັກຈະມີປີກໃບກວ້າງປະມານ 3 ມມ. ໃບຍ່ອຍຕິດກັບໂດຍບໍ່ມີກ້ານໃບ, ຮຽງກົງກັນຂ້າມກັນ, ຮູບໄຂ່ ຫາ ຮູບຫອກແຄບ, ແຕ່ລະໃບຍາວປະມານ 6 ຫາ 10 ຊມ. ກວ້າງ 2 ຫາ 4 ຊມ. ແຜ່ນໃບຄ້າຍເຈ້ຍ, ອາດມີຜິວລຽບ ຫຼື ມີຂົນສີນ້ຳຕານປົກຄຸມທັງສອງດ້ານ, ມີຕ່ອມນ້ຳມັນຂະໜາດນ້ອຍ ແຕ່ເບິ່ງຫັນໄດ້ຍາກ, ຂອບໃບລຽບ ຫຼື ມີແສກເລັກນ້ອຍ.
ຊໍ່ດອກອອກຕາມງ່າມໃບ, ດອກຍ່ອຍອອກຮຽງກັນເປັນໜຶ່ງ ຫາ ສອງແຖວບໍ່ສະໝ່ຳສະເໝີ. ກີບດອກຂະໜາດນ້ອຍ 6 ຫາ 8 ກີບ, ມີລັກສະນະຄ້າຍກັນ ເອີ້ນວ່າກາບດອກ, ກາບດອກສີຂຽວປົນເຫຼືອງອ່ອນ, ແຄບ ແລະ ຍາວປະມານ 1,5 ມມ. ດອກເພດຜູ້ມີລະອອງເກສອນ 5 ຫາ 6 ອັນ, ກ່ອນດອກບານຖົງລະອອງຈະເປັນສີມ່ວງແດງ, ໂຄນດອກມີລັກສະນະຄ້າຍຈານ ແລະ ມີສວ່ນປະກອບຂອງເຕົ້າໄຂ່ຂະໜາດນ້ອຍ 2 ຫາ 5 ອັນທີ່ເປັນໝັນ (carpels). ດອກເພດແມ່ບໍ່ມີເກສອນເພດຜູ້, ມີແຕ່ເຕົ້າໄຂ່ 2 ຫາ 5 ຫ້ອງ, ເຊິ່ງອາດມີຂົນ ຫຼື ລຽບ, ເຕົ້າໄຂ່ເຫຼົ່ານີ້ມັກມີຕ່ອມນ້ຳມັນທີ່ສັບເກດເຫັນໄດ້ຊັດເຈນບໍລິເວນສ່ວນທີ່ຫັນອອກຈາກກ້ານດອກ.
ໝາກມັກມີສີແດງປົນສີມ່ວງ, ມີເສັ້ນຜ່າສູນກາງປະມານ 4 ມມ ແຕ່ສ່ວນໃຫຍ່ຜິວລຽບ, ແຕ່ບາງຄັ້ງກໍ່ມີຂົນຂະໜາດນ້ອຍ, ເປືອກໝາກມີຕ່ອມນ້ຳມັນຂະໜາດໃຫຍ່ທີ່ເຫັນໄດ້ຢ່າງຊັດເຈນຢືນອອກມາ. ພາຍໃນໝາກມີແກ່ນກວ້າງປະມານ 3 ມມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Assam, Bangladesh, China South-Central, China Southeast, East Himalaya, Laos, Malaya, Myanmar, Nepal, Thailand, Tibet, Vietnam. [2]

Global distribution of Zanthoxylum acanthopodium between 1910 to 2023. Source: [3]
ເຂດກະຈາຍພັນໃນລາວ
ພູພຽງບໍລິເວນ
ຂໍ້ມູນຈາກການສຳຫຼວດບັນຊີພືດມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່ 1 ແລະ 1.0) ຢືນຢັນການມີຢູ່ຂອງຊະນິດນີ້ໃນລາວ ແຕ່ບໍ່ມີຂໍ້ມູນເຂດກະຈາຍພັນໂດຍລະອຽດ, [4], [5]. ຈາກຂໍ້ມູນຂອງ GBIF ພົບຊະນິດພັນນີ້ໃນເມືອງ ປາກຊ່ອງ, ແຂວງ ຈຳປາສັກ, [3]. ຂໍ້ມູນລ້າສຸດຈາກການປະເມີນອາຫານປ່າລາຍງານວ່າງົບພືດຊະນິດນີ້ໃນເມືອງ ໝອກໃໝ່, ແຂວງ ຊຽງຂວາງ. [6]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ
