ເລກລຳດັບທີ: 2850
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕາວຮ້າງໃຫຍ່
Giant Caryota
Caryota obtusa Griff.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ເຕົ່າຮ້າງຍັກ, ເຕົ່າຮ້າງນ່ານເຈົ້າ ແລະ ເຕົ່າຮ້າງພູຄາອັງກິດ: Giant Mountain Fishtail Palmຈີນ: 董棕
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Arecales
ຊື່ສະກຸນ
Arecaceae
ສະກຸນ
Caryota
ຊະນິດ
Caryota obtusa
ຊື່ພ້ອງ
Caryota gigas Hahn ex Hodel
Caryota obtusidentata Griff.
Caryota rumphiana var. indica Becc.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນ, ລຳຕົ້ນຕັ້ງຊື່, ສູງ 20-35 ມ, ເສັ້ນຜ່າສູນກາງ 50-90 ຊມ, ມີຂະໜາດໃຫຍ່, ຕົ້ນດ່ຽວ, ມີຮອຍກາບໃບຢູ່ທົ່ວລຳຕົ້ນ, ລັກສະນະຄືຕົ້ນປາມ. ໃບປະສົມຂັ້ນສອງແບບຂົນນົກປາຍຄີກ, ອອກວຽນສະຫຼັບ, ຢູ່ບໍລິເວນສ່ວນປາຍຍອດ, ມີປະມານ 4-11 ໃບ, ຍາວ 5-7 ມ. ກ້ານໃບລວມມີຮ່ອງທາງດ້ານເທິງຄ້າຍຮູບໂຕຢູ, ຍາວ 1-2 ມ. ໃບຍ່ອຍຈຳນວນຫຼາຍ, ຮູບວີ ຫຼື ຮູບຫາງປາ, ກ້ວາງ 3-4 ຊມ, ໂຄນໃບແຫຼມ, ຂອບເປັນຄື້ນ, ປາຍແຫຼມ. ຊໍ່ດອກແບບຫາງກະຫອກຫ້ອຍລົງ, ອອກຕາມງ່າມໃບ, ຍາວປະມານ 5 ມ. ດອກຍ່ອຍຈຳນວນຫຼາຍ, ດອກແຍກເພດໃນຕົ້ນດຽວກັນ. ດອກເພດຜູ້ຍາວປະມານ 15 ມມ. ກາບດອກຮູບໄຂ່, ຍາວ 5-7 ມມ. ກີບດອກຍາວປະມານ 14 ມມ, ສີເຫຼືອງ. ເກສອນເພດຜູ້ມີປະມານ 80 ອັນ. ດອກເພດແມ່ຍາວປະມານ 10 ມມ. ກາບດອກຍາວປະມານ 5 ມມ, ສີຂຽວ. ກີບດອກຍາວປະມານ 8 ມມ, ສີເຫຼືອງ. ໝາກຮູບກົມ, ມີເສັ້ນຜ່າສູນກາງປະມານ 3,5 ຊມ, ມີແດງ. ແກ່ນມີ 2 ແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ຍອດອ່ອນ(ຫົວ): ເຮັດໃຫ້ສຸກໃຊ້ປະກອບອາຫານຄືຍອດໝາກພ້າວ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບ.
ຄຸນປະໂຫຍດ:
ໝາກສຸກ: ເປັນອາຫານຂອງຊະນີ ແລະ ເຫງັນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,