ເລກລຳດັບທີ: 2776
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເປົ້າແຄບທອງ
Acronychia
Acronychia pedunculata (L.) Miq.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ເປົ້າແຂບທອງ ແລະ ກໍຢ້ອງແຢັງ.ໄທ: ໝາກຍົມປ່າ, ກະອວມ, ກະເບື້ອງຖ້ວຍ, ຍ້ອມຜ້າລະນາບ, ກຣິ້ງ, ເປົ້າກີີີີບທອງ, ຄ້ອນໝາ, ຊວນ, ອ່ວນ, ຄະນາງ, ຊະນາງ, ຈຸ່ມຈ່ຳ, ທອງຟ້າ, ໄພສາມກໍ, ນ້ຳເຜີ້ງໃຫຍ່, ໝາກງັນ ແລະ ຢາໂກງ.ອັງກິດ: Acronychia, Mavaranchi, Vettukanala, Chakkimaram, Moota Nari, Muttanari, Vidukanali, Verukutheeni, Mavuringi, Vidukanalei, Orilatheeppettimaram ແລະ Mutta Nari.ຈີນ: 山油柑 ແລະ 降真香.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Rutaceae
ສະກຸນ
Acronychia
ຊະນິດ
Acronychia pedunculata
ຊື່ພ້ອງ
Acronychia apiculata Miq.
Acronychia arborea Blume
Acronychia barberi Gamble
Acronychia elliptica Merr. & L.M.Perry
Acronychia laurifolia Blume
Acronychia resinosa (Lour.) J.R.Forst. ex Crevost & Lemari
Clausena simplicifolia Dalzell
Cyminosma ankenda Gaertn.
Cyminosma chinensis G.Don
Cyminosma pedunculata (L.) Roxb.
Cyminosma pedunculata (L.) DC.
Cyminosma resinosa DC.
Doerrienia malabarica Dennst.
Gela lanceolata Lour.
Jambolifera arborea (Blume) Zoll. & Moritzi
Jambolifera pedunculata L.
Jambolifera rezinosa Lour.
Laxmannia ankenda Raeusch.
Melicope conferta Blanco
Selas lanceolatum (Lour.) Spreng.
Ximenia lanceolata (Lour.) DC.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 4-8 ມ, ແຕກກິ່ງກ້ານໃກ້ກັບໂຄນລຳຕົ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ກວ້າງ 4.5-7 ຊມ, ຍາວ 13-20 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍມົນ ຫຼື ແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ແຜ່ນໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ ແລະ ມີຕ່ອມນ້ຳມັນກະຈາຍຢູ່ທົ່ວ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີປະມານ 3 ດອກໃນຊໍ່ຍ່ອຍ, ມີຂະໜາດ 1-1.3 ຊມ, ດອກສົມບູນເພດ ແລະ ດອກແຍກເພດໃນຕົ້ນດຽວກັນ. ກີບດອກມີ 4-5 ກີບ, ຮູບແຖບ ຫຼື ຮູບຫອກ, ຍາວ 1-2 ຊມ, ສີຂາວ, ສີຂາວປົນສີເຫຼືອງ, ສີຂາວປົນສີຂຽວ ຫຼື ສີຂຽວມົ່ນ. ເກສອນຜູ້ມີ 8 ອັນ, ຈັບຢູ່ລະຫວ່າງໂຄນກີບດອກ. ເຕົ້າໄຂ່ຮູບໄຂ່, ມີຮ່ອງ 8 ຮ່ອງ, ມີຂົນໜາແໜ້ນປົກຄຸມ. ໝາກຮູບກົມ, ຮູບໄຂ່ປີ້ນ ຫຼື ຮູບຮີ, ຂະໜາດ 0.9-2 ຊມ, ມີຮ່ອງ 4 ຮ່ອງ, ໝາກອ່ອນສີຂຽວ, ໝາກແກ່ສີເຫຼືອງປົນຂຽວ, ໝາກບໍ່ແຕກ, ແກ່ນແຂງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໃບອ່ອນ: ໃຊ້ເປັນເຄື່ອງປຸງຣົດຊາດອາຫານ.

ສັບພະຄຸນ:

  • ເປືອກຕົ້ນ: ປະສົມກັບໝາກພ້າວແກ່, ຂີ້ໝີ້ນຕຳທາແກ້ຄັນ ແລະ ຮັກສາພະຍາດຜິວໜັງ.
  • ໃບ ແລະ ໝາກ: ໃຊ້ປະຄົບແກ້ເມື່ອຍ.
  • ສານສະກັດຈາກຮາກ: ສາມາດນຳມາທາຮັກສາອາການເຈັບຂໍ້.
  • ສານສະກັດຈາກເປືອກ: ແກ້ອາການຄັນຕາມຜິວໜັງ.

ນ້ຳມັນຫອມລະເຫີຍ:

  • ໃບ: ນຳມາສະກັດນ້ຳມັນຫອມລະເຫີຍໄດ້. ນິຍົມນຳໃບມາແຊ່ນ້ຳອາບເນື່ອງຈາກມີນ້ຳມັນຫອມລະເຫີຍ.

ຄຸນປະໂຫຍດ: ຮາກ ໃຊ້ເບື່ອປາ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,