ເລກລຳດັບທີ: 2770
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-02-05

ເຄືອໝາກຢາງ
Edible Willugbeia

Willughbeia edulis Roxb.


ພືດເຄືອ
ພືດເຄືອ (ມີເນື້ອໄມ້)

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ໝາກຢາງ, ກະຕັງກະຕິ້ວ, ຄຸຍກາຍ, ຄຸຍຊ້າງ, ຄຸຍໜັງ, ອີ່ຄຸຍ, ບັກຢາງ ແລະ ເຄືອຢາງອັງກິດ: Gedraphol ແລະ Kuyຂະແມ: គុយ ຫວຽດ: Guồi nam bộ, Gùi

ຊື່ພ້ອງ :
Ambelania edulis (Roxb.) J.Presl
Ancylocladus cochinchinensis Pierre
Ancylocladus curtisianus Pierre
Ancylocladus edulis (Roxb.) Kuntze
Pacouria roxburghii Kostel.
Willughbeia cochinchinensis (Pierre) K.Schum.
Willughbeia curtisiana (Pierre) K.Schum.
Willughbeia dulcis Ridl.
Willughbeia gudara Steud.
Willughbeia martabanica Wall.

ສະກູນ:
Apocynaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລຳຕົ້ນເປັນເຄືອ, ຂະໜາດໃຫຍ່, ຍາວຮອດ 10-15 ມ, ມີມືເກາະ, ເນື້ອໄມ້ແຂງ, ແຕກກິ່ງກ້ານຈຳນວນຫຼາຍ, ເປືອກສີນ້ຳຕານ, ທຸກສ່ວນຂອງລຳຕົ້ນມີຢາງສີຂາວຂຸ້ນ. ໃບດ່ຽວ, ຈັບຮຽງກົງກັນຂ້າມກັນ, ຮູບຮີ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານ, ກ້ວາງ 5-7 ຊມ, ຍາວ 10-14 ຊມ, ໂຄນໃບມົນ ຫຼື ຮູບຫຼິ້ມ, ຂອບລຽບ, ປາຍມົນ, ແຜ່ນໃບໜາ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມກະຈາຍຫ່າງໆ. ກ້ານໃບມີຮ່ອງດ້ານເທິງ, ຍາວ 1-2 ຊມ, ກ້ຽງ. ຊໍ່ດອກແບບກະຈຸກ, ອອກບໍລິເວນງ່າມໃບ ແລະ ປາຍຍອດ. ດອກຍ່ອຍມີ 5-6 ດອກ, ຍາວປະມານ 2.5 ຊມ, ດອກບານເຕັມທີ່ມີເສັ້ນຜ່າສູນກາງ 2-2.5 ຊມ, ສີເຫຼືອງອ່ອນ. ກ້ານດອກຍາວ 1-3 ມມ, ມີຂົນສັ້ນກະຈາຍທົ່ວ. ກາບດອກເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 5 ກາບ, ຮູບໄຂ່, ກ້ວາງ 1-1.5 ມມ, ຍາວ 2-3 ມມ, ສີຂຽວ, ຂອບມີຂົນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 5-7 ມມ, ປາຍແຍກອອກເປັນ 5 ແສກ, ບິດວຽນແຕ່ຂວາຫາຊ້າຍ, ຮູບຂອບຂະໜານ, ຍາວ 9-12 ມມ, ຜິວລຽບ ຫຼື ມີຂົນເລັັກນ້ອຍບໍລິເວນປາຍກີບ. ເກສອນເພດຜູ້ມີ 5 ອັນ, ກ້ານຊູຖົງລະອອງເກສອນສັ້ນ, ຖົງລະອອງຈັບກາງ, ຍາວ 1-1.5 ມມ. ເຕົ້າໄຂ່ຈັບລຸ່ມ, ມີ 1 ຫ້ອງ, ມີ 1-3 ເມັດໄຂ່, ເຕົ້າໄຂ່ຍາວ 0.5-1 ມມ, ປາຍຮວງຮັບຍາວ 2-3 ມມ, ກ້ຽງ, ປາຍຮວງຮັບແຍກອອກເປັນ 2 ແສກຕື້ນ, ມີຂົນເລັກນ້ອຍ. ໝາກຮູບກົມ ຫຼື ຮູບໄຂ່, ຂະໜາດ 5.8-7.2 ຊມ, ເນື້ອອົມນ້ຳ, ເປືອກໝາກຂ້ອນຂ້າງໜາ, ຜິວລຽບ, ໝາກອ່ອນເປັນສີຂຽວ, ໝາກແກ່ມີສີເຫຼືອງ ຫຼື ສີສົ້ມ. ກ້ານໝາກຮູບກົມ, ຍາວ 0.8-1.2 ຊມ. ແກ່ນມີ 1-3 ແກ່ນ, ຮູບໄຂ່, ກ້ວາງ 1.2-1.6 ຊມ, ຍາວ 1.9-2.8 ຊມ.

