ເລກລຳດັບທີ: 2953
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ປະທຸ່ມຂົນ
Raspberry
Rubus moluccanus L.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ສົ້ມກຸ້ງ, ສົ້ມກົບ, ຕະຄົບຫຼອກຕາຍ ແລະ ຟ້າແລັບ.ອັງກິດ: Raspberry, kohkihlkohkihl, Molucca bramble, Molucca raspberry, soni, wa ngandrongandro, wild raspberry, wild blackberry ແລະ eelkek.ຫວຽດນາມ: Ngấy đảo molucca.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Rosaceae
ສະກຸນ
Rubus
ຊະນິດ
Rubus moluccanus
ຊື່ພ້ອງ
Rubus angulosus Focke
ບັນຍາຍລັກສະນະທາງພືດສາດ
ໄມ້ຟຸ່ມເລືອຍ. ລຳຕົ້ນບໍ່ມີເນື້ອໄມ້, ກິ່ງກ້ານອ່ອນມີຂົນສີນ້ຳຕານ ຫຼື ສີຂາວປົກຄຸມຢ່າງໜາແໜ້ນ, ລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມກະຈາຍຫ່າງໆ. ໃບດ່ຽວ, ອອກວຽນສະຫຼັບ, ຮູບໄຂ່, ຮູບເກືອບກົມ ຫຼື ຮູບຝາມື, ກວ້າງ 10-14 ຊມ, ໂຄນໃບຮູບຫົວໃຈ ຫຼື ວ້ຳເລິກ, ຂອບແສກແຂ້ວ, ປາຍແສກມົນ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມສີຄີມປົກຄຸມຢ່າງໜາແໜ້ນ, ມັກມີລວດລາຍແປກຕາ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບໃກ້ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີ່ມີຂະໜາດປະມານ 1.5 ຊມ, ສີຂາວມີຂົນປົກຄຸມຢ່າງໜາແໜ່້ນ. ກີບດອກມີ 5 ກີບ, ແຍກອິດສະຫຼະ. ໝາກກຸ່ມ, ຮູບກົມ, ມີເສັ້ນຜ່າສູນກາງ 1.5-2 ຊມ, ມີໝາກຍ່ອຍຈຳນວນຫຼາຍ, ຈັບຢ່າງໜາແໜ້ນ, ໝາກສຸກເນື້ອອົມນ້ຳ, ສີສົ້ມຫວານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:
ໝາກສຸກ: ມີລົດຊາດສົ້ມຫວານຮັບປະທານໄດ້ ແລະ ໃຊ້ເຮັດແຍມໄດ້.
ໃບ: ປີ້ງໃຫ້ກອບແລ້ວນຳໄປຊົງເປັນຊາດື່ມ.
ຍອດອ່ອນ: ເຮັດໃຫ້ສຸກສາມາດມາປະກອບອາຫານໄດ້.
ສັບພະຄຸນ:
ຮາກ:ຕົ້ມດື່ມຮັກສາພະຍາດບິດ, ເປັນຢາຮັກສາເລືອດເສຍ, ບຳລຸງເລືອດ, ຮັກສາອາການພາຍໃນຮ່າງກາຍອື່ນ ແລະ ປ້ອງກັນການແທ້ງລູກ.
ເປືອກ: ມີສານ tannins ປະມານ 10% ຊ່ວຍຮັກສາແຜສົດໄດ້ດີ.
ໃບ: ຄ້ຽວກັບເກືອທາຮັກແຜ, ຕົ້ມດື່ມຮັກສາພະຍາດບິດ ແລະ ຮັກສາອາການເຈັບທ້ອງ.
ຢາງຈາກຍອດ: ຊ່ວຍກະຕຸ້ນອາລົມທາງເພດ, ຮັກສາອາການເຈັບຕາ, ຮັກສາພະຍາດຫຼອດເລືອດຫົວໃຈຕີບ, ຮັກສາຝີ, ໃຊ້ເປັນຢາຄຸມກຳເນີດ, ກະຕຸ້ນການມີປະຈຳເດືອນ.
ໝາກ: ແກ້ອາການຍ່ຽວໃສ່ບ່ອນຂອງເດັກນ້ອຍ.
ຄຸນປະໂຫຍດ:
ໝາກ: ໃຫ້ສີອາຫານ ຫຼື ສີຍ້ອມຜ້າ ໂດຍໃຫ້ສີ ສີມ່ວງ ຫຼື ສີນ້ຳເງິນອອກມົນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,