ເລກລຳດັບທີ: 2787
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ກ້ວຍລິງ
ກ້ວຍລິງ
Alphonsea gaudichaudiana (Baill.) Finet & Gagnep
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕຳຍາວພູຄາຈີນ: 多包藤春
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Magnoliales
ຊື່ສະກຸນ
Annonaceae
ສະກຸນ
Alphonsea
ຊະນິດ
Alphonsea gaudichaudiana
ຊື່ພ້ອງ
Alphonsea gaudichaudiana var. latifolia Bân
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 12 ມ, ຜິວລຽບ, ສີເທົາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 5-6 ຊມ, ຍາວ 6-18 ຊມ, ໂຄນໃບຮູບຫຼິ້ມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 0.5 ຊມ. ດອກຍ່ອຍມີ 2-4 ດອກ, ສີຂາວປົນສີເຫຼືອງ. ກ້ານດອກຍາວປະມານ 0.4 ຊມ. ກາບດອກມີ 3 ກີບ, ເຊື່ອມຕິດກັນເປັນຫຼອດ, ຍາວປະມານ 0.2 ຊມ, ຕິດທົນ. ກີບດອກມີ 6 ກີບ, ຮຽງຊ້ອນທັບກັນເປັນ 2 ຊັ້ນ, ກີບດ້ານນອກຮູບຂອບຂະໜານ, ຍາວປະມານ 1.2 ຊມ, ປາຍພັບງໍ, ກີບດ້ານໃນແຄບ ແລະ ນ້ອຍກ່ວາກີບດ້ານນອກເລັກນ້ອຍ. ເກສອນເພດຜູ້ມີປະມານ 30 ອັນ, ຮຽງ 3-4 ແຖວ, ຖານມີຂົນ, ປາຍມີນ້ຳຢາງ. ເຕົ້າໄຂ່ມີ 2 ຫ້ອງ, ປາຍຮວງຮັບແຍກອອກເປັນ 2 ແສກ, ຮູບກົມ. ໝາກຮູບຊົງກະບອກ, ຍາວປະມານ 5 ຊມ, ຜິວລຽບ ຫຼື ມີຂົນສັ້ນ. ກ້ານໝາກຍາວປະມານ 0.3 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ສິ່ງປູກສ້າງ

ເປັນໄມ້ທີ່ຂ້ອນຂ້າງຫາຍາກ ແລະ ເປັນພືດພົບໃນປ່າດົງໃຫຍ່, ໝາກສາມາດເປັນອາຫານຂອງສັດປ່າຫຼາຍຊະນິດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,