ເລກລຳດັບທີ: 2782
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກຫວ້າທົ່ງ
Bullate Eugenia
Syzygium cinereum (Kurz) Wall. ex Merr. & L.M.Perry
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຫວ້ານາ, ເມັດແດງ ແລະ ຫວ້າໃບນ້ອຍ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Myrtales
ຊື່ສະກຸນ
Myrtaceae
ສະກຸນ
Syzygium
ຊະນິດ
Syzygium cinereum
ຊື່ພ້ອງ
Eugenia cinerea Kurz
Eugenia ixoroides Elmer
Eugenia operculata var. orientalis Craib
Eugenia pseudosubtilis var. subacuminata King
Syzygium cinerascens C.Presl
Syzygium cinereum (Kurz) Wall. ex Merr. & L.M. Perry
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງປະມານ 20 ມ, ກິ່ງອ່ອນຮູບສີ່ຫຼ່ຽມ, ລຳຕົ້ນແຕກເປັນຮ່ອງເລິກຕາມລວງຍາວຂອງລຳຕົ້ນ, ສີເທົາອ່ອນ ຫຼື ສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 3-8 ຊມ, ຍາວ 7-16 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍມົນ ຫຼື ແຫຼມ, ແຜ່ນໃບໜາຄ້າຍຄືໜັງ ແລະ ໜຽວ, ຜິວໃບລຽບກ້ຽງທັງສອງດ້ານ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ຊໍ່ດອກຍ່ອຍອອກເປັນກະຈຸກ. ດອກຍ່ອຍມີ 30-40 ດອກ, ດອກບານເຕັມທີມີເສັ້ນຜ່າສູນກາງ 1-1.5 ຊມ, ສີຂຽວອົມເຫຼືອງ. ກີບດອກມີ 4 ກີບ, ເຊື່ອມກັນ, ຫຼົ່ນເມື່ອດອກບານ, ມີຕ່ອມເປັນກະຈຸກ. ເກສອນເພດຜູ້ຈຳນວນຫຼາຍ, ກ້ານຊູຖົງລະອອງສີຂາວ, ຖົງລະອອງເກສອນສີເຫຼືອງອ່ອນ. ໝາກຮູບກົມ, ຂະໜາດ 1.3-1.5 ຊມ, ໝາກອ່ອນສີຂຽວ, ເມື່ອແກ່ຂຶ້ນມາປ່ຽນເປັນສີບົວ, ໝາກສຸຸກສີແດງເຂັ້ມ ຫຼື ສີມ່ວງດຳ, ປາຍ ແລະ ກົ້ນໝາບຸ້ມ. ແກ່ນມີ 1 ແກ່ນ, ຮູບກົມ, ສີນ້ຳຕານອອ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໝາກ: ໝາກສຸກເນື້ອອົມນ້ຳ, ມີີລົດສົ້ມຫວານເລັກນ້ອຍສາມາດຮັບປະທານໄດ້.
  • ຍອດ: ນຳມາກິນສົດກັບແຈ່ວ ຫຼື ນຳມາເປັນເຄື່ອງຄຽງກິນກັບກ້ອຍລາບໄດ້.

ສັບພະຄຸນ:

  • ເປືອກຕົ້ນ: ມີລົດຝາດນຳມາຕົ້ມດື່ມແກ້ບິດ, ອົມແກ້ປາກເປື່ອຍ, ຄໍເປື່ອຍ, ແກ້ເຈັບປາກຮ້ອນໃນ ແລະ ແກ້ນ້ຳລາຍໜ້ຽວ.
  • ໃບ: ແກ້ເຈັບທ້ອງບິດ.
  • ເປືອກ ແລະ ໃບ: ຕຳເປັນຢາອົມຮັກສາປາກຄໍເປື່ອຍ, ແກ້ປາກຮ້ອນໃນ ແລະ ແກ້ນ້ຳລາຍໜຽວ.
  • ໝາກ: ແກ້ອາການເຈັບທ້ອງຂີ້ຮາກ.
  • ແກ່ນ: ມີລົດຝາດແກ້ຖອກທ້ອງ, ແກ້ເຈັບທ້ອງບິດ, ຮັກສາອາການສຽດຫົວໃຈ, ຫຼຸດນ້ຳຕານໃນເລືອດ ແລະ ຕຳເປັນຜົງເພື່ອໃຊ້ຂັບປັດສະວະ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,