ເລກລຳດັບທີ: 2767
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ໃບເຕີຍບ້ານ
Pandan leave

Pandanus amaryllifolius Roxb.


ພືດ
ພືດລົ້ມລຸກ

1 / 1
Image 1


ຊື່ທ້ອງຖີ່ນ:
ລາວ: ໃບເຕີຍບ້ານ ແລະ ເຕີຍຫອມ.ໄທ: ເຕີຍຫອມ, ໃບສົ້ມມ່າ, ສົ້ມຕະເລັງເຄັງ, ສົ້ມປູ, ສົ້ມພໍດີ ແລະ ຜັກເກັງເຄັງ.ອັງກິດ: Pandan leaves, Fragrant pandan ແລະ Pandom wangi. ( ragrant pandan and Pandan wangi.)

ຊື່ພ້ອງ :
Pandanus hasskarlii Merr.
Pandanus latifolius Hassk.
Pandanus latifolius var. minor Hassk.
Pandanus odorus Ridl.

ຊື່ສະກຸນ:
Pandanaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນເປັນເຫງົ້າຢູ່ໃຕ້ດິນ ແລະ ໜ້າດິນ, ມີສູງ 70-150 ຊມ ແລະ ອາດສູງໄດ້ຮອດ 1 ມ, ລຳຕົ້ນມີລັກສະນະເປັນປ້ອງສັ້ນ, ອອກຮາກຕາມຂໍ້ຂອງລຳຕົ້ນ. ໃບດ່ຽວ, ອອກວຽນສະຫຼັບ, ແຕ່ບໍລິເວນໂຄນລຳຕົ້ນຈົນຮອດປາຍຍອດ, ໃບຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 2-4 ຊມ, ຍາວ 56-95 ຊມ, ເສັ້ນກາງໃບໂຄ້ງເລິກ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາແຂງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບ spadix, ອອກບໍລິເວນປາຍຍອດ. ດອກຍ່ອຍແຍກເພດຕ່າງຕົ້ນກັນ, ບໍ່ມີກີບລ້ຽງ ຫຼື ກີບດອກ. ໝາກຂະໜາດນ້ອຍ, ສ່ວນຫຼາຍບໍ່ອອກດອກ ແລະ ໝາກ ຫຼື ເປັນໂຕຜູ້.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global distribution between 1920 to 2022. Native to Maluku. Source: [3]

ເຂດກະຈາຍພັນໃນລາວ :
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ປ່າປູກ
ດິນບໍລິເວນນໍ້າ ແລະ ນໍ້າ
ສວນຄົວ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ພືດປະດັບ
ການຄົມມະນາຄົມ
ອາຫານ
ເຄື່ອງດື່ມ
ພືດເປັນຢາ

ບັນຍາຍການນຳໃຊ້:

ສັບພະຄຸນ: 




  • ນ້ຳໃບເຕີຍ: ເຮັັດໃຫ້ຫົວໃຈຊຸ່ມຊື່ນ, ຫຼຸດອາການເຕັ້ນຂອງຫົວໃຈ, ຊ່ວຍດັບຄວາມຮ້ອນ, ຊ່ວຍຊູກຳລັງ, ຊ່ວຍແກ້ອາການອ່ອນເພຍ, ຊ່ວຍປັບຄວາມສົມດູນຂອງຮ່າງກາຍ, ຜູ້ທີ່ມີທາດໄຟສູງການດື່ມນ້ຳໃບເຕີຍຊ່ວຍເຮັດໃຫ້ເຢັນລົງ.

  • ຮາກ ແລະ ໃບ: ຮັກສາພະຍາດເບົາຫວານ ແລະ ຫຼຸດລະດັບນ້ຳຕານໃນເລືອດ.

  • ສານສະກັດຈາກໃບເຕີຍ: ຊ່ວຍຫຼຸດຄວາມດັນເລືອດ, ປ້ອງກັນການແຂງຕົວຂອງຫຼອດເລືອດ, ບັນເທົາອາການ ແລະ ດັບພິດໄຂ້ໄດ້ ແລະ ຊ່ວຍດັບພິດຮ້ອນພາຍໃນໄດ້ເປັນຢາງດີ.

  • ໃບ: ໃຊ້ຮັກສາພະຍາດຫືດ ແລະ ນຳມາບົດໃຫ້ລະອຽດພອກຮັກສາພະຍາດຜິວໜັງໄດ້, ໃບຕາກແຫ້ງແລ້ວນຳມາຫົມຊ່ວຍບຳລຸງຮ່າງກາຍ ແລະ ຜິວພັນ.

  • ຮາກ ແລະ ຕົ້ນ: ໃຊ້ເປັນຢາແກ້ກະໄສ, ຊ່ວຍຂັບປັດສະວະ ແລະ ຮັກສາພະຍາດຫືດໄດ້.