ນິເວດວິທະຍາ
ເຂດກະຈາຍພັນໃນສາກົນ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະຂອງ IUCN :
N/A

ສະຖານະພາບການອະນຸຮັກຂອງປະເທດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ອາຫານ:

  • ໝາກສຸກ: ມີຣົດຊາດສົ້ມຫວານສາມາດກິນເປັນໝາກໄມ້ໄດ້.

ສິນຄ້າ: 

  • ໝາກສຸກ: ນິຍົມນຳມາວາງຂາຍເປັນໝາກໄມ້ຕາມທ້ອງຕະຫຼາດ. 

ສັບພະຄຸນ:

  • ຮາກ: ຕົ້ມດື່ມຮັກສາພະຍາດດີຊານທີ່ເກີດຈາກພະຍາດມາຣາເລຍ, ຮັກສາພະຍາດທ້ອງບິດ, ແກ້ອາການຕີນມືອ່ອນເພຍ, ຕົ້ມດື່ມແກ້ເຈັບຄໍ ແລະ ເຈັບໜ້າອົກ.
  • ລຳຕົ້ນ: ຕົ້ມດື່ມບຳລຸງກຳລັງ, ເປັນຢາອາຍຸວັນນະ, ແກ້ລົມຂັດໃນຂໍ້, ໃນກະດູກ, ແກ້ຕີນມືອ່ອນເພຍ, ຕົ້ມດື່ມແກ້ເຈັບທ້ອງບິດ, ຮັກສາອາການຕັບອັກເສບ ແລະ ຮັກສາພະຍາດຜິວໜັງ.
  • ເປືອກຕົ້ນ: ຮັກສາອາການເຈັບຫົວ.
  • ໝາກດິບ: ມີຣົດຊາດຟາດນຳມາຂາງໄຟແລ້ວບົດທາຮັກສາແຜ.
  • ໝາກສຸກ: ຊ່ວຍລະບົບຂັບຖ່າຍເຮັດໃຫ້ຂັບຖ່າຍສະດວກຂຶ້ນ.
  • ນ້ຳຢາງ: ມີຣົດຟາດຮ້ອນໃຊ້ທາຮັກສາແຜ ແລະ ຮັກສາພະຍາດຜິວໜັງ.

ຄຸນປະໂຫຍດ:

  • ນ້ຳຢາງ: ໃຊ້ເປັນກາວສຳລັບດັກຈັບແມງໄມ້. 
  • ຮາກ: ນຳມາເຮັດເປັນສີຍ້ອມຜ້າ ເຊິ່ງຈະໃຫ້ສີແດງ.

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບຕາມຮົ້ວບ້ານຮົ້ວສວນ.

ເສັ້ນໄຍ:

  • ເຄືອ: ໃຊ້ເປັນເຊືອກມັດສິ່ງຂອງຕ່າງໆໄດ້ເປັນຢ່າງດີ.

ໃນບ້ານ:
N/A

ລະດູ:

ການຄຸ້ມຄອງຈັດການ:
N/A

Value chains:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Haque, Sh., Sharmin, L., Kumar Das, B. (2015). phytochemical investigation and evaluation of analgesic activity of Willughbeia edulis Roxb available in bangladesh. Shariful haque et al. Int. Res. J. pharm, 6(7).
Gazagne, E., Pitance, J.-L., Savini, T., Huynen, M.-Cl., Poncin, P., Brotcorne, F., Hambuckers, A. (2020). Seed Shadows of Northern Pigtailed Macaques within a Degraded Forest Fragment, Thailand. Forests, 11(1184).
Milow, P., Bibi Malek, S., Edo, J., Ong, H.-Ch. (2014).Malaysian Species of Plants with Edible Fruits or Seeds and Their Valuation. International Journal
of Fruit Science, 14(1):1-27.
Thorng, R., Makara, O., A. Vaughan, D., Vathany, Th. (2015). Roles of Wild Food Plants in Ethnic Group Communities in Mondulkiri Province, Northeastern Cambodia. Journal of Mekong Societies, 11(2):1-17.
Addo-Fordjour, P., Rahmad, Z.B., Shahrul, A.M.S. (2014). Impacts of forest management on community assemblage and carbon stock of lianas in a tropical lowland forest, Malaysia. Mongabay.com Open Access Journal - Tropical Conservation Science 7 (2): 244-259.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: