ເລກລຳດັບທີ: 2963
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເພ້ຍກະທິງ
Phia Kra Thing
Melicope pteleifolia (Champ. ex Benth.) T. G. Hartley
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ເພ້ຍກະທິງ, ຜັກສົ້ມສ້ຽນຜີ, ຂົມສາມດອຍ, ແສງກາງວັນ, ໝາກໂຫກໂຕນ ແລະ ສະລຽມດົງ.ຈີນ: 蜜茱萸 ແລະ 三椏苦.
ອະນຸກົມວິຖານ
ຊື່ສະກຸນ
Rutaceae
ຊື່ພ້ອງ
Euodia gracilis Kurz
Euodia lepta (Spreng.) Merr.
Euodia lepta var. cambodiana (Pierre) C.C. Huang
Euodia oreophila Guillaumin
Euodia pteleifolia (Champ. ex Benth.) Merr.
Euodia triphylla var. cambodiana Pierre
Ilex lepta Spreng.
Lepta triphylla Lour.
Zanthoxylum pteleifolium Champ. ex Benth.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ສູງ 1-2 ມ, ແຕກກິ່ງຕ່ຳ, ກິ່ງອ່ອນລຽບມັນ. ໃບປະສົມຂັ້ນໜຶ່ງແບບຝາມື, ອອກຮຽງກົງກັນຂ້າມ. ໃບຍ່ອຍມີ 3 ໃບ, ອອກແບບກະຈຸກ, ໃບຍ່ອຍຮູບຮີ ຫຼື ຮູບຫອກ, ກວ້າງ 4-7 ຊມ, ຍາວ 8-14 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ບໍລິເວນປາຍກິ່ງ. ດອກຍ່ອຍຈຳນວນຫຼາຍ, ມີທັງດອກແຍກເພດ ແລະ ດອກສົມບູນເພດໃນຕົ້ນດຽວກັນ, ຂະໜາດນ້ອຍ, ສີຂາວ ຫຼື ສີເຫຼືອງອ່ອນ. ໝາກຂ້ອນຂ້າງກົມ, ມີ 2 ພູ, ໝາກສຸກເປັນເຫຼືອງ, ເມື່ອແຫ້ງແລ້ວແຕກເປັນ 2 ແສກ. ແກ່ນມີ 1 ແກ່ນ, ຮູບກົມ, ຜິວລຽບມັນ, ສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:
ໃບອ່ອນ ແລະ ຍອດ: ມີຣົດຂົມກິນເປັນມັກສົດ ຫຼື ເປັນເຄື່ອງຄຽງກັບລາບ.
ໃບ ແລະ ດອກ: ນຳມາລວກກິນກັບແຈ່ວ ຫຼື ຮັບປະທານສົດ ຫຼື ນຳມາຕາກແດດແລ້ວກິນກັບແຈ່ວ.
ໃບ: ຈະໃຊ້ທັງໃບລົງໃນແກງເພື່ອມີຣົດຂົມ.
ສັບພະຄຸນ:
ຮາກ: ນຳມາຕົ້ມດື່ມກ່ອນອາຫານວັນລະ 3-4 ຄັ້ງເປັນຢາແກ້ໄຂ້ໜາວ, ຮັກສາລິດຊີດວງ ແລະ ນຳມາຕົ້ມກິນເຮັດໃຫ້ມົດລູກເຂັ້ມອູ່.
ໃບ: ກິນສົດຮັກສາຕຸ່ມຄັນ.
ຮາກ ແລະ ໃບ: ເປັນຢາແກ້ຄັນ, ຂັບປັດສະວະ, ຮັກສາພະຍາດໄຂ່ຂໍ້ອັກເສບ, ແກ້ໄຂ້, ຮັກສາອີສຸກອີໄສ, ແກ້ໄຂ້ຫວັດໃຫຍ່, ເຈ້ບຫຸ້ມສະໝອງອັບເສບ ແລະ ຕັບອັກເສບຕິດເຊື້ອ.
ທັງຕົ້ນ: ຕົ້ມລ້າງຊ່ອງຄອດຊ່ວຍຮັກສາອາການມົດລູກອັກເສບ, ນຳມາຕົ້ມແລ້ວປູນອນແກ້ອາການເຈັບແອວ, ແກ້ເຄັດ ແລະ ເຈັບຕາມຕົນຕົວ.
ຄຸນປະໂຫຍດ:
ໃບ: ນຳມາບົດໃຫ້ລະອຽດທາຕົວປ້ອງກັນຍຸງກັດເວລາເຂົ້າປ່າ ແລະ ເປັນອາຫານຂອງໜອນບາງຊະນິດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,