ເລກລຳດັບທີ: 2810
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-08-16
ໝາກກໍ່ເດືອຍນ້ອຍ
Papua New Guinea Oak
Castanopsis acuminatissima (Blume) A.DC.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ຊື່ທ້ອງຖີ່ນ:
ໝາກກໍເດືອຍ
ຊື່ພ້ອງ
:
Castanea acuminatissima Blume
Castanea sessilifolia Blume
Castanopsis acuminatissima (Blume) Rehder, 1919
Castanopsis bejaudii A.Camus
Castanopsis junghuhnii (Miq.) Markgr.
Castanopsis nebularum Hickel & A.Camus
Castanopsis schlenckerae F.M.Bailey
Castanopsis sessilifolia (Blume) A.DC.
Pasania acuminatissima (Blume) Oerst.
Quercus acuminatissima (Blume) A.DC.
Quercus fagiformis Jungh.
Quercus junghuhnii Miq.
Quercus lineata Miq.
Quercus varingifolia Miq.
Synaedrys acuminatissima (Blume) Koidz.
Synaedrys fagiformis (Jungh.) Koidz.

ຊື່ສະກຸນ:
Fagaceae
ຊະນິດໃກ້ຄຽງ:
ຕົ້ນກໍ່ໃບເຫຼື້ອມ / Phul-singori
ກໍ່ໂດຍ/ Chestnut Tree
ກໍ່ເດືອຍ/ Chestnut
ກໍ່ໂດຍ/ Chestnut Tree
ກໍ່ເດືອຍ/ Chestnut
ບັນຍາຍລັກສະນະທາງພືດສາດ:
ຕົ້ນໄມ້ຊະນິດນີ້ຂ້ອນຂ້າງສູງ, ລະຫວ່າງ 10 ຫາ 40 ມ. ແລະ ມີລໍຳຕົ້ນໜາ, ມີເສັ້ນຮອບວົງ (ເສັ້ນຮອບ) 60 ຫາ 250 ຊມ. ກິ່ງນ້ອຍໆ (ງ່າ) ເລີ່ມມີຂົນອ່ອນແຕ່ເມື່ອແກ່ແລ້ວຜິວຈະລຽບ, ກາຍເປັນສີດຳ ຫຼື ສີນ້ຳຕານເຂັ້ມ. ເປືອກຕົ້ນເປັນສີນ້ຳຕານປົນຂາວ ຫາ ສີນ້ຳຕານເຂັ້ມ, ມີຮອຍແຕກຕາມລຳຕົ້ນ. ເປືອກດ້ານໃນເປັດເມັດຍາບ ອາດມີສີແດງ, ສີນ້ຳຕານ, ຫຼື ສີເຫລືອງ.
ໃບຮູບຮີ ຫຼື ຮູບີແຄບປາຍແຫຼມ, ມີຄວາມຍາວປະມານ 5.5 ຫາ 13 ຊມ ແລະກວ້າງ 1.5 ຫາ 4 ຊມ. ໂຄນໃບເປັນຮູບມົນ ຫຼື ບ້ຽວເລັກນ້ອຍ, ປາຍຍາວ ແລະ ແຫຼມຫຼາຍຮູບແບບທີ່ແຕກຕ່າງກັນ. ຂອບໃບມີແສກນ້ອຍໆ (ແສກແຂ້ວ) ຢູ່ເຄິ່ງໃບຫາປາຍ. ຜິວໃບໜາຄ້າຍໜັງ, ຜິວດ້ານເທິ່ງລຽບ, ເປັນມົນເງົາ, ສີຂຽວເຂັ້ມ ແລະ ມີຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ກ້ານໃບຍາວປະມານ 1 ຫາ 1,4 ຊມ.
ຊໍ່ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກຕັ້ງຊື່ບໍລິເວນປາຍກິງ ຫຼື ງ່າມໃບ ແລະ ປົກຄຸມດ້ວຍຂົນອ່ອນນຸ້ມ. ຊໍ່ດອກເພດຜູ້ສາມາດເປັນຊໍ່ດຽວ ຫຼື ເປັນຊໍ່ແບບແຕກແໜ່ງ, ຍາວ 8 ຫາ 15 ຊມ. ດອກມີສີເຫຼືອງອ່ອນ ແລະ ມັກອອກເປັນອອກດຽວໆ, ບາງຄັ້ງຈັບເປົນກຸ່ມນ້ອຍ. ມີໃບປະດັບຮູບສາມຫຼຽມຂະໜາດນ້ອຍ, ດ້ານນອກມີຂົນປົກຄຸມ. ກາບດອກມີ 6 ກີບ ແຍກເປັນອິດສະຫຼະ, ຮູບຮີ , ດ້ານນອກມີຂົນອ່ອນໆຕາມຂອບ, ເກສອນເພດຜູ້ມີ 10 ຫາ 12 ອັນ,ຍາວປະມານ 2 ຫາ 3 ມມ. ຊໍ່ດອກເພດແມ່ເປັນຊໍ່ຍາວ 8 ຫາ 15 ຊມ. ມີລັກສະນະຄ້າຍດອກເພດຜູ້ ແຕ່ມີອາໄວຍະວະສືບພັນເພດແມ່ທີ່ແຍກອອກເປັນຮວງຮັບເກສອນ, ຮູບກົມ ແລະ ລຽບ.
ໝາກຮູບກົມ ຫຼື ຮູບຮີ, ຍາວປະມານ 1 ຫາ 1.5 ຊມ ແລະ ກວ້າງ 0.8 ຫາ 1.3 ຊມ, ລວມທັງໂຄງສ້າງຄ້າຍຖ້ວຍ (cupule) ທີ່ອ້ອມຮອບແກ່ນແຕ່ບໍ່ຕິດກັນ. ເປືອກໝາກມີໜາດຂະໜາດນ້ອຍ, ລຽບ, ໂຄ້ງ, ມີຂົນເມື່ອຍັງອ່ອນ, ໝາກຈັບຢູ່ເທິງກ້ານຊື່, ຍາວ 9 ຫາ 12 ຊມ. ເມື່ອແກ່ເຕັມທີ່ໝາກຈະແຕກອອກເພື່ອແກ່ນຫຼຸດອອກ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Bangladesh, Bismarck Archipelago, Borneo, Cambodia, China South-Central, Jawa, Laos, Lesser Sunda Is., Malaya, Myanmar, New Guinea, Sulawesi, Sumatera, Thailand, Vietnam. [2]
Global distribution of Castanopsis acuminatissima between 1857 to 2018. Source: [3]

