ເລກລຳດັບທີ: 2892
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກມູນ
Bead Tree
Elaeocarpus floribundus Blume
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໝາກມຸ່ນດອຍ, ກາລົນ, ປຽດໃຫຍ່, ໝາກດູກຫີນ, ກຸນເຖືອນ, ລົນ, ດີງູ, ທວຍ, ທຸຍ, ແຫ, ມັນສົ້ມ, ຄ່ອມ, ເໝີຍດດອນໝາຍ ແລະ ເໝືອດດອຍ.ອັງກິດ: Bead Tree ແລະ Indian Olive.ຫວຽດນາມ: hồng trâu, Côm nhiều hoa ແລະ Côm trâu.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Oxalidales
ຊື່ສະກຸນ
Elaeocarpaceae
ສະກຸນ
Elaeocarpus
ຊະນິດ
Elaeocarpus floribundus
ຊື່ພ້ອງ
Cordia dubiosa Blume
Elaeocarpus grossus Wall.
Elaeocarpus lobbianus Turcz.
Elaeocarpus pseudosepicanus O.C.Schmidt
Elaeocarpus ramosii Knuth
Elaeocarpus rigidus Ridl.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 12-25 ມ, ກິ່ງອ່ອນມີຂົນປົກຄຸມ, ເປືອກນອກລຽບ ຫຼື ແຕກເປັນສະເກັດ, ສີນ້ຳຕານແດງ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຂອບຂະໜານ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກວ້າງ 3-7 ຊມ, ຍາວ 8-17 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບຄື້ນຕື້ນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວກ້ຽງທັງສອງດ້ານ, ໃບແກ່ເປັນສີແດງ. ກ້ານໃບຍາວ 2-4 ຊມ, ໂຄນກ້ານໃບເປັນປົມ. ຊໍ່ດອກແບບກະຈະ, ອອກຕາມກິ່ງເມື່ອໃບຫຼົ່ນແລ້ວ, ຍາວ 8-20 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກສົມບູນເພດ, ສີຂາວປົນສີເຫຼືອງ. ກ້ານດອກຍາວ 4-8 ມມ. ກາບດອກມີ 5 ກາບ, ຮູບຫອກ, ຍາວປະມານ 4 ມມ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ, ກວ້າງປະມານ 2 ມມ, ຍາວປະມານ 5 ມມ, ປາຍກີບເປັນຮູບເສັ້ນດ້າຍຍອຍລົງມາ. ເກສອນເພດຜູ້ມີຈຳນວນຫຼາຍ, ອອກເປັນກະຈຸກ. ເຕົ້າໄຂ່ມີຂົນເລັກນ້ອຍ, ປາຍຮວງຮັບສັ້ນ. ໝາກຮູບກົມ ຫຼື ຮູບຮີ, ກວ້າງ 1.5-2 ຊມ, ຍາວ 3-3.5 ຊມ, ຜິວແຂງ. ແກ່ນມີ 1 ແກ່ນ, ຮູບຮີ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:
ໝາກ: ມີລົດຊາດເໝືອນໝາກກອກໃຊ້ດອງກິນໄດ້.
ສັບພະຄຸນ:
ເປືອກ ແລະ ໃບ: ແຊ່ນ້ຳດື່ມເປັນຢາຊູກຳລັງ, ໃຊ້ບ້ວນປາກເປັນຢາແກ້ອາການເຫງືອກອັກເສບ ແລະ ຕຳພອກຮັກສາແຜ.
ຄຸນປະໂຫຍດ:
ເນື້ອໄມ້: ອ່ອນປານກາງຕັດເລື່ອຍງ່າຍຈຶ່ງນິຍົມໃຊ້ເປັນໄມ້ກະດານ, ເຮັດບານປະຕູ, ປ້ອງຢ້ຽມ, ກ່ອງ, ໄມ້ຂີດໄຟ ແລະ ໄມ້ອັດ.


ໝາຍເຫດ: ຈັດເປັນໄມ້ຫວງຫ້າມປະເພດທີ່ 1

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,