ສ້ານໃຫຍ່
San Ngai
Dillenia ovata Wall. ex Hook.fil. & Thomson
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ແສ້ນ, ໄຂ່ເນົ່າດົງ, ຕານົກກົດ, ສ້ານໂດຍເດ, ປຣໍ້, ໝາກໂຕນ, ສ້ານໃບນ້ອຍ ແລະ ສ້ານກວາງ.ອັງກິດ: Simpuh Beludu, Kedah Simpoh ແລະ Simpoh Beludu.ຫວຽດນາມ: Sổ trai ແລະ Sổ tai.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Dilleniales
- ຊື່ສະກຸນ
- Dilleniaceae
- ສະກຸນ
- Dillenia
- ຊະນິດ
- Dillenia ovata
ຊື່ພ້ອງ
Dillenia aurea auct. non Sm.
Dillenia meliosmifolia auct. non Hook. f. & Th.
Wormia kunstleri King
Dillenia meliosmifolia auct. non Hook. f. & Th.
Wormia kunstleri King
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ໃຫຍ່. ລຳຕົ້ນສູງປະມານ 30 ມ, ກິ່ງອ່ອນມີຂົນປົກຄຸມ, ທົ່ວລຳຕົ້ນມີຕາຕຸ່ມກະຈາຍຢູ່ທົ່ວ, ໂຄນລຳຕົ້ນກ້ຽງ, ສີນ້ຳຕານແດງ, ເປືອກໜາ, ອົມນ້ຳ, ແຕກອອກເປັນເກັດບາງ, ເປືອກໃນສີບົວ. ໃບດ່ຽວ, ອອກວຽນສະຫຼັບທີ່ປາຍກິ່ງ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ, ກວ້າງ 6-10 ຊມ, ຍາວ 15-18 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບແສກແຂ້ວຕື້ນ, ປາຍມົນ ຫຼື ວ້ຳເລັກນ້ອຍ, ແຜ່ນໃບໜາ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມທັງສອງດ້ານ. ການໃບມີຮ່ອງດ້ານເທິງ, ຍາວ 2-3 ຊມ, ມີຂົນນຸ້ມປົກຄຸມຢ່າງໜາແໜ້ນ. ດອກດ່ຽວ ຫຼື ເປັນຄູ່ອອກຕາມງ່າມໃບ ແລະ ປາຍກິ່ງ, ດອກບານເຕັມທີຂະໜາດໃຫຍ່, ສີເຫຼືອງສົດ. ກາບດອກມີ 5 ກາບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບເກືອບກົມ, ຂອບລຽບ ແລະ ມີຂົນຂຸຍ, ປາຍມົນ ຫຼື ກົມ, ຜິວດ້ານໃນກ້ຽງ, ຜິວດ້ານນອກມີຂົນນຸ້ມສັ້ນ, ສີຂຽວ, ຕິດທົນ. ກີບດອກມີ 5 ກີບ, ແຍກກັນອິດສະຫຼະ, ຮູບໄຂ່ປີ້ນ ຫຼື ຮູບກົມ, ໂຄນກີບຮຽວແຫຼມ, ຂອບເປັນຄື້ນ, ຜິວກ້ຽງ ແລະ ຫຼົ່ນງ່າຍ. ເກສອນເພດຜູ້ມີຈຳນວນຫຼາຍ, ຮຽງເປັນ 2 ວົງ, ດ້ານນອກເປັນກ້ານສັ້ນ. ເຕົ້າໄຂ່ມີປະມານ 10 ອັນ. ໝາກຮູບກົມ, ມີລັກສະນະເປັນກາບອວບໜາຫໍກັນເປັນຮູບກົມ, ໝາກແກ່ເປັນສີເຫຼືອງ. ແກ່ນມີຈຳນວນຫຼາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ:
ໝາກສຸກ: ມີລົດຊາດສົ້ມສາມາດກິນເປັນໝາກໄມ້ ຫຼື ປຸງເປັນອາຫານໄດ້.
ຍອດ: ກິນແກ້ອາການຂາດນ້ຳ.
ສັບພະຄຸນ:
ເປືອກຕົ້ນ: ມີລົດຊາດຝາດໃຊ້ຮັກສາພະຍາດຖອກທ້ອງໄດ້.
ເນື້ອໄມ້: ຕົ້ນປະສົມກັບໃບໝາກຂາມ ແລະ ຕົ້ນຂັນທອງນຳມາດື່ມແກ້ເຈັບທ້ອງບິດ.
ໃບ: ຕົ້ມອາບ ຫຼື ດື່ມສຳລັບເດັກນ້ອຍທີ່ຕິດເຊື້ອພະຍາດ.
ພືດປະດັບ: ເປັນດອກໄມ້ປະດັບເນື່ອງຈາກປູກງ່າຍ, ໃຫຍ່ໄວ, ທົນຕໍ່ທຸກສະພາລແວດລ້ອມ ແລະ ຍັງດອກໄມ້ປະຈຳຊາດຂອງປະເທດບຣູໄນ.
ຄຸນປະໂຫຍດ:
ເນື້ອໄມ້: ໃຊ້ເຮັດເຄື່ອງໃຊ້ນ້ອຍໆ, ກະດານ ແລະ ເຄື່ອງເຟີນິເຈີ.
ໃບ: ນຳມາຫໍອາຫານໄດ້.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Soeurn, S., Srey, P., Lay, P., Heng, S.L., Sovan, Ch., Chea, S., Keo, S. (2018). Phytochemical and Thin Layer Chromatography Analyses of Dillenia ovata
Wall. ex Hook.f. & Thomson Barks Native to Cambodia . Asian Journal of Pharmacognosy, 2(2):11-19.
Manikandan, R., Lakshminarasimhan, P. (2012). Flowering Plants of Rajiv Gandhi (Nagarahole) National Park, Karnataka, India. Check List 8(6): 1052–1084.
Nguyen, C.H., Averyanov, L., Egorov, A. (2020). The diversity of dicotyledonous edible plants in Nam Dong Conservation Area, Thanh Hoa Province, northern Vietnam. Earth and Environmental Science 574: 012013.
Pladsrichuay, S., Suwanwerakamtorn, R., Pannucharoenwong, N. (2018). Estimating Vegetation Canopy Density in the Lower Chi Basin, Northeast,
Thailand Using Landsat Data. International Journal of Applied Engineering Research, 13(6): 3215-3219.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,