ກຸ້ງຝອຍ
Riceland Prawn
Macrobrachium lanchesteri ( De Man, 1911)
ສັດ
ສັດທີ່ມີຂໍ້ຕໍ່
ກຸ່ມຂອງກຸ້ງ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(ghost shrimp, glass shrimp)
ອະນຸກົມວິຖານ
- ອານາຈັກ
- Animalia
- ເຫຼົາ
- Arthropoda
- ຊັ້ນ
- Malacostraca
- ອັນດັບ
- Decapoda
- ຊື່ສະກຸນ
- Palaemonidae
- ສະກຸນ
- Macrobrachium
- ຊະນິດ
- Macrobrachium lanchesteri
ຊື່ພ້ອງ
Cryphiops lanchesteri (De Man, 1911)
Palaemon lanchesteri De Man, 1911
Palaemon paucidens Lanchester, 1901
Palaemon lanchesteri De Man, 1911
Palaemon paucidens Lanchester, 1901
ຊະນິດໃກ້ຄຽງ
ກຸ້ງເມືອງງອຍ/ Fluvial Shrimp
ບັນຍາຍລັກສະນະທາງພືດສາດ
ກຸ້ງຝອຍເປັນສັດນ້ຳຈືດຂະໜາດນ້ອຍ ແລະ ເກີບຈະໂປ່ງໃສ ມີລັກສະນະເດັ່ນຄືມີແຖບສີດຳບໍ່ສອງສາມແຖບເທິງລຳຕົວດ້ານໜ້າ.
ກຸ້ງຊະນິດນີ້ໂດຍທົ່ວໄປຈະໃຫຍ່ໄດ້ຂະໜາດ 5 ຫາ 10 ຊມ. ສາມາດລ້ຽງໃນຕູ້ປາທີ່ສາມາດບັນຈຸໄດ້ຢ່າງໜ້ອຍ 54 ລິດ ແລະ ຍັງສາມາດຂະຫຍາຍພັນໃນນ້ຳຈືດໄດ້ອີກດ້ວຍ.
ເຮົາສາມາດລະບຸກຸ້ງຕົວແມ່ໄດ້ຈາກສ່ວນທ້ອງທີ່ຍື່ນລົງມາເລັກນ້ອຍ ແລະ ຈຸດໄຂ່ທີ່ຊັດເຈນຢູ່ບໍລິເວນຄໍ, ຈຸດໄຂ່ນີ້ສາມາດເບິ່ງເຫັນໄດ້ງ່າຍເນື່ອງຈາກລຳໂຕໂປ່ງໃສ.
ໃນທາງກົງກັນຂ້າມ, ໂດຍທົ່ວໄປໂຕຜູ້ຈະມີຮູບຮ່າງຮຽວຍາວ ແລະ ໂຕໃຫຍ່ກ່ວາໂຕແມ່, ໂດຍມີຄວາມຍາວສູງສຸດ 10 ຊມ. ເມື່ອທຽບກັບໂຕແມ່ເຊິ່ງມີຂະໜາດສູງສຸດທີ່ 8 ຊມ. ໂຕຜູ້ບໍ່ມີຈຸດໄຂ່ ແລະ ມີຄີບທີ່ຍາວ ແລະ ມີຂົນຫຼາຍກ່ວາຕົວແມ່.