ຈາການການລາຍງານການປະເມີນອາຫານປ່າລະບຸເຂດກະຈາຍພັນຂອງພືດຊະນິດນີ້ໃນປ່າດົງດິບເຂດຊຸ່ມ ແລະ ປ່າໂຄກ, [6]. ຈະຈາຍພັນໃນປ່າເປີດເຂດສູງ ແລະ ປ່າດົງໜາທຶບ, ໂດຍທົ່ວໄປຢູ່ທີ່ລະດັບຄວາມສູງລະຫວ່າງ 1,400 ຫາ 3,200 ມ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ພືດຊະນິດນີ້ມີການກະຈາຍພັນຢ່າງກວ້າງຂວາງ ມີປະຊາກອນຈຳນວນຫຼາຍ ແຕ່ປັດຈຸບັນຍັງບໍ່ພົບໄພຂົ່ມຂູ່ຮ້າຍແຮງໃດໆ ແລະ ຍັງບໍ່ມີໄພຂົມຂູ່ທີ່ສຳຄັນໃນອານາຄົດ, ຈຶ່ງຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງໜ້ອຍທີ່ສຸດ. [7]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອາຫານ, ພືດເປັນຢາ, ເຄື່ອງສຳອາງ
ອາຫານ: ໝາກນຳໄປຕາກໃຫ້ແຫ້ງ ແລ້ວນຳໄປບົດເປັນຜົງ ແລະ ໃຊ້ເປັນເຄື່ອງປຸ່ງຣົດຊາດອາຫານ ເຊິ່ງມັກຈະມີຣົດຊາດເຜັດເລັກນ້ອຍ. [8]
ສະໝຸນໄພ: ໝາກ ແລະ ແກ່ນຂອງໝາກໝາດແດງ ໃຊ້ໃນການຮັກສາແບບພື້ນບ້ານສຳຫຼັບອາການອາຫານບໍ່ຍ່ອຍ, ໄຂ້, ອາຫິວາ ແລະ ພະຍາດອື່ນໆ ທີ່ກ່ຽວຂ້ອງ [8]. ເຊື່ອກັນວ່າແກ່ນໝາກໝາດ ຊ່ວຍຂັບເຫື່ອ, ຫຼຸດໄຂ້ ແລະ ຊ່ວຍຮັກສາພະຍາດຕ່າງໆ ເຊັນ: ອຳມະພາດ, ພະຍາດຜິວໜັງ ລວມທັງຝີ ແລະ ພະຍາດເຮື້ອນ. ນ້ຳມັນຈາກໝາກ ຍັງໃຊ້ເປັນຢາຂ້າເຊື້ອ ແລະ ນຳມາໃຊ້ເພື່ອບັນເທົາອາການຂອງພະຍາດໄຂຂໍ້ອັກເສບ ເຊັ່ນ ອາການເຈັບຂໍ້ ແລະ ຂໍ້ແຂງ. [9]
ເຄື່ອງສຳອາງ: ນ້ຳມັນຫອມລະເຫີຍທີ່ເອີ້ນວ່າ wartara oil ສະກັດຈາກໝາກໂດຍການກັ່ນ ແລະ ນຳໄປໃຊ້ໃນນ້ຳຫອມ. [8]
ກິດຈະກຳທາງການກະເສດ: ໃຊ້ເປັນຢາຂ້າແມງໄມ້ແບບອໍເກນິກ. [8]
ການປູກ ການລ້ຽງ
ຊະນິດທຳມະຊາດ
ການປະເມີນອາຫານປ່າສະແດງໃຫ້ເຫັນວ່າຊາວບ້ານຕ້ອງການເພາະປູກພືດຊະນິດນີ້ ແຕ່ປະເຊີນກັບຄວາມທ້າທາຍ ຫຼື ຕ້ອງການຄວາມຊ່ວຍເຫຼືອໃນການປູກ. [6]
ລະດູການເກັບກູ້
ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae KEONOY
ຜູ້ກວດສອບ Factsheet
,