ເຂດກະຈາຍພັນໃນລາວ
:
ເຂດພູສູງພາກເໜືອຂອງລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດສາຍພູຫຼວງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ
:
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າແປກ
ປ່າປະສົມປ່ຽນໃບ
ປ່າແປກ

ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ອາຫານ: ແກ່ນສາມາດກິນ ໄດ້ ແລະ ນິຍົມກິນເປັນອາຫານ [6]. ແກ່ນກິນດິບ ຫຼື ສຸກໄດ້ ແຕ່ສ່ວນໃຫຍ່ນິຍົມແບບສຸກ ມີສະເພາະເດັກນ້ອຍມັກເກັບມາກິນດິບ. [7]
ສະໝຸນໄພ: ເປືອກຕົ້ນມີສັບພະຄຸນເປັນຢາລະບາຍ ແລະ ໃຊ້ເປັນຢາໄດ້. [6]
ເຄື່ອງມ ແລະ ອຸປະກອນ: ໄມ້ຊະນິດນີ້ມີຄຸນຄ່າທາງດ້ານການໃຊ້ເນື້ອໄມ້ ໃນການເຮັດເຟີນິເຈີ ແລະ ຜະລິດແຜ່ນໄມ້ອັດ. [6]
ພະລັງງານ ແລະ ແສງສະຫວ່າງ: ໄມ້ກໍ່ສາມາດໃຊ້ເປັນຟືນໄດ້. [6]
ກິດຈະກຳທາງການກະເສດ: ເປືອກໄມ້ເໝາະສຳຫຼັບການເພາະເຫັດ. [6]
ການແຕ່ງສີ ແລະ ການຍ້ອມສີ: ເປືອກໄມ້ເປັນແຫຼ່ງຂອວສານແທນນິນ ແລະ ໃຊ້ເປັນສີຍ້ອມສຳຫຼັບເປັນໄຍທີ່ທົນຕໍ່ສະພາບອາກາດ ແລະ ການໃຊ້ງານຕົວຈິງອື່ນໆ. [7]

