ເລກລຳດັບທີ: 2957
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ໜາມເຄັດ
Nam Khet

Canthium parvifolium Roxb.


ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ໜາມໝາກເຄັດ ແລະ ໜາມເຄັດ.ຫວຽດນາມ: Găng cơm, Găng lá nhỏ, Cẩm xà lặc, Găng cốm, Găng hoa nhỏ, Căng cườm ແລະ Nam càng.ຈີນ: 引种苗圃 ແລະ 猪肚木.

ຊື່ພ້ອງ :
Plectronia parvifolia (Roxb.) Benth. & Hook.f. ex Kurz
Plectronia parvifolia (Roxb.) K.Schum.
Webera adunca Hunter ex Ridl.

ຊື່ສະກຸນ:
Rubiaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 4-6 ມ, ແຕກກິ່ງຕ່ຳ, ກິ່ງກ້ານອ່ອນລຽບ, ເມື່ອແກ່ມີຂົນສັ້ນສີນ້ຳຕານກະຈາຍຢູ່ທົ່ວ, ລຳຕົນອ່ອນມີໜາມແຫຼມເກີດຂຶ້ນບໍລິເວນງ່າມໃບ, ເມື່ອແກ່ຂຶ້ນໜາມຈະສັ້ນລົງ ແລະ ຫາຍໄປ, ເປືອກນອກບາງ, ລຽບ, ສີເທົາ, ມີປ່ອງອາກາດກະຈາຍຢູ່ທົ່ວ, ເປືອກໃນສີນ້ຳຕານອ່ອນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບໄຂ່, ກວ້າງ 1-3 ຊມ, ຍາວ 2-5 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ໃບແກ່ກ່ອນຫຼົ່ນສີເຫຼືອງ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍຍອດ. ດອກຍ່ອຍຂະໜາດນ້ອຍ, ດອກແຍກເພດຕ່າງຕົ້ນກັນ, ສີຂາວ. ເກສອນເພດຜູ້ຈຳນວນຫຼາຍ. ໝາກຮູບກົມ, ເນື້ອອົມນ້ຳ, ຜິວລຽບມັນ, ປາຍບຸ້ມ, ໝາກສຸກສີເຫຼືອງ. ແກ່ນຈຳນວນຫຼາຍ, ສີດຳ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ອາຫານ:

    ໝາກສຸກ: ສາມາດກິນໄດ້.

ສັບພະຄຸນ:

    ທັງຕົ້ນ: ຮັກສາພະຍາດເບົາຫວານ ແລະ ມະເຮັງ.

    ຮາກ ແລະ ຕົ້ນ: ຕົ້ມດື່ມແກ້ອາການເຈັບທ້ອງ.

    ໝາກ: ແກ້ເມົາ.

ຄຸນປະໂຫຍດ:

    ໃບ: ໃຊ້ໃນພິທີ່ທາງໄສຍະສາດ.

    ໝາກ: ເປັນອາຫານຂອງສັດປ່າ ແລະ ນົກກິນໝາກໄມ້ຫຼາຍຊະນິດ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Patro, S.K., Sasmal, D., Mazumndar, P., Behera, P., Lal, U.R., Dash, S.K., Padhy, R.K. (2014). Review on Genus Canthium: Special Reference to Canthium coromandelicum–an Unexplored Traditional Medicinal Plant of Indian Subcontinent. American Journal of Phytomedicine and Clinical Therapeutics, 2(6): 796-813.
Rakitikul, W., Palee, J. (2018). Botanical Characteristics and Pectin Properties of Canthium parvifolium Roxb. Current Applied Science and Technology, 18(3).
Wong, K.M., Lua, H.K. (2018). Flora of Singapore precursors, 3. A new species of Canthium (Rubiaceae: Vanguerieae) previously confused with C. horridum. Gardens' Bulletin Singapore 70 (2): 275–282.
Srisanga, P., Wongpakam, S., Kamkuan, W., Pekthong, T., Tovaranonte, J., Yaso, Th., Nontachaiyapoom, S. (2011). Ethnobotany of Akha in Huay Yuak Pa So village, Mae Fah Luang district and Ban Mai Patthana village, Mae Suai district, Chiang Rai province. Thaijounal of botanyof botany, 3(1): 93-114.
Rakitikul, W., Palee, J. (2018). Botanical characteristics and pectin properties of canthium parvifolium roxb. Current applied science and technology, 10(3): 156-166.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: