ຕົ້ນນາງນາ
Hainan Anneslea
Anneslea fragans Wall.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນແກ້ມອົ້ນ ແລະ ຕົ້ນນາງນາໄທ: ສານຜີ, ຕົ້ນສານຜີປ່າ, ສານຜີດອຍ, ປັນມ້າ, ສ້ານແດງ, ສ້ານໃຫຍ່, ສານຜີຄວາຍ, ສານຜີໝູ, ຕົ້ນສຸນ, ຕົ້ນຮັກ, ປ່າດົງຂໍ້, ແກ້ອົ້ນ, ຄຳໂຊ່, ຕອງໜັງ ແລະ ຕົ້ນຕີນຈຳອັງກິດ: Hainan Annesleaຫວຽດ: Lương xương, Luống xương, Chè béo, Lương xương trà, chálí ແລະ zhūtóu guǒຈີນ: 茶梨 ແລະ 猪头果ຢີປຸ່ນ: ナガバモッコク
ອະນຸກົມວິຖານ
- ຊື່ສະກຸນ
- Theaceae
ຊື່ພ້ອງ
Anneslea fragrans var. fragrans
Callosmia fragrans (Wall.) C.Presl
Daydonia fragrans (Wall.) Britten
Mountnorrisia fragrans (Wall.) Szyszył.
Callosmia fragrans (Wall.) C.Presl
Daydonia fragrans (Wall.) Britten
Mountnorrisia fragrans (Wall.) Szyszył.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 10-20 ມ ແລະ ສູງໄດ້ຮອດ 25 ມ, ມີລັກສະນະຄົດງໍ, ແຕກກິ່ງກ້ານຕ່ຳ, ເປືອກລຳຕົ້ນລຽບ ຫຼື ມີຮ່ອງຕື້ນ, ເປືອກນອກເປັນສີບົວອ່ອນ ຫຼື ສີນ້ຳຕານເຂັ້ມ, ເປືອກດ້ານໃນເປັນສີແດງ ຫຼື ສີນ້ຳຕານ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຫອກ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 2.5-5 ຊມ, ຍາວ 7-15 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ເນື້ອໃບໜາຄ້າຍຄືໜັງ, ແຜ່ນໃບໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຕ່ອມສີນ້ຳມັນກະຈາຍຢູ່ທົ່ວ. ກ້ານໃບຍາວ 1.5-3 ຊມ, ສີແດງແດງເຂັ້ມ. ດອກດ່ຽວ, ອອກເປັນກຸ່ມບໍລິເວນງ່າມໃບໃກ້ກັບປາຍກິ່ງ, ມີຂະໜາດປະມານ 3-4 ຊມ, ດອກມີລັກສະນະຊີ້ລົງດິນ, ດອກມີຈຳນວນຫຼາຍ. ກ້ານໃບກົມ, ຍາວ 5-3 ຊມ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ກາບ, ຮູບຮີ, ມີຂະໜາດປະມານ 1-1.5 ຊມ, ເນື້ອໜາ, ມີຂົນບໍລິເວນຂອບ, ສີຂຽວປົນສີຂາວ ຫຼື ສີຂາວປົນສີບົວອ່ອນ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບຮີ, ມີຂະໜາດ 1.5-2 ຊມ, ໂຄນແຫຼມ, ຂອບລຽບ, ປາຍແຫຼມ, ສີຂາວປົນສີບົວ. ເກສອນຜູ້ຈຳນວນຫຼາຍ, ສີສົ້ມອ່ອນ. ເຕົ້າໄຂ່ຈັບລຸ່ມ, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກຮູບຂ້ອນຂ້າງກົມ ຫຼື ຮູບລະຄັງ, ມີຂະໜາດ 1.5-5 ຊມ, ເນື້ອໜາ, ຜິວລຽບ, ມີກາບດອກຕິດທົນຈົນເປັນໝາກ, ໝາກແກ່ມີສີແດງ, ມີເນື້ອສີແດງ. ແກ່ນມີ 2-9 ແກ່ນ, ຮູບໄຂ່ປີ້ນ, ຍາວ 0.7-1.2 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ສັບພະຄຸນ:
- ເປືອກ ແລະ ດອກ: ໃຊ້ເປັນຢາແກ້ໄຂ້, ແກ້ບິດ ແລະ ເປັນຢາຖ່າຍພະຍາດພິດ.
- ດອກ: ມີສັບພະຄຸນເປັນຢາບຳລຸງຫົວໃຈ, ມີສານທີ່ຊ່ວຍຂະຫຍາຍຫຼອດລົມ ແລະ ຊ່ວຍຂັບລົມ.
- ທັງຕົ້ນ: ນຳມາປະສົມສະໝູນໄພປະເພດປາດົງນຳມາຕົ້ມດື່ມແກ້ພະຍາດປາດົງຂໍ້.
ຄຸນປະໂຫຍດ:
- ດອກ: ດອກບານໃຊ້ໃນການຍ້ອມສີຜ້າໄໝໃຫ້ສີແດງ.
- ໝາກ: ເປັນອາຫານສັດ.
- ເນື້ອ: ສາມາດນຳມາໃຊ້ເປັນເຄື່ອງຄົວໄດ້.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Sun, L., Meng, K., Liao, B., Li, Ch., Zhang, Y., Liao, W., Chen, S. (2017). Development and Characterization of Genomic SSR Markers for Anneslea fragrans (Pentaphylacaceae). Applications in Plant Sciences, 5(10): 1700086.
Larpkern, P., Eriksen, M., Waiboonya, P. (2017). Diversity and Uses of Tree Species in the Deciduous Dipterocarp Forest, Mae Chaem District, Chiang Mai Province, Northern Thailand. Naresuan University Journal: Science and Technology, (25)3.
Seeloy-ounkaew, T., Khamyong, S. (2016). Carbon and Nutrient Storage in Plant Biomass of Natural Forest nearby Thung Luang Royal Project Development Center, Chiang Mai Province. Thai J. For. 35(3): 86-99.
Jongjitvimol, T., Poolprasert, P. (2014).Pollen Sources of Stingless Bees (Hymenoptera: Meliponinae) in Nam Nao National Park, Thailand. International Journal of Science, 11(2): 1–10.
Watthana, S., Æ. Pederaen, H. (2008). Phorophyte Diversity, Substrate Requirements and Fruit Set in Dendrobium scabrilingue Lindl. (Asparagales: Orchidaceae): Basic Observations for Re-introduction Experiments. The Natural History Journal of Chulalongkorn University 8(2): 135-142.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,