ເລກລຳດັບທີ: 2880
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19
ສ້ຽວປ່າ
ສ້ຽວປ່າ
Bauhinia saccocalyx Pierre
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
×
ຊື່ທ້ອງຖີ່ນ:
ລາວ: ສ້ຽວປ່າ ແລະ ສາມປັນ.ໄທ: ສ້ຽວປ່າ, ຄິງໂຄ, ຊົງໂຄ, ສົ້ມສ້ຽວ, ສົ້ມສ້ຽວໂພະ, ສ້ຽວດອກຂາວ ແລະ ສ້ຽວເຄືອ.ຫວຽດນາມ: Móng bò đài túi.ຈີນ: 宮粉羊蹄甲.
ຊື່ພ້ອງ
:
ຊື່ສະກຸນ:
Fabaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 10 ມ, ແຕກກິ່ງກ້ານເປັນຟຸ່ມຕ່ຳ, ລຳຕົ້ນຂຸຂະ, ເປືອກແຕກເປັນຮ່ອງຕື້ນ ແລະ ເລິກຕາມລຳຕົ້ນ, ສີເທົາປົນສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ກວ້າງ ຫຼື ຮູບໝາກໄຂ່ຫຼັງ, ເປັນສອງສັນ, ກ້ວາງ 5-9 ຊມ, ຍາວ 6-10 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແສກແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງລຽບ, ຜິວໃບດ້ານລຸ່ມມີຂົນ ແລະ ຕ່ອມນ້ຳມັນສີນ້ຳຕານກະຈາຍຢູ່ທົ່ວ. ກ້ານໃບຮູບກົມ, ຍາວ 2-3.5 ຊມ, ແຂງ. ຫູໃບຂະໜາດນ້ອຍ, ຫຼົ່ນງ່າຍ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ປະມານ 7 ຊມ, ຍາວດອກແຍກເພດຢູ່ຕ່າງຕົ້ນກັນ. ດອກຍ່ອຍຈຳນວນຫຼາຍ, ດອກບານເຕັມທີມີຂະໜາດ 1-1.4 ຊມ, ສີຂາວ ຫຼື ສີບົວອ່ອນ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 2 ແສກ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານ, ປາຍມົນ. ດອກເພດຜູ້ບໍ່ເປັນໝັນ, ເກສອນເພດຜູ້ 10 ອັນ, ຢື່ນອອກກາຍດອກ 5 ອັນ, ບໍ່ມີເຕົ້າໄຂ່. ດອກເພດແມ່ມີເກສອນເພດຜູ້ເປັນໝັນ, ລັກສະນະຄ້າຍເສັ້ນດ້າຍຈຳນວນ 10 ເສັ້ນ. ເຕົ້າໄຂ່ຈັບເທິງ, ມີຂົນອ່ອນນຸ້ມປົກຄຸມ. ໝາກເປັນຝັກ, ຮູບຂອບຂະໜານ ຫຼື ຮູບຫອກປີ້ນ, ກ້ວາງ 2-2.5 ຊມ, ຍາວ 7-14 ຊມ, ຜິວລຽບ, ປາຍແຫຼມ, ໝາກແກ່ຈະແຕກ. ແກ່ນມີ 3-5 ແກ່ນ, ຮູບແປ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ອາຫານ: ຍອດ: ສາມາດນຳມາລວກກັບແຈ່ວ ຫຼື ໃຊ້ແກງແຄໄດ້.
ສັບພະຄຸນ: ໃບ: ຕຳແລ້ວນຳມາຕົ້ມດື່ມວັນລະສາມຈອກເປັນຢາຟອກເລືອດ.
ເສັ້ນໄຍ: ເປືອກ: ມີເສັ້ນໄຍໃຊ້ເຮັດເຊືອກໄດ້.
ພືດປະດັບ: ໃຊ້ປູກເປັນໄມ້ປະດັບຕາມແຄມທາງທົ່ວໄປເນື່ອງຈາກໃຫ້ຮົ່ມເງົາໄດ້ດິີ, ດອກມີຄວາມສວຍງາມ ແລະ ໃຫ້ກິ່ນຫອມ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Popradit, A., Srisatit, Th., Kiratiprayoon, S., Yoshimura, J., Ishida, A., Shiyomi, M., Murayama, T., Chantaranothai, P., Outtaranakorn, S., Phromma, I. (2015). Anthropogenic effects on a tropical forest according to the distance from human settlements. Scientific reports, 5.
Choopan, Thi., Wadee, N., Klahan, S., Yimlamai, S., Udomsub, S. (2020). Plant diversity in Khao Khong Kha fores monastery Khon Buri District, Nakhon Rat Chasima Province. PSRU Journal of Science and Technology 5(3): 74-96.
Choopan, Th. (2016). Plant diversity in conservation community forest, Mueang Mai Kokkruat Subdistrict Municipality, Mueang District, Nakhon Ratchasima Province. Thai Journal of botany, 8 (2): 201–218.
Lamotte, S., Gajaseni, J., Malaisse, F. (1998). Structure diversity in three forest types of north-eastern Thailand (Sakaerat Reserve, Pak Tong Chai). Biotechnol. Agron. Soc. Environ, 2(3): 192–202.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: