ເລກລຳດັບທີ: 2790
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນພັບດົງ
White Pear
Apodytes dimidiata E.Mey. ex Arn.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໝັກຟັກດົງ, ຈ້າອ່ອນ ແລະ ຝັກດົງ.ອັງກິດ: witpeer, white pear, bird's eye, umdakane, umdagane, umdzagame, sephopha-madi, kgalagangwê ແລະ tshiphopha-madi.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Metteniusales
ຊື່ສະກຸນ
Metteniusaceae
ສະກຸນ
Apodytes
ຊະນິດ
Apodytes dimidiata
ຊື່ພ້ອງ
Apodytes acutifolia Hochst. ex A.Rich.
Apodytes beddomei Mast.
Apodytes benthamiana Wight
Apodytes bequaertii De Wild.
Apodytes cambodiana Pierre
Apodytes curtisii Dyer ex King
Apodytes dimidiata subsp. acutifolia (Hochst. ex A.Rich.) Cufod.
Apodytes dimidiata var. acutifolia (Hochst. ex A.Rich.) Boutique
Apodytes dimidiata subsp. dimidiata
Apodytes dimidiata var. emirnensis (Baker) H.Perrier
Apodytes dimidiata f. farinosa H.Perrier
Apodytes dimidiata var. hazomaitso (Danguy) H.Perrier
Apodytes dimidiata var. ikongoensis H.Perrier
Apodytes dimidiata var. inversa (Baill.) H.Perrier
Apodytes dimidiata f. microphylla H.Perrier
Apodytes emirnensis Baker
Apodytes frappieri Cordem.
Apodytes gardneriana Miers
Apodytes giung A.Chev.
Apodytes hazomaitso Danguy
Apodytes imerinensis Baker
Apodytes inversa Baill.
Apodytes javanica Koord. & Valeton
Apodytes mauritiana (Miers) Benth. & Hook.f. ex B.D.Jacks.
Apodytes mauritiana Benth. & Hook. f.
Apodytes stuhlmannii Engl.
Apodytes tonkinensis Gagnep.
Apodytes yunnanensis Hu
Icacina mauritiana Miers
Mappia philippinensis Merr.
Neoleretia philippinensis (Merr.) Baehni
Nothapodytes philippinensis (Merr.) Sleumer
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດນ້ອຍ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 15 ມ, ເປືອກລຽບ, ສີນ້ຳຕານ, ຜິວບາງ, ເປືອກຊັ້ນໃນສີສົ້ມອ່ອນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 3-6 ຊມ, ຍາວ 6-16 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ ຫຼື ຕິ່ງໜາມ, ແຜ່ນໃບບາງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍຫ່າງໆຢູ່ເສັ້ນກາງໆໃບ. ກ້ານໃບກົມ, ຍາວ 0.5-2.5 ຊມ. ຊໍ່ດອກແບບແຕກແໜ່ງ, ອອກຕາມປາຍກິ່ງ ຫຼື ຕາມງ່າມໃບ, ຍາວ 3-15 ຊມ. ດອກຍ່ອຍຈຳນວນຫຼາຍ. ກາບດອກເຊື່ອມຕິກັນເປັນຖ້ວຍ, ປາຍແຍກອອກເປັນ 5 ແສກ, ຕິດທົນຈົນເປັນໝາກ. ກີບດອກເຊື່ອມຕິດກັນ ຫຼື ແຍກອອກເປັນ 5 ແສກ, ຮູບຂອບຂະໜານ, ປາຍແຫຼມ. ເກສອນເພດຜູ້ມີ 5 ອັນ, ອອກສະຫຼັບກັບກີບດອກ, ຖົງລະອອງເກສອນສີນສ້ຳຕານແດງ. ໝາກຮູບຮີ, ຂະໜາດ 0.7-0.9 ຊມ, ໝາກອ່ອນເປັນສີຂຽວອ່ອນ, ໝາກສຸກເປັນສີມ່ວງ ຫຼື ສີມ່ວງດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ, ສິ່ງປູກສ້າງ

ພະລັງງານ:

  • ເນື້ອໄມ້: ເປັນໄມ້ເນື້ອແຂງໜຽວສາມາດນຳມາເຮັດຟືນທີ່ໃຫ້ພະລັງງານສູງ.

ສິນຄ້າ:

  • ເນື້ອໄມ້: ໃຊ້ເປັນສິນຄ້າສຳລັບການສ້າງອາຄານ, ໃຊ້ປູພື້ນ, ເຄື່ອງເຟີນິເຈີ້, ໃຊ້ເປັນເຄື່ອງມືການກະເສດ, ເຄື່ອງດົນຕີ ແລະ ອື່ນໆ.

ສັບພະຄຸນ:

  • ຮາກ ແລະ ເປືອກ: ຕ້ານການເກີດພະຍາດໃນລຳໄສ້.
  • ສານສະກັດຈາກເປືອກ: ໃຊ້ເປັນຢາບຳລຸງແມ່ຢູ່ກຳ ແລະ ກະຕຸ້ນອາລົມທາງເພດ.
  • ເປືອກ: ແກ້ອາການເຈັບກະເພາະອາຫານ.
  • ໃບ: ຮັກສາອາການເຈັບຫູ ແລະ ຫູເປັນໜອງ, ນຳມາຕົ້ມແກ້ອາການເຈັບທ້ອງປະຈຳເດືອນ ແລະ ອາການງຸດງິດ.

ພືດປະດັບ: ເປັນພືດທີ່ມີດອກ ແລະ ໝາກໃຫ້ສີສົດໃສຈຶ່ງນິຍົມນຳມາປູກເປັນພືດປະດັບ, ນອກນີ້ແລ້ວຍັງໃຫ້ຮົ່ມເງົາ ແລະ ເປັນພືດທີ່ສາມາດຊ່ວຍປ້ອງກັນການເຈື່ອນຂອງດິນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,