ແຫຼ່ງທີ່ມາ: [1], [2]
ການສືບພັນ: ຂະບວນການສືບພັນຂອງກຸ້ງຝອຍ (M. lanchesteri) ມີຄວາມກ່ຽວພັນກັບວົງຈອນການລອກຄາບຂອງໂຕແມ່ ຫຼັງຈາກລອກຄາບແລ້ວຮ່າງກາຍຂອງໂຕແມ່ຈະອ່ອນນິ້ມ thulium ຈະປິດ ເຮັດໃຫ້ຕົວແມ່ມີຄວາມສ່ຽງຕໍ່ການຖືກລ່າ ຈຶ່ງຕ້ອງຫາທີ່ລົບໄພ. ເຖິ່ງຢ່າງໃດກໍ່ຕາມ ຊ່ວງເວລານີ້ຍັງເໝາະສົມທີ່ສຸດສຳຫຼັບທີ່ຈະຈັບຄູ່ກັບໂຕແມ່ເພື່ອຖ່າຍໂອນສະເປີມ. ຂະບວນການປະສົມພັນໃຊ້ເວລາປະມານ 6 ຫາ 10 ວິນາທີ ແລະ ອາດເກີດຂື້ນ 2 ຫາ 3 ຄັ້ງພາຍໃນ 2 ຊົ່ວໂມງທຳອິດຫຼັງຈາກໂຕແມ່ລອກຄາບສຳເລັດ ຫຼັງຈາກນັ້ນປະມານ 4 ຫາ 5 ຊົ່ວໂມງ ໂຕແມ່ຈະວົນຮອບອ້ອມຮ່າງກາຍ ເພື່ອເຄື່ອນຍ້າຍສະເປີມຈາກ thulium ເພື່ອປະສົມກັບໄຂ່. [2]
ເມື່ອກຸ້ງໂຕແມ່ ແລະ ກຸ້ງໂຕຜູ້ຢູ່ໃນຕູ້ປາ, ກຸ້ງໂຕແມ່ຈະອຸ້ມໄຂ່ທີ່ໄດ້ຮັບການປະສົມພັນໄວ້ໃນຊ່ອງທ້ອງ, ລຍະເວລາການຖືພາໂດຍທົ່ວໄປຈະໃຊ້ເວລາຢູ່ທີ່ 4 ຫາ 6 ອາທິດ ແລະ ສຸດທ້າຍຈະຝັກໄຂ່. ໃນຊ່ວງເວລານີ້ກຸ້ງຈະຢູ່ໃນໄລຍະຕົວອ່ອນເຊິ່ງໃຊ້ເວລາປະມານ 2 ຫາ 4 ອາທິດ, ຕະຫຼອດຊ່ວງການປ່ຽນແປງນີ້ກຸ້ງຈະຜ່ານໄລຍະການພັດທະນາຫຼາຍໄລຍະ ຈົນມີລັກສະນະຄາຍໂຕເຕັມໄວຂະໜາດນ້ອຍ. [7]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Brunei Darussalam; Lao People's Democratic Republic; Malaysia (Peninsular Malaysia, Sabah); Singapore; Thailand. [5]
Global distribution between 1923 to 2024. Source: [4]

ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນຕາມພູມສັນຖານ
ທົ່ງນາ, ເຂດກະສິກຳອື່ນໆ, ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ
ຊະນິດນີ້ພົບເຫັນຢູ່ນ້ຳຈືດເກືອບທຸກປະເພດ ເຊັ່ນ: ທົ່ງນາ, ໜອງ, ອ່າງເກັບນ້ຳ, ຫ້ວຍ ແລະ ແມ່ນ້ຳ. [6]
ສະເພາະຖິ່ນໃນລາວ
ພື້ນເມືອງ
ເປັນສາຍພັນພື້ນເມືອງຂອງ ປະເທດບູຣໄນ, ປະເທດມາເລເຊຍ, ປະເທດລາວ, ປະເທດສິງກາໂປ ແລະ ປະເທດໄທ.
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ເມື່ອພິຈະລະນາການແຜ່ກະຈາຍຢ່າງກວ້າງຂວາງນີ້ ລວມທັງບໍ່ມີໄພຂົ່ມຂູ່ທີ່ສໍາຄັນ, ມັນຈຶ່ງຖືກພິຈາລະນາວ່າມີຄວາມກັງວົນ ຫນ້ອຍທີ່ສຸດ. [5]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ໃນປະເທດລາວສາຍພັນນີຮ້ສາມາດນຳມາໃຊ້ເປັນອາຫານໄດ້ຫຼາຍປະເພດ: ລວກ, ຕາກແຫ້ງ, ທອດ, ແກງ ເປັນຕົ້ນ, ແລະ ບາງຄັ້ງອາດກິນກັບຕຳສົ້ມໄດ້ອີກດ້ວຍ [6]. ສາຍພັນນີ້ມີຄວາມສຳຄັນທາງການຄ້າໃນທ້ອງຖິ່ນ. [5]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ກຸ້ງຝອຍມີຂາຍໃນຕະຫຼາດທ້ອງຖິ່ນຂອງລາວລາຄາຈານລະ 50.000-80.000 Kip [8]
ການຄຸ້ມຄອງຈັດການ
ການກຽມພື້ນທີ່:
ກຽມບໍຊີເມນໃຫ້ມີຂະໜາດ 0,5 ສູງ 0,5 ແມັດ. ລ້ອມບໍ່ດ້ວຍມຸ້ງສີຟ້າເພື່ອປ້ອງກັນຍຸງ, ເຕີມນ້ຳໃນບໍ່ແ ລະ ປ່ອຍກຸ້ງປະສົມພັນ ແລະ ຂະໜາດຕ່າງໆໃນອັດຕາ 25 ໂຕຕໍ ຕາແມັດ, ນອກຈາກນີ້ໃຫ້ປູກພືດນ້ຳ ເຊັ່ນ: ຜັກບົ້ງ ໃບບໍ່. [8]
ເທັກນິກການປູກ:
