ເລກລຳດັບທີ: 2916
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນລັບແລ
ຕົ້ນລັບແລ
Triadica cochinchinensis Lour.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕາຕຸ່ມຕຣີ, ສາລິນົກ, ໂພນົກ, ຫຍ້າຈົງ, ເຫຍື່ອຈົງ, ສ້ອມ ແລະ ຕະເຄນເຂົ່າ.ຫວຽດນາມ: Sòi tía nam ແລະ Cha đam.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Euphorbiaceae
ສະກຸນ
Triadica
ຊະນິດ
Triadica cochinchinensis
ຊື່ພ້ອງ
Excoecaria discolor (Champ. ex Benth.) Müll.Arg.
Excoecaria lanceolaria (Miq.) Müll.Arg.
Excoecaria loureiroana Müll.Arg.
Sapium cochinchinense (Lour.) Gagnep.
Sapium cochinchinense (Lour.) Pax & K. Hoffm.
Sapium discolor (Champ. ex Benth.) Müll.Arg.
Sapium discolor var. wenhsienensis S.B.Ho
Sapium eugeniifolium Buch.-Ham. ex Hook.f.
Sapium hookeri Hook.f.
Sapium laui Croizat
Shirakia cochinchinensis (Lour.) Hurus.
Stillingia cochinchinensis (Lour.) Baill.
Stillingia discolor Champ. ex Benth.
Stillingia lanceolaria Miq.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງປະມານ 25 ແມັດ, ເປືອກລຽບ, ສີເທົາປົນສີຂາວ, ເປືອກໃນສີເຫຼືອງອ່ອນ. ໃບດ່ຽວ, ອອກວຽນສະຫຼັບໜາແໜ້ນທີ່ບໍລິເວນປາຍກິ່ງ, ຮູບໄຂ່, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 2-4 ຊມ, ຍາວ 3.5-7 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ບໍລິເວນໂຄນໃບມີຕ່ອມ 1 ຄູ່, ແຜ່ນໃບບາງຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ, ຍອດ ແລະ ໃບອ່ອນມີສີແດງ ຫຼື ສີບົວ, ໃບແກ່ເປັນສີແດງສົ້ມ. ຊໍ່ດອກແບບກະຈະ, ອອກຕາມປາຍກິ່ງ, ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ຍາວ 25-70 ຊມ. ດອກຍ່ອຍມີ 5-8 ດອກ, ອອກແບບກະຈຸກ. ກ້ານດອກຍາວ 2-3 ມມ. ໂຄນໃບປະດັບມີຕ່ອມ 2 ຕ່ອມ, ກາບດອກມີ 3-6 ກາບ, ຍາວປະມານ 1 ມມ, ບໍ່ມີກີບດອກ. ຊໍ່ດອກເພດແມ່ມີຂະໜາດສັ້ນກວ່າ. ດອກຍ່ອຍມີປະມານ 13 ດອກ, ອອກແບບກະຈຸກ. ໝາກຂ້ອນຂ້າງກົມ, ໝາກສຸກສີມ່ວງດຳ, ໝາກແຫ້ງແລ້ວແຕກ. ແກ່ນມີ 3 ແກ່ນ, ຈັບຢູ່ກາງ, ຮູບກົມ, ມີຂະໜາດ 3.5-5 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:
ຮາກ ແລະ ໃບ: ເປັນຢາຮັກສາແຜ ແລະ ຊ່ວຍຂັບພິດງູ.
ສັບພະຄຸນ:
ໃບ: ມີສານແທນນິນໃຊ້ຍ້ອມຜ້າ, ຈະໃຫ້ສີດຳ.
ໝາກສຸກ: ເປັນອາຫານຂອງນົກປອດເຫຼືອງຫົວຈຸກ ແລະ ນົກປອດຫົວໂຂນ.
ນ້ຳມັນທີ່ໄດ້ຈາກເມັດ: ໃຊ້ຜະລິດສະບູ.
ເນື້ອໄມ້: ເປັນໄມ້ເນື້ອອ່ອນນິຍົມນຳໄປເຮັດໄມ້ຂີດໄຟ ແລະ ກ່ອງຊາ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,