ເລກລຳດັບທີ: 2830
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຖົ່ວລາຍ
Butterfly pea
Centrosema pubescens Benth.
ພືດ
ພືດລົ້ມລຸກ
ຫຍ້າ ແລະ ທັນຍາພືດ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຖົ່ວລາຍ ແລະ ຖົ່ວສະແດດ.ອັງກິດ: Centro, Bluebell, Fodder pea, Butterfly Pea, Spurred Bufferly-pea, Kattupayar ແລະ Spurred Butterfly Pea.ຈີນ: 距瓣豆.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Centrosema
ຊະນິດ
Centrosema pubescens
ຊື່ພ້ອງ
Bradburya pubescens (Benth.) Kuntze
Bradburya schiedeana (Schltdl.) Rose
Centrosema ferrugineum A.Rich.
Centrosema intermedium A.Rich.
Centrosema salzmannii Benth.
Centrosema schiedeanum (Schltdl.) R.J. Williams & R.J. Clem.
Centrosema virginianum (L.) "Benth., p.p."
Clitoria schiedeana Schltdl.
Ternatea schiedeana (Schltdl.) Kuntze
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກ. ລຳຕົ້ນເປັນລຳເຄືອ, ມີຂໍ້, ບາງຄັ້ງມີຮາກຕາມລຳຕົ້ນ, ມີຂົນຍາວ. ຫູໃບຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 2-3 ມມ. ໃບຮູບຮີ ຫຼື ຮູບຂອບຂະໜານ, ຍາວ 2.6-10 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນ ແລະ ມີຂົນ, ປາຍແຫຼມ, ແຜ່ນໃບບາງ, ມີຂົນຍາວປົກຄຸມທັງສອງດ້ານ. ຊໍ່ດອກແບກະຈະ, ອອກຕາມງ່າມໃບ. ກ້ານຊໍ່ດອກຍາວ 2.5-7 ຊມ. ໃບປະດັບຮູບຮີ ຫຼື ຮູບໄຂ່ກ້ວາງ, ແນບຕິດກາບດອກ. ດອກຍ່ອຍມີ 2-4 ດອກ, ສີຂາວ, ສີບົວ ຫຼື ສີມ່ວງ. ກາບດອກມີ 5 ກາບ, 2 ກາບເທິງເຊື່ອມຕິດກັນ, ຮູບແຖບ, ສີຂຽວ. ກີບດອກມີ 5 ກີບ, ກີບກາງຮູບກົມ, ຍາວ 2-3 ຊມ, ບໍລິເວນໂຄນມີຂົນຍາວ, ມີເດືອຍສັ້ນ. ກີບຂ້າງ ຫຼື ກີບປີກຮູບກຽວ, ກີບຄູ່ລຸ່ມສັ້ນ. ໝາກເປັນຝັກ, ຮູບແຖບ, ຍາວ 7-13 ຊມ, ແປ, ປາຍແຫຼມ, ມີຈະງອຍ, ໝາກແຫ້ງແລ້ວແຕກອອດບິດວຽນ. ແກ່ນມີ 7-15 ແກ່ນ, ຮູບຂອບຂະໜານ, ຍາວ 4-5 ມມ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ອາຫານ:

ແກ່ນ: ໃຊ້ຕົ້ມໃສ່ນ້ຳຕານຮັບປະທານໄດ້, ຕົ້ມ ແລະ ເຮັດໄສ້ເຂົ້າໜົມ, ນຳມາບົດເປັນແປ້ງດິບ ຫຼື ສຸກກ່ອນຕາກແຫ້ງ ແລະ ບົດເຮັດແປ້ງສຸກ.

ຄຸນປະໂຫຍດ:

ປູກເປັນພືດທີ່ຟື້ນຟູດີນ.
ເຄືອ: ໃຊ້ເປັນອາຫານສັດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,