ເລກລຳດັບທີ: 2852
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສ້ານເຫັບ
San Hep
Saurauia roxburghii Wall.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ສ້ານເຫັບ, ເກື່ອງປ່າ, ກຸລາບທີປໍ, ຄລ້າທີປໍ ແລະ ຕຳແຍຜູ້.ຫວຽດນາມ: Nóng roxburgh ແລະ Sổ dã roxburgh.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Ericales
ຊື່ສະກຸນ
Actinidiaceae
ສະກຸນ
Saurauia
ຊະນິດ
Saurauia roxburghii
ຊື່ພ້ອງ
Saurauia thorelii auct. non Fin. & Gagnep.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 5 ມ, ກ້ານໃບມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ກິ່ງກ້ານມັກໂຄ້ງລົງ, ເປືອກບາງ, ຜິບລຽບ, ລົ່ນງ່າຍ, ສີນ້ຳຕານປົນເທົາ. ໃບດ່ຽວ, ອອກວຽນສະຫຼັບຢູ່ບໍລິເວນປາຍກິ່ງ, ຮູບຫອກປີ້ນ ຫຼື ຮູບຮີແກມຮູບຂອບຂະໜານ, ກ້ວາງ 5-12 ຊມ, ຍາວ 15-25 ຊມ, ໂຄນໃບແຫຼມ, ຂອບແສກແຂ້ວຖີ່, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີເກັດ ຫຼື ຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ກ້ານໃບຍາວ 2-5 ຊມ, ມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈຸກສັ້ນ, ອອກຕາມລຳຕົ້ນ ແລະ ກິ່ງງ່າ. ດອກຍ່ອຍຈຳນວນຫຼາຍ, ຮູບລະຄັງ, ສີບົວ ຫຼື ສີຂາວ. ກ້ານດອກຍາວ 1-2.5 ຊມ. ກາບດອກຮູບໄຂ່, ຍາວ 3-4 ມມ. ກີບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່, ຍາວ 4-6 ມມ. ເກສອນເພດຜູ້ມີ 30-50 ອັນ. ເຕົ້າໄຂ່ມີ 1 ອັນ, ກ້ຽງ, ປາຍຮວງຮັບແຍກເປັນ 5 ແສກ. ໝາກຮູບກົມ ຫຼື ຮູບຮີ, ປາຍເປັນຕິ່ງແຫຼມ, ແກ່ແລ້ວແຕກ. ແກ່ນຈຳນວນຫຼາຍ, ຂະໜາດນ້ອຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ອາຫານ:

ໝາກສຸກ: ມີລົດຊາດຫວານສາມາດກິນໄດ້.
ໃບ: ນຳມາຄ້ຽວກິນຄືກັບໜ້ຽງ ແລະ ນຳມາປະກອບອາຫານຕ່າງໆ ເຊັນອ່ອມບອນຊ່ວຍຫຼຸດຄວາມຄັນຂອງບອນ.

ສັບພະຄຸນ:

ລຳຕົ້ນ ຫຼື ກິ່ງ: ຕົ້ມແກ້ເມົາໃຫ້ດີຂື້ນ.
ໃບ: ໃຊ້ແຊ່ນ້ຳອາບຊ່ວຍຮັກສາຝີໃນເດັກນ້ອຍ.

ພືດປະດັບ: ສາມາດນຳມາປູກເປັນໄມ້ປະດັບໄດ້ດີ.

ຄຸນປະໂຫຍດ:

ໃຊ້ໃນການປູກບຸກເບີກປ່າ.
ເນື້ອໄມ້: ໃຊ້ເຮັດຟືນໄດ້.
ໃບ: ຊ່ວຍໝັກໃນການໝັກເຫຼົ້າ.
ຢາງ: ຈາກລຳຕົ້ນໃຊ້ເປັນຢາບຳລຸງຜົມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,