ເລກລຳດັບທີ: 2777
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນມູກ
Mouk Tree
Wrightia pubescens R.Br.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໂມກມັນ ແລະ ຕົົ້ນໂມກຫວຽດ: Lòng mức hoa đỏຈີນ: 倒吊笔
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Wrightia
ຊະນິດ
Wrightia pubescens
ຊະນິດຍ່ອຍ
Wrightia pubescens lanitii
Wrightia pubescens penicillata
Wrightia pubescens pubescens
ຊື່ພ້ອງ
Nerium antidysentericum Lour.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນຊື່, ສູງ 5-15 ມ, ເປືອກສີເທົາ ຫຼື ສີນ້ຳຕານ, ມີຢາງຂາວ, ກິ່ງອ່ອນມີຂົນອ່ອນນຸ້ມ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັັບຕັ້ງສາກ, ຮູບຮີ, ກ້ວາງ 3-4 ຊມ, ຍາວ 8-10 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມທັງສອງດ້ານ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍໃບ. ດອກຍ່ອຍມີ 5-15 ດອກ, ຮູບຈວຍ, ສີຂາວ ຫຼື ສີບົວອ່ອນ. ກາບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ປາຍແຫຼມ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0,8-1 ຊມ, ປາຍແຍກອອກເປັນ 5 ແສກ, ຮູບຮີ. ເກສອນຜູ້ມີ 5 ອັນ, ຈັບກີບດອກ, ປາຍແຍກອອກເປັນ 2 ແສກ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງແຕ່ລະຫ້ອງມີ ຫຼາຍເມັດໄຂ່, ປາຍຮວງຮັບແຍກອອກເປັນ 2 ແສກ. ໝາກກຸ່ມ, ເປັນຟັກຄູ່, ກ້ວາງ 1,2-1,5 ຊມ, ຍາວ 6,5-30 ຊມ, ຜິວລຽບ, ໝາກແຫ້ງແລ້ວແຕກ. ແກ່ນຈຳນວນຫຼາຍ, ຮູບແຖບ, ມີຂົນກະຈຸກທີ່ທ້າຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດສາຍພູຫຼວງພາກກາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຮັກສາແຜງູກັດ, ແລະ ແກ້ລົມທີ່ເກີດຊຳເຮື້ອ.
  • ເນື້ອໄມ້ ຫຼື ແກ່ນໄມ້: ເປັນຢາຂັບເລຶອດ ແລະ ບຳລຸງຖົງນ້ຳດີ.
  • ຮາກ ແລະ ເນື້ອໄມ້: ຕົ້ມດື່ມແກ້ບິດ ແລະ ແກ້ຖ່າຍເປັນເລືອດ.
  • ເປືອກຕົ້ນ: ມີຣົດຊາດຮ້ອນ ແລະ ຝາດເມົາ ຊ່ວຍຈະເລີນອາຫານ, ບຳລຸງທາດ, ແກ້ປະຈຳເດືອນມາບໍ່ປົກກະຕິ, ແກ້ພິດແມງສັດກັດຕ່ອຍ, ແກ້ໝາກໄຂ່ຫຼັງ, ແກ້ເຊື້ອພະຍາດຜິວໜັງ ແລະ ແກ້ທ້ອງບິດອອກມູກເລືອດ.
  • ໃບ: ຣົດເຢັນເປັນຢາຂັບນ້ຳເຫຼືອງເສຍ, ແກ້ຕັບອັກເສບ ແລະ ແກ້ທ້ອງໃຄ່.
  • ດອກ: ມີຣົດຈືດ ເປັນຢາລະບາຍ ແລະ ແກ້ຖອກທ້ອງ.
  • ໝາກ: ແກ້ແຂ້ວຜຸຜຸຍ.
  • ນ້ຳຢາງ: ມີຣົດເບື່ອເມົາ ແກ້ບິດ, ແກ້ທ້ອງຂີ້ຮາກ, ແກ້ພິດງູ ແລະ ແກ້ແມງໄມ້ກັດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,