ເລກລຳດັບທີ: 2925
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-05-05

ໝາກເລີຍ
Egg Tree

Garcinia xanthochymus Hook. fil. ex J. Anderson


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ໝາກດະຫຼວງ, ໝາກດະ, ຈະຄ້າສາ ແລະ ໝາກໂມງ.ອັງກິດ: Egg Tree, Gamboge Tree, Sour Mangosteen ແລະ Himalayan.ຈີນ: 大爷腾煌 ແລະ 大叶藤黄.ຫວຽດ: Bứa mủ vàng.

ຊື່ພ້ອງ :
Garcinia pictoria (Roxb.) Dunn
Garcinia pictoria (Roxb.) Engl.
Garcinia roxburghii Kurz
Garcinia tinctoria (DC.) W.Wight
Garcinia tinctoria (DC.) Dunn
Stalagmitis pictoria G.Don
Xanthochymus pictorius Roxb.
Xanthochymus tinctorius DC.

ຊື່ສະກຸນ:
Clusiaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ຢືນຕົ້ນຂະໜາດກາງ, ຂຽວຕະຫຼອດປີ. ລຳຕົ້ນສູງ 10-20 ມ, ປາຍຍອດເປັນຟຸ່ມແໜ້ນ, ກິ່ງອ່ອນມີສີຂຽວເຂັ້ມ, ເປັນຫຼ່ຽມ, ແຕກຕັ້ງສາກກັບລຳຕົ້ນ, ເປືອກໜາ, ລຽບ, ສີດຳ ຫຼື ສີນ້ຳຕານ, ເປືອກໃນສີເຫຼືອງ, ມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ, ກວ້າງ 4-6 ຊມ, ຍາວ 7-15 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍມົນ, ແຜ່ນໃບໜາຄ້າຍຄືໜັງ, ໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ, ໃບອ່ອນສີນ້ໍາຕານປົນສີບົວ, ໃບແກ່ເປັນສີເຫຼືອງ. ກ້ານໃບຍາວ 1-1.5 ຊມ. ດອກດ່ຽວ ຫຼື ເປັນຊໍ່ແບບກະຈຸກ, ອອກຕາມງ່າມໃບ, ແຍກເພດຕ່າງຕົ້ນກັນ. ດອກເພດຜູ້ມີເສັ້ນຜ່າສູນກາງປະມານ 1 ຊມ, ສີບົວ ຫຼື ສີແດງ. ກີບດອກມີ 5 ກີບ, ເນື້ອໜາ. ເກສອນເພດຜູ້ມີຈຳນວນຫຼາຍ. ໝາກຮູບກົມ, ມີເສັ້ນຜ່າສູນກາງ 3-6 ຊມ, ໝາກສຸກເປັນສີເຫຼືອງ. ແກ່ນມີ 3-5 ແກ່ນ, ຂະໜາໃຫຍ່.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ອາຫານ:

    ຍອດ: ກິນເປັນຜັກໄດ້.

    ໝາກ: ສຸກກິນມີລົດສົ້ມກິນເປັນໝາກໄມ້ໄດ້ ຫຼື ຈະໃຊ້ປຸ່ງລົດຊາດອາຫານ.

ສັບພະຄຸນ:

    ຮາກ ແລະ ເນື້ອໄມ້: ຕົ້ມດື່ມແກ້ໄຂ້ ແລະ ແກ້ປາດົງຂໍ້.

    ເປືອກຕົ້ນ:ໃຊ້ຮັກສາແຜ.

    ໃບ: ຕົ້ມດື່ມແກ້ຖອກທ້ອງ.

    ໝາກ: ຊ່ວຍຕ້ານເຊື້ອພະຍາດ, ຊ່ວຍຍ່ອຍອາຫານ, ແກ້ຮ້ອນໃນ ແລະ ເຮັດໃຫ້ຊຸ່ມຊື່ນ.

ຄຸນປະໂຫຍດ:

    ເປືອກ: ໃຫ້ສີນ້ຳມັນໝາກກອກໃຊ້ຍ້ອມຜ້າ.

    ຍອດ ແລະ ໝາກ: ເປັນອາຫານຂອງສັດປ່າຫຼາຍຊະນິດ.

    ແກ່ນ: ໃຫ້ນ້ຳມັນ 17%.

    ນ້ຳຈາກໝາກສຸກ: ໃຊ້ເປັນສີຍ້ອມຜົມໄດ້.

    ເປັນພືດທີ່ໃຊ້ເປັນສານໃຫ້ແສງສະຫວ່າງ, ເຄືອບເງົາ, ໃຫ້ສີນ້ຳ ແລະ ສີຍ້ອມ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Gupta, P.C., Kar, A., Sharma, N., Sethi, N., Saharia, D., Goswami, N.K. (2018). Pharmacognostic study and establishment of quality parameters of Garcinia xanthochymus (Gamboge). Journal of Pharmacognosy and Phytochemistry, 7(4): 912-916.
Suwardi, A.B., Navia, Z.I., Harmawan T.,, Syamsuardi, Mukhtar, E. (2020). Wild edible fruits generate substantial income for local people of the Gunung Leuser National Park, Aceh Tamiang Region. Ethnobotany Research & Applications, 20(11): 1-13.
Shameer, P.S., Rameshkumar, K.B., Mohanan, N. (2010). Diversity of Garcinia species in the Western Ghats. Diversity of Garcinia species in the Western Ghats: Phytochemical Perspective: 1-18.
Palkar, R.S., Janarthanam, M.K., Krishnan, S. (2017). Taxonomic identity and occurrence of Garcinia spicata and G. talbotii (Clusiaceae) in peninsular India. Rheedea, 27(2): 143–151.
Supardi, N., Sumarpo, A., Sutejo, R., Putra, A.B.N., Kageyama, N., Kawano, M., Sugahara, T. (2018). Short Communication: IgE production-suppressing effect of asam kandis (dried Garcinia xantochymus) extracts by mouse hybridoma aDNP-Hy Cells. Biodiversitas, 19(1): 330-335.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: