ເລກລຳດັບທີ: 2771
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ກ້າມປູ
Kobbe
Allophylus cobbe (L.) Forsyth fil.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕໍໄສ້, ກ້າມປູ, ໝາກກ້າມປູ, ກວງ, ກຸ່ມ, ໂລດ, ໂລດນ້ຳ, ຕໍ່ໄສ້ຂາວ, ສິບໄສ້, ໄກ່ເຖື່ອນ, ຕານອີ່ລິນ, ເຂົ້າຕາກ, ງ້ວນພູ, ຄາງລາງ, ຈ້າຕອງ, ເພຍຟານ, ຕານໂຂມ ແລະ ແມງເມົາອັງກິດ: Kobbe, Amlia ແລະ Kapolawattha
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Sapindaceae
ສະກຸນ
Allophylus
ຊະນິດ
Allophylus cobbe
ຊື່ພ້ອງ
Allophylus cobbe f. racemosus Hiern
Allophylus serrulatus Radlk.
Allophylus zimmermannianus Gilg ex Engl.
Aphania neoebudica Guillaumin
Aporetica gemella DC.
Aporetica pinnata (J.R.Forst. & G.Forst.) DC.
Cnesmocarpus excelsus Zipp. ex Blume
Diplocardia excelsa Zipp. ex Blume
Dubanus pinnatus (J.R.Forst. & G.Forst.) Kuntze
Euphoria pometia (J.R.Forst.) Poir.
Irina tomentosa Blume
Picrodendron arboreum (Mill.) Planch.
Pometia pinnata J.R.Forst. & G.Forst.
Pometia pinnata f. tomentosa (Blume) Jacobs
Pometia tomentosa (Blume) Teijsm. & Binn.
Rhus cobbe L.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນຕັ້ງຊື່, ສູງ 1.5-3 ມ, ກິ່ງອ່ອນ ແລະ ຍອດອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ, ກິ່ງກ້ານມີສີນ້ຳຕານອ່ອນປົນສີເທົາ. ໃບປະສົມແບບຝາມື, ອອກວຽນສະຫຼັບ. ກ້ານໃບຮູບກົມ, ຍາວ 5-11 ຊມ, ມີຂົນໜາແໜ້ນ. ໃບຍ່ອຍມີ 3 ໃບ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກ້ວາງ 2-4 ຊມ, ຍາວ 5-10 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ໜຽວ, ຜິວລຽບ ຫຼື ມີຂົນອ່ອນນຸ້ມບໍລິເວນເສັ້ນກາງໃບ. ກ້ານໃບຍ່ອຍຍາວ 3-12 ມມ. ຊໍ່ດອກແບບກະຈະ, ອອກບໍລິເວນງ່າມໃບ, ຮູບຊົງກະບອກ, ຍາວ 5-10 ຊມ, ອອກ 3-4 ຊໍ່ໃນຈຸດດຽວກັນ. ດອກຍ່ອຍມີຈຳນວນຫຼາຍ, ຈັບແໜ້ນໃນຊໍ່ດອກ, ສີຂາວປົນຂຽວ. ກາບດອກມີ 4 ກາບ, ຂະໜາດນ້ອຍ, ສີຂຽວອ່ອນ. ກີບດອກມີ 4 ກີບຂະໜາດນ້ອຍ, ຮູບບ່ວງ, ສີຂາວປົນເຫຼືອງ. ໝາກຮູບໄຂ່ ຫຼື ຮູບກົມ, ມີເສັ້ນຜ່າສູນກາງ 4-12 ມມ, ໝາກອ່ອນສີຂຽວ, ໝາກແກ່ສີແດງ. ແກ່ນມີ 1 ແກ່ນ, ແຂງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ມີຣົດຈືດໃຊ້ພອກແກ້ເຈັບທ້ອງ, ເປັນຢາຂັບປັດສະວະ, ຮັກສາເສັ້ນເອັນໃຫ້ສົມບູນຂຶ້ນ, ຕົ້ມດື່ມບຳລຸງເລືອດ ແລະ ຂັບນ້ຳຄາວປາຫຼັງເກີດລູກຂອງແມ່ຍິງ.
  • ລຳຕົ້ນ: ຕົ້ມດື່ມບຳລຸງເລືອດ ແລະ ຂັບນ້ຳຄາວປາຫຼັງເກີດລູກຂອງແມ່ຍິງ.
  • ໃບ: ໃຊ້ປຸງເປັນຢາຊ່ວຍໃນການເກີດລູກ, ຄັ້ນເອົານ້ຳທາແກ້ລີ້ນເປັນຝາໃນເດັກ ແລະ ຕຳປະສົມກັບດິນສໍແດງໃຫ້ເດັກນ້ອຍກິນແກ້ຫວັດ.
  • ໃບ ແລະ ເປືອກຕົ້ນ: ເປັນຢາພອກແກ້ຝົກຊ້ຳ.
  • ທັງຕົ້ນ: ແກ້ໄຂ້ສັ່ນ ແລະ ຮັກສາອາການເຈັບກະເພາະອາຫານ.

ຄຸນປະໂຫຍດ:

  • ໝາກ: ໃຊ້ໃນການເບື່ອປາ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,