ເລກລຳດັບທີ: 2788
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຕີນເປັດຂາວ
ຕົ້ນຕີນເປັດຂາວ
Alstonia rupestris Kerr
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕົ້ນຕີນເປັດດອຍຈີນ: 岩生羊角棉
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Alstonia
ຊະນິດ
Alstonia rupestris
ຊື່ພ້ອງ
Blaberopus rupester (Kerr) Pichon
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງປະມານ 4 ມ, ເປືອກຕົ້ນແຕກເປັນຮ່ອງຕາມລວງຍາວຂອງລຳຕົ້ນ, ສີເທົາ ຫຼື ສີນ້ຳຕານອ່ອນ. ໃບດ່ຽວ, ອອກເປັນວົງຮອບ, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກ້ວາງ 0.5-1.5 ຊມ, ຍາວ 2.5–11 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍມົນ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 1-1.5 ຊມ, ຊໍ່ດອກແບບກະຈຸກຮຽງເປັນວົງແບບແຕກແໜງ, ອອກຕາມປາຍກິ່ງ, ຍາວ 6-9 ຊມ. ກາບດອກມີ 5 ກາບ, ຮູບຫອກ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດຍາວ 6-9 ມມ, ປາຍແຍກອອກເປັນ 5 ແສກ, ຊ້ອນເຫຼື່ອມກັນແຕ່ຊ້າຍຫາຂວາ, ຮູບໄຂ່ ຫຼື ຮູບຫອກ, ຍາວປະມານ 9 ມມ. ເກສອນເພດຜູ້ຈັບເຄິ່ງຫຼອດກີບດອກ, ກ້ານດອກກ້ຽງ. ເຕົ້າໄຂ່ມັນ 2 ຫ້ອງ, ແຕ່ລະຫ້ອງມີຫຼາຍເມັດໄຂ່, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວ 5-6 ມມ. ໝາກກຸ່ມ, ມີ 2 ຝັກ, ຍາວ 10-24 ຊມ. ແກ່ນຈຳນວນຫຼາຍ, ຍາວປະມານ 5 ມມ, ມີຂົນຂຸຍ, ຍາວປະມານ 1 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ໃບ: ນຳມາບົດໃຫ້ລະອຽດພອກຮັກສາແຜ ແລະ ລ້າງແຜທີ່ຕິດເຊື້ອ.
  • ເປືອກ ແລະ ນ້ຳຢາງ: ມີລົດຊາດຂົມ ເຮັດໃຫ້ເປັນຢາບຳລຸງກຳລັງ.

ສິນຄ້າ:

  • ເນື້ອໄມ້: ຖືກນຳມາແປຮູບເປັນໄມ້ອັດ ແລະ ເຄື່ອງມືເພື່ອເຮັດກະສິກຳ
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,