ເລກລຳດັບທີ: 2772
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນນົມສາວ
Hard Pear Tree
Scleropyrum pentandrum (Dennst.) Mabb.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນນົມສາວ ແລະ ຕົ້ນນົມງົວ.ໄທ: ນົມງົວ, ໝາກໄຟແຮດ, ຂີ້ໜອນ, ເຄາະໜານ ແລະ ເໝືອດຄົນ.ສາມັນ: hard pear tree, thorny castor, benduga, bodlige hallu, bodulike hullu, mullu haralu, naayikuli, irumulli, kukkuradanta ແລະ naaikkuli.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Santalales
ຊື່ສະກຸນ
Cervantesiaceae
ສະກຸນ
Scleropyrum
ຊະນິດ
Scleropyrum pentandrum
ຊື່ພ້ອງ
Antidesma parasiticum Dillwyn
Bridelia horrida Dillwyn
Pothos pentandrus Dennst.
Scleropyrum wallichianum Arn.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 7 ມ, ແຕກກິ່ງກ້ານຈຳນວນຫຼາຍ, ລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມແຂງອອກເປັນກຸ່ມ, ກິ່ງມີສີຂຽວ, ມີຂົນອ່ອນນຸ້ມກະຈາຍຢູ່ທົວ, ລຳຕົ້ນພາກສ່ວນແກ່ຈະແຕກເປັນຮ່ອງເລິກ, ເປືອກສີນ້ຳຕານອ່ອນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງປະມານ 5 ຊມ, ຍາວປະມານ 18 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກສົມບູນເພດ ແລະ ແຍກເພດໃນຕົ້ນດຽວກັນ, ອອກຕາມລຳຕົ້ນ ຫຼື ງ່າມໃບ. ຊໍ່ດອກເພດຜູ້ເປັນຊໍ່ແບບຫາງກະຫອກ, ອອກເປັນກຸ່ມ, ຮູບຊົງກະບອກ, ຍາວ 3-5 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກີບລວມມີ 5 ກີບ, ສີຂຽວປົນສີເຫຼືອງ. ຊໍ່ດອກເພດແມ່ຊໍ່ແບບກະຈະ, ບໍ່ມີກ້ານດອກຍ່ອຍ. ເຕົ້າໄຂ່ຈັບລຸ່ມ, ຮູບຮີ ຫຼື ຮູບໄຂ່. ຊໍ່ດອກສົມບູນເພດມີເກສອນເພດຜູ້ເປັນໝັນ. ໝາກຮູບຮີ ຫຼື ຮູບໄຂ່, ມີຂະໜາດ 1.3-2.6 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນມີ 1-3 ແກ່ນ, ຮູບກົມ, ເນື້ອແຂງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຝົນດື່ມແກ້ພິດສຳແດງ ແລະ ຝົນກັບຮາກຈັນແດງແກ້ໄຂ້.
  • ລຳຕົ້ນ: ຕົ້ມດື່ມແກ້ເມື່ອຍ, ບຳລຸງກຳລັງ, ແກ້ລົມບ້າໝູ ແລະ ບຳລຸງນ້ຳນົມ.
  • ແກ່ນໄມ້: ເປັນຢາບຳລຸງນ້ຳນົມ, ເຮັດໃຫ້ມົດລູກເຂົ້າອູ່ໄວຂຶ້ນສຳລັບແມ່ຍິງຫຼັງເກີດລູກ, ເປັນຢາອາຍຸວັນນະ, ນຳມາປຸງເປັນສະໝູນໄພບຳລຸງຮ່າງກາຍຫຼັງເຈັບປ່ວຍ, ແກ້ກະໄສ, ແກ້ເຈັບເມື່ອຍຕາມຮ່າງກາຍ, ແກ້ທ້ອງບວມ, ປັດສະວະຂຸ້ນ, ຮັກສາໄຂ້ທີ່ບໍ່ມີເຫື່ອອອກ, ຮັກສາຝີໃນທ້ອງ, ແກ້ໄຂ້ ແລະ ຖອນພິດສຳແດງ.
  • ບໍ່ບອກສ່ວນທີ່ໃຊ້: ຮັກສາພະຍາດມາລາເຣຍ ແລະ ວັນນະໂຣກ.
  • ເປືອກຕົ້ນ ແລະ ໃບ: ໃຊ້ທາພາຍນອກຮັກສາພະຍາດຜິວໜັງ.
  • ໃບ: ຮັກສາພະຍາດກ່ຽວກັບຕາ, ນຳມາໝັກ ຫຼື ຕົ້ມກິນ ແລະ ໃຊ້ທາພາຍນອກ, ແກ້ອາການເຈັບກະເພາະອາຫານ ແລະ ຮັກສາແຜທີ່ຖືກປື່ນຍິງ.
  • ໝາກ: ແກ້ພິດງູກັດ ແລະ ພອກເລືອດ.

ສານເຄມີທີ່ພົບ:

  • ໃບ ແລະ ກິ່ງ: ພົບສານ potalioside B, isoorientin, vitexin, apigenin, vicenin-2, apigenin ແລະ isoschaftoside.

ຂໍ້ມູນການທົດລອງທາງວິທະຍາສາດ:

  • ສານສະກັດຈາກເປືອກດ້ວຍນ້ຳ, ເອທານອລ ແລະ ອາຊີໂຕນ: ສາມາດຢັບຢັ້ງ angiotensin converting enzyme (ACE) ລະດັບທີ່ 61%, 68% ແລະ 73% ເຊິ່ງສາມາດເຮັດໃຫ້ຄວາມດັນເລືອດຫຼຸດລົງ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,