ການປູກ ການລ້ຽງ:
ຊະນິດທຳມະຊາດ
ລະດູການເກັບກູ້:
ສິງຫາ
ກັນຍາ
ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ຊະນິດນີ້ອາດຈະຕົກຢູ່ໃນອັນຕະລາຍຈາກການສູນເສຍ ແລະ ເສື່ອມໂຊມຂອງທີ່ຢູ່ອາໄສໃນບາງພາກສ່ວນຂອງເຂດກະຈາຍພັນ, ຕົ້ນຕໍແມ່ນເກີດຈາກການຂຸດຄົ້ນປ່າທົ່ງພຽງໃນເຂດອາຊີຕາເວັນອອກສຽງໃຕ້ເພື່ອປູກໄມ້ ແລະ ການຂະຫຍາຍພື້ນທີ່ກະສິກໍາ ໂດຍສະເພາະການປູກສວນປາມນໍ້າມັນ. ຂອບເຂດຂອງຜົນກະທົບຕໍ່ຊະນິດນີ້ຍັງບໍ່ຊັດເຈນ. ນອກຈາກນັ້ນ, ຊະນິດນີ້ອາດຈະມີຄວາມສ່ຽງຈາກການຕັດໄມ້ໂດຍກົງເພື່ອເອົາໄມ້, ເຖິງແມ່ນວ່າຂະໜາດຂອງການຂຸດຄົ້ນຍັງບໍ່ຊັດເຈນ ແລະ ຕ້ອງກວດສອບເພີ່ມຕື່ມເພື່ອຢືນຢັນວ່າການນໍາໃຊ້ໄມ້ກໍ່ສ້າງໄພຂົ່ມຂູ່ທີ່ສໍາຄັນຫຼືບໍ່. [7]
ການຕິດຕາມປະຊາກອນ:
ເນື່ອງຈາກມີການແຜ່ກະຈາຍຢ່າງກວ້າງຂວາງ, ຊະນິດນີ້ຖືກປະເມີນວ່າຍັງຄົງມີປະຊາກອນຈໍານວນຫຼາຍ. ມັນຍັງສືບຕໍ່ເຈີນເຕີບໂຕຢູ່ໃນປ່າດິວພູເຂົາທີ່ຍັງເຫຼືອຢູ່. [7]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] Queen Sirikit Botanic Garden (QSBG), “Zanthoxylum armatum,” Medicinal Plants Database. [Online]. Available: http://www.qsbg.org/Database/plantdb/mdp/medicinal-specimen.asp?id=1003. [Accessed: Aug. 4, 2025].
[2] Department of National Parks, Wildlife and Plant Conservation (DNP), “Castanopsis acuminatissima (Blume) A.DC.,” Botanical Dictionary. [Online]. Available: https://botany.dnp.go.th/detaildict.html?wordsnamesci=Castanopsis0acuminatissima0%28Blume%290A.DC. [Accessed: Aug. 4, 2025].
[3] iNaturalist [Online]. Uploaded on 26 February 2016 by: ytt. Available: https://www.inaturalist.org/observations/8617197. [Accessed: 04 August 2025]
[4] BIOTIK Project, “Castanopsis acuminatissima (Blume) A.DC.,” BIOTIK: Biodiversity Informatics and Co-Operation in Taxonomy for Interactive Key, 2008. [Online]. Available: http://biotik.org/laos/species/c/casac/casac_en.html#debut. [Accessed: Aug. 4, 2025].

ອ້າງອິງ:
[1] Department of National Parks, Wildlife and Plant Conservation (DNP), “Castanopsis acuminatissima (Blume) A.DC.,” e-Flora of Thailand. [Online]. Available: https://botany.dnp.go.th/eflora/floraspecies.html?tdcode=03853. [Accessed: Aug. 5, 2025].
[2] Plants of the World Online, “Taxon: urn:lsid:ipni.org:names:295374-1,” Royal Botanic Gardens, Kew, 2025. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:295374-1. [Accessed: Aug. 5, 2025].
[3] Global Biodiversity Information Facility, “Castanopsis acuminatissima (Blume) A.DC.,” GBIF Backbone Taxonomy, 2025. [Online]. Available: https://www.gbif.org/species/5333166. [Accessed: Aug. 5, 2025].
[4] V. Lamxay, S. Lanorsavanh, K. Chanthavong, K. Souvannakhoummane, and S. Bounphanmy, "A Checklist of the Vascular Plants of Lao PDR, version 1.0," Faculty of Natural Science, National University of Laos, Vientiane, Lao PDR, 2021. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: Aug. 5, 2025].
[5]. Nafri and CDE, “wild food assessment” AFN II, 2025
[6] "Species 62004491/62004494 — Habitat & Ecology," *The IUCN Red List of Threatened Species™, Version 2025‑1*, International Union for Conservation of Nature, 2025. [Online]. Available: https://www.iucnredlist.org/species/62004491/62004494#habitat-ecology. [accessed: Aug. 5, 2025].
[7] K. Fern, “Castanopsis acuminatissima,” *Tropical Plants Database – Useful Tropical Plants*, 2025‑07‑17. [Online]. Available: https://tropical.theferns.info/viewtropical.php?id=Castanopsis+acuminatissima. [accessed Aug. 5, 2025]

ຜູ້ສ້າງ Factsheet:
Duangkhae KEONOY
ຜູ້ກວດສອບ Factsheet:
,