ເລກລຳດັບທີ: 2769
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕາກວາງ
Ta kouang
Salacia verrucosa Wight
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ກຳແພງເຈັດຊັ້ນ ແລະ ຕາກວາງ.ໄທ: ກຳແພງເກົ້າຊັ້ນ, ຕາກວາງ, ຂອບດ້ວງເຄືອ, ຕະກ້ອງ, ຕາກວງ, ຂອບກະດັງ ແລະ ກະດໍເຢັນ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Celastrales
ຊື່ສະກຸນ
Celastraceae
ສະກຸນ
Salacia
ຊະນິດ
Salacia verrucosa
ຊື່ພ້ອງ
Annulodiscus nigricans Tardieu
Salacia garcinioides Ridl.
Salacia kunstleri King
Salacia memecyloides Wall.
Salacia polyantha Korth.
Salacia rugosa Wall.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ ຫຼື ໄມ້ເຄືອຂະໜາດໃຫຍ່. ລຳຕົ້ນມີເນື້ອໄມ້ແຂງ, ສີແດງອ່ອນ, ມີວົງປີສີແດງເຂັ້ມຊ້ອນກັນຖີ່ໆ. ໃບດ່ຽວ, ຈັບຮຽງສະຫຼັບ ຫຼື ຮຽງກົງກັນຂ້າມກັນ, ຮູບຫອກ, ກ້ວາງ 2-5 ຊມ, ຍາວ 10-20 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບຫາງກະຫອກ ຫຼື ອອກແບບກະຈຸກ, ອອກບໍລິເວນງາມໃບ ແລະ ຕາມກິ່ງກ້ານ. ດອກຍ່ອຍມີ 30-40 ດອກຕໍ່ກຸ່ມ, ສີຂຽວອົມເຫຼືອງ. ກ້ານດອກຍາວປະມານ 1 ຊມ, ມີຈຳນວນຫຼາຍ, ສີຂຽວ. ກີບດອກຮູບກົມ, ມີ 5 ກີບ, ສີເຫຼືອງປົນສີຂຽວອ່ອນ. ຖານຮອງດອກນູນຂຶ້ນເປັນຮູບຊົງກົມ. ເກສອນຜູ້ມີ 3 ອັນ, ຈັບເທິງຖານຮອງດອກເປັນວົງ. ໝາກຮູບກົມ ຫຼື ຮູບຮີ, ໝາກອ່ອນສີຂຽວ, ໝາກແກ່ສີສົ້ມແດງ, ເນື້ອສຸກສີນ້ຳຕານອ່ອນ, ມີຣົດຫວານ. ແກ່ນມີ 3-4 ເມັດ, ຂະໜາດນ້ອຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໝາກ: ໝາກສຸກມີຣົດຊາດຫວານສາມາດນຳມາກິນເປັນໝາກໄມ້ໄດ້.

ສັບພະຄຸນ:

  • ຮາກ: ຕົ້ມດື່ມແກ້ໄຂ້ຂຶ້ນສູງ.
  • ເນື້ອໄມ້: ມີຣົດຟາດເປັນຢາຖ່າຍຂອງເສຍອອກຈາກຮ່າງກາຍ, ຂັບລົມຮ້າຍ, ແກ້ທ້ອງອືດທ້ອງເຟີ, ຂັບລົມ, ເປັນຢາລະບາຍ, ບຳລຸງເອັນ, ບຳລຸງເສັ້ນ, ບຳລຸງຕັບໄຕ, ບຳລຸງກຳລັງ, ຮ່າງກາຍ, ບຳລຸງເລືອດ, ແກ້ເລືອດຈາງ, ແກ້ເລືອດ ແລະ ນ້ຳຢາງເຫຼືອງພິການ, ແກ້ລົງຂາວໃນແມ່ຍິງ, ແກ້ກະໄສ, ໝາກໄຂ່ຫຼັງອັກເສບ, ແກ້ເມື່ອຍ ແລະ ເຈັບຫຼັງເຈັບແອວ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,