ການໃຫ້ອາຫານ: ໃຫ້ອາຫານປາໃນອັດຕາ 5% ຂອງນ້ຳໜັກໂຕຕໍ່ວັ ໂດຍແບ່ງອອກເປັນ 2 ຄາບ ຄື ຕອນເຊົ້າ ແລະ ຕອນແລງ ຂື້ນຢູ່ກັບສາຍພັນ. ກຸ້ງຄວນໄດ້ຮັບອາຫານສຳເລັດຮູບ T4 ທີ່ມີລະດັບໂປຣຕີນ 35%. [8]
ການເບິ່ງແຍງ ແລະ ບຳລຸງຮັກສາ:
ການໃຫ້ອາຫານກຸ້ງທີ່ກຳລັງເກີດໃໝ່ ແມ່ນມີຄວາມສຳຄັນຫຼາຍ, ນ້ຳເກືອ ຫຼື ເກັດນ້ຳເກືອແຫ້ງນຳມາບົດລະອຽດ ເປັນແຫຼ່ງອາຫານເລີ່ມຕົ້ນທີ່ດີ ເຊິ່ງສາມາດຕອບສະໜອງຄວາມຕ້ອງການອາຫານຂອງ ພວກມັນ, ການເອົາໃຈໃສ່ຄວາມຕ້ອງການທາງໂພຊະນາການຂອງພວກມັນຢ່າງລະອຽດ ຈະຊ່ວຍໃຫ້ພວກມັນເຕີບໂຕ ແລະ ພັດທະນາຢ່າງມີສຸຂະພາບດີ. [7]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
ແຫຼ່ງໂປຣຕີນທີ່ສຳຄັນ
ກຸ້ງຝອຍເປັນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການສູງ ອຸມດົມໄປດ້ວຍວິຕາມິນ, ແຮ່ທາດ, ແອສຕາແຊນທີນ ແລະ ກົດໄຂມັນໂອເມກາ 3 ຫຼາຍຊະນິດ, ເຮັດໃຫ້ກຸ້ງຝອຍເປັນຕົວເລືອກທີ່ດີຕໍ່ສຸຂະພາບຫຼາຍທີ່ສຸດ ໂດຍສະເພາະຢ່າງຍິງ, ກຸ້ງຝອຍມີປະລິມານໂປຣຕີນສູງທີ່ສຸດໃນບັນດາແຫຼ່ງອາຫານ, ຫຼາຍກ່ວາຊີ້ນສັດອື່ນໆ, ເຮັດໃຫ້ກຸ້ງຝອຍເປັນຕົວເລືອກທີ່ດີກ່ວາ. [9]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
Riceland Prawn from the side. [1] WORMS [Online]. Uploaded on 31 January 2024 by D. Mazancourt and Valetin. Available: https://www.marinespecies.org/photogallery.php?album=717&pic=167858#photogallery. [accessed: January 13, 2025]
Riceland Prawn from the top. [2] iNaturalist [Online]. Uploaded on 12 February 2024 by Asmuf. Availa-ble: https://www.inaturalist.org/observations/199074272. [Accessed: January 13, 2025]
Riceland Prawn on the hand. [3] iNaturalist [Online]. Uploaded on 02 August 2022 by Andaman. Avail-able: https://www.inaturalist.org/observations/129142559. [Accessed: January 13, 2025]

[4] Y. X. Cai and K. L. Perter, “The freshwater palaemonid prawns (Crusta
cea: Decapoda: Caridea) of Myanmar,” Hydrobiologia, (2002), vol 487, pp 59 - 83.
[5] Global Biodiversity Information Facility (GBIF), “Macrobrachium
Lanchesteri (De Man, 1911),” [Online]. Available: https://www.gbif.org/species/2224668. [Accessed: 11 October 2024]
[6] IUCN red list, “Macrobrachium lanchesteri,” [Online]. Available: list
web site: https://www.iucnredlist.org/species/197834/147789612. [Ac-cessed: 11 October 2024]
[7] Sai. S., “Use of Macrobrachium lanchesteri”, [Interview]. Interview by Kherth Chanthalard. [accessed: 11 October 2024.
[8] Vilayvanh, “Market and value chains of Macrobrachium lanchesteri”, [Interview]. Interview by Duangkhae keonoy. [accessed: 15 October 2024

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,