ຄຸນປະໂຫຍດ: 




  • ໃບເຕີຍ: ມີການນຳໃບເຕີຍມາແຕ່ງອາຫານໄດ້ຫຼາກຫຼາຍເມນູ ບໍ່ວ່າຂອງຫວານຕ່າງໆ, ນຳໃບເຕີຍໃຊ້ນຳໝໍ້ໜຶ້ງເຂົ້າໜົມຈະເຮັດໃຫ້ມີກິ່ນຫອມ.

  • ສີຈາກໃບ: ເປັນສີຂອງຄຼໍໂຣຟິວສາມາດນຳມາໃຊ້ສີເຂົ້າໜົມໄດ້.

  • ຊ່ວຍປັບກິ່ນນ້ຳມັນບໍ່ໃຫ້ມີກິ່ນຄິວ.

  • ໃບເຕີຍສາມາດນຳມາບຳລຸງຜິວໜ້າໄດ້.



ວິທີເຮັດນ້ຳໃບເຕີຍຫອມ:




  • ຕຽມໃບເຕີຍຕັດເປັນທ່ອນຈຳນວນ 2 ຖ້ວຍ, ນ້ຳຕານຊາຍ 5 ບ່ວງແກງ, ນ້ຳ 4 ຖ້ວຍ ແລະ ນ້ຳກ້ອນ.

  • ນຳໃບເຕີຍທີ່ຕັດໄວ້ນຳມາປັ່ນເຄິ່ງໜຶ່ງຈົນລະອຽດແລ້ວນຳມາຕອງເອົາກາກອອກ.

  • ຕົ້ມນ້ຳຈົນຟົດແລ້ວນຳໃບເຕີຍທີ່ເຫຼືອລົງໃສ່ຫຼັງຈາກນັ້ນປິດຝາໝໍ້ໄວ້ປະມານ 5-10 ນາທີ.

  • ຫຼັງຈາກນັ້ນເຕີມນ້ຳຕານທີ່ກຽມໄວ້ຈົນນ້ຳຕານລະລາຍ ແລ້ວປິດໄຟປະໄວ້, ຫຼັງຈາກນັ້ນນຳມາຕອງເອົາກາກອອກແລ້ວເຕີ່ມນ້ຳໃບເຕີຍທີ່ປັ່ນໄວ້.

  • ຫຼັງຈາກນັ້ນນຳໄປຕົ້ມໄຟຈົນຟົດແລ້ວປົ່ງປະໄວ້ ເທົ່ານີ້ກໍ່ສາມາດໄດ້ນ້ຳໃບເຕີຍຕາມຕ້ອງການ


ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [online]. Uploaded on 25 December 2025 by N. U. Dhiya'ulhaq. Available: https://www.inaturalist.org/observations/145042421. [Accessed: 20 November 2024]
[2] Flora of Srilanka [online]. Uploaded by S. J. Gajanayake. Available: https://www.floraofsrilanka.com/species/1831. [Accessed: 20 Novem-ber 2024]
[3] Ethno botany [Online]. Uploaded by Forest and K. Starr. Available: https://ethnobotany.org/home/education/our-favorite-plants/pandan-pandanus-amaryllifolius-fiona-roberts.html. [Accessed: 20 November 2024]

ອ້າງອິງ:
[1] Asean plants, “Pandanus amaryllifolius Roxb.,” [online]. Available: https://issuu.com/naniegonzales/docs/asean_100_most_precious_plants_fca72930c8c01f/218.
[2] World Flora Online, “Pandanus amaryllifolius Roxb.,” [Online]. Availa-ble: https://www.worldfloraonline.org/taxon/wfo-0000726629. [Ac-cessed: 21 Nove mber 2024]
[3] Global Biodiversity Information Facility, “Pandanus amaryllifolius Roxb.,” [online]. Available: https://www.gbif.org/species/5327986. [Ac-cessed: 20 November 2024]
[4] IUCN Red List, “Pandan Wangi,” [online]. Uploaded on August 31 2021. Available: https://www.iucnredlist.org/species/200532776/200532892.
[5] India journals, “Pandanus amaryllifolius Roxb.,” Research on Crops, Volume: 19, Issue: 4, 2018. Available: https://www.indianjournals.com/ijor.aspx?target=ijor:rcr&volume=19&issue=4&article=027. [Accessed: 21 November 2024]
[6] K. V. Wakte. A. F. B. Nadaf, R. J. Thengane and N. D. Jawali, “Pandanus amaryllifolius Roxb. cultivated as a spicein coastal regions of India,” Noted on Neglected and Underutilized Crops, DOI 10.1007, Volum 56: pp 735–740, 30 Aprill 2009. [Online]. Available: https://www.researchgate.net/publication/225358000_Pandanus_amaryllifolius_Roxb_cultivated_as_a_spice_in_coastal_regions_of_India/.
[7] Web MD, ““Pandanus amaryllifolius Roxb.,” [online]. Available: https://www.webmd.com/diet/health-benefits-pandan#1-2. [Accessed: 21 November 2